ຕົ້ນຟອງສະມຸດ / Marvel of peru

Use
Medicine
Ornamental
Scientific Name / Family
Mirabilis jalapa L. / Nyctaginaceae
Synonyms
alapa officinalis Garsault
Mirabilis jalapa var. jalapa
Mirabilis jalapa subsp. lindheimeri Standl.
Mirabilis jalapa var. lindheimeri (Standl.) Cory
Mirabilis lindheimeri (Standl.) Shinners
Nyctago hortensis Dum.Cours.
Nyctago jalapae (L.) DC.
Nyctago versicolor Salisb.
Other Names
Thai: ຕົ້ນບານເຢັນ
Eng: Marvel of peru, Four o’clock, False Jalap
Botanical Description

ຕົ້ນຟອງສະມຸດຈັດເປັນໄມ້ພຸ່ມເນື້ອອ່ອນມີອາຍຸຫຼາຍປີ, ມີເຫງົ້າ ຫຼື ຫົວຢູ່ໃຕ້ດິນ, ລໍາຕົ້ນສູງ 1-1.5 ມ, ສີແດງອອກນວນເລັກນ້ອຍ, ແຕກກິ່ງກ້ານຫຼາຍ, ເປັນຊົງພຸ່ມແຜ່ກວ້າງ, ຂະຫຍາຍພັນດ້ວຍວິທີເພາະແກ່ນ, ຄວນປູກໄວ້ກາງແຈ້ງ ແລະ ດິນທີ່ປູກຄວນເປັນດິນລ້ວນ. ຮາກຟອງສະມຸດເປັນຫົວ ຫຼື ເອີ້ນວ່າເຫງົ້າ, ມີຂະໜາດເສັ້ນຜ່າສູນກາງປະມານ 10 ຊມ. ໃບອອກເປັນໃບຄູ່ໆ, ສະຫຼັບກັນໄປຕາມຕົ້ນ, ໃບມີລັກສະນະເປັນຮູບໄຂ່ ຫຼື ຮູບໃບຫອກ ຫຼື ຮູບສາມຫຼ່ຽມ, ໃບມີຄວາມກວ້າງ 2-9 ຊມ ແລະ ຍາວ 5-15 ຊມ ປາຍແຫຼມ, ສ່ວນກົກໃບຕັດເປັນຮູບຫົວໃຈ. ດອກມີກິ່ນຫອມ, ອອກດອກຕິດກັນເປັນກຸ່ມໆ, ລັກສະນະຂອງດອກທີ່ຍັງບໍ່ບານເປັນຮູບຫຼອດ ເມື່ອບານແລ້ວຈະປ່ຽນເປັນຮູບລຳໂພງ, ປາຍແຍກອອກເປັນ 5 ກີບ, ໂດຍດອກບານເຕັ້ມທີ່ຈະມີຂະໜາດເສັ້ນຜ່າສູນກາງປະມານ 3-5 ຊມ, ດອກມີກີບປະດັບຮູບລະຄັງຕິດຢູ່ຖານ, ຊໍ່ດອກມີ 4-5 ດອກ, ດອກຈະບານຕອນບາຍໄປຈົນຮອດຮອດຕອນເຊົ້າແລ້ວຈະຫຸບ. ໝາກ ຫຼື ແກ່ນ ມີລັກສະນະເປັນຊົງກົມ, ມີສີດໍາ, ມີຂະໜາດຍາວ 0.5-0.9 ຊມ, ເປືອກບາງ ມີສັນ 5 ສັນ, ພາຍໃນຈະມີແປ້ງຢູ່ຈໍານວນຫຼາຍ.

Description of Use

ປະໂຫຍດ:
-  ຕົ້ນຟອງສະມຸດນິຍົມປູກເປັນໄມ້ປະດັບທົ່ວໄປ ໂດຍສະເພາະຕົ້ນທີ່ມີສີບົວ ແລະ ສີຂາວ.
-  ແປ້ງຈາກແກ່ນໃຊ້ທາຮັກສາສິວ, ຝ້າ, ລົບຮອຍດ່າງດໍາເທິງໃບໜ້າ.
-  ຜົງຈາກຮາກນໍາມາໃຊ້ປະສົມກັບແປ້ງເຂົ້າຈາວ ແລະ ຜົງໄມ້ຈັນ ນໍາມາໃຊ້ເຮັດເຄື່ອງສໍາອາງໄດ້.
-  ດອກນິຍົມນໍາມາໃຊ້ເປັນສີປະສົມອາຫານ.
ສັບພະຄຸນ:
-  ຫົວ ຫຼື ເຫງົ້າ ຊ່ວຍແກ້ໄຂ້ ລະງັບຄວາມຮ້ອນໃນຮ່າງກາຍ.
-  ຫົວຕົ້ນຟອງສະມຸດໃຊ້ຮັບປະທານເປັນຢາຂັບເຫື່ອໄດ້.
-  ນໍ້າຄັ້ນຈາກໃບໃຊ້ຊະລ້າງບາດແຜ ຫຼື ແຜຟົກຊໍ້າໃຫ້ດີໄວຂຶ້ນ.
-  ໃບຊ່ວຍລົດອາການອັກເສບໄດ້.
ຂໍ້ຄວນລະວັງ:
-  ແກ່ນຟອງສະມຸດສ່ວນໃຫຍ່ຈະມີຄວາມເປັນພິດຫຼາຍ (ສານ Neurotoxic) ບໍ່ຄວນຮັບປະທານ ຫາກໄດ້ຮັບພິດຈະເຮັດໃຫ້ເກີດອາການປວດຮາກ ແລະ ມີອາການຖອກທ້ອງ, ຖ້າຫາກໄດ້ຮັບພິດໃນປະລິມານຫຼາຍອາດຈະເຮັດໃຫ້ເສຍຊີວິດໄດ້.
-  ບໍ່ຄວນໃຊ້ສະໝຸນໄພຟອງສະມຸດໃນແມ່ຍິງຖືພາ ເນື່ອງຈາກມີລາຍງານພົບວ່າມັນເຮັດໃຫ້ເກີດການແທ້ງລູກໄດ້.

Contribute