ຕົ້ນໂທນາ / Mitrayna Korth
APA 6th ed. ຕົ້ນໂທນາ / Mitrayna Korth. (2019, August 8). Retrieved from https://www.phakhaolao.la/kb/0000637
MLA 8th ed. ຕົ້ນໂທນາ / Mitrayna Korth. Pha Khao Lao, 8 August 2019, https://www.phakhaolao.la/kb/0000637.
Chicago 17th ed. Pha Khao Lao. 2019. "ຕົ້ນໂທນາ / Mitrayna Korth." Published August 8, 2019. https://www.phakhaolao.la/kb/0000637.
Mitragyna javanica Koord. & Valeton
Nauclea adina Blanco
Nauclea diversifolia Wall. ex G.Don
Stephegyne diversifolia (Wall. ex G.Don) Hook.f.
Stephegyne diversifolia (Wall. ex G.Don) Brandis
Stephegyne parvifolia Vidal
Stephegyne tubulosa Fern.-Vill.
Eng: Mitrayna Korth
ຕົ້ນຈັດເປັນໄມ້ຢືນຕົ້ນຂະໜາດກາງ, ສູງ 8-15 ມ, ລໍາຕົ້ນຄົດ ຫຼື ຊື່, ເປືອກລໍາຕົ້ນດ້ານນອກເປັນສີເທົາ, ຫຼຸດອອກເປັນເກັດແຜ່ນນ້ອຍໆ, ສ່ວນເປືອກດ້ານໃນເປັນສີເຫຼືອງອ່ອນ, ເມື່ອລໍາຕົ້ນແກ່ໂຄນຕົ້ນມັກຈະເປັນພູພອນ, ນິຍົມຂະຫຍາຍພັນດ້ວຍວິທີການກ້າແກ່ນ. ໃບດ່ຽວ, ຈັບສະຫຼັບຕັ້ງສາກກັນ, ແຜ່ນໃບຮູບໄຂ່ ຮູບຂອບຂະໜານ, ຮູບຮີ, ປາຍໃບມົນ, ໃບກວ້າງ 3-7 ຊມ ແລະ ຍາວ 5-12 ຊມ, ດ້ານລຸ່ມໃບກ້ຽງ. ອອກດອກເປັນຊໍ່ກະຈຸກຊ້ອນ 3 ຊັ້ນ, ສະຫຼັບກົງກັນຂ້າມກັນ, ໂດຍອອກຕາມງ່າມໃບ, ມີໃບປະດັບຂະໜາດໃຫຍ່ທຸກຊັ້ນ, ດອກເປັນສີເຫຼືອງແບບກະຈຸກແໜ້ນ, ມີຂະໜາດປະມານ 1-2 ຊມ, ແຕ່ລະຊໍ່ຈະມີດອກນ້ອຍໆ, ດອກມີກິ່ນຫອມ. ໝາກມີລັກສະນະເປັນຊົງກົມ ຫຼື ຮູບໄຂ່ຂະໜາດນ້ອຍ, ຜິວໝາກຂຸຂະ ແຂງ, ອັດຮ່ວມກັນເປັນກ້ອນກົມ, ໝາກເມື່ອແຫ້ງຈະແຕກອອກພາຍໃນມີເມັດມີປີກ.
ປະໂຫຍດ:
- ເນື້ອໄມ້ໃຊ້ປະໂຫຍດໃນດ້ານການແປຮູບ.
- ໃຊ້ປູກເປັນໄມ້ປະດັບ.
ສັບພະຄຸນ:
- ໃບມີລົດຂົມເຝື່ອນເມົາ ມີສັັັັັັັັັບພະຄຸນຊ່ວຍລົດຄວາມດັນໂລຫິດ ແລະ ອອກກົດຕໍ່ປະສາດ ແລະ ກ້າມເນື້ອ.
- ເປືອກຕົ້ນ ແລະ ໃບໃຊ້ເປັນຢາແກ້ບິດມູກເລືອດ.
- ເປືອກລໍາຕົ້ນມີລົດຝາດຮ້ອນໃຊ້ເປັນຢາຮັກສາພະຍາດຜິວໜັງທຸກຊະນິດ, ແກ້ມະເຮັງຄຸດທະລາດ.