ແມງຈັກຈັນ / Cicada

Use
Food
Income
Scientific Name / Family
Dundubia rufivena Walker, F., 1850 / Cicadidae
Synonyms
Dundubia intemerata Walker, F., 1857
Dundubia intenerata Beamer, 1929
Dundubia intermerata Sanborn, 2013
Dundubia mellea Distant, 1889
Dundubia rufivena rufivena
Fidicina confinis Walker, F., 1870
Pomponia intemerata
Other Names
Thai: จักจั่น
Physical Description

ລັກສະນະທົ່ວໄປ: ແມງຈັກຈັນ ຮ່າງກາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍຍາວປະມານ 3-4 ຊມ. ຮ່າງກາຍເປັນສີນໍ້າຕານອ່ອນຫາສີນ້າຕານເຂັມ, ປີກ 2 ຄູ່. ປາກເປັນທໍ່ງວງ, ໂຕແມ່ປາຍກົນຈະແຫຼມ ແຕ່ສ່ວນໂຕຜູ້ປາຍກົນຈະກົມ. ໂຕຜູ້ຈະມີແຜ່ນແບບລິນປີ້ຢູ່ພື້ນທ້ອງທີ່ໃຊ້ຜະລິດສຽງ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນຂົນ (setaceous), ລັກສະນະປາກ: ແບບເຈາະດູດ ( piercing-sucking type), ລັກສະນະປີກ: ເນື້ອປີກມີເປັນແບບ (tegmina) ຄ້າຍກັບແຜ່ນໜັງບາງໆແຕ່ໜຽວເປັນແຜ່ນດຽວ ແລະ ປີກຄູ່ຫຼັງບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່, ເປັນແບບໄຕຄານ (walking legs).
ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດຽວ 3 ໜ່ວຍຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຈັກຈັນ: ສາມາດພົບໄດ້ທົ່ວໄປຕາມຕົ້ນໄມ້, ແຄມໜອງນໍ້າ, ແຄມບຶງ ແລະ ແຄມຫ້ວຍນໍ້າ. ອາຫານຂອງແມງຈັກຈັນ: ດູດກິນນໍ້າຈາກພືດ ຫຼື ນໍ້າຕາມແຄມແມ່ນໍ້າ.

Description of Use

ປະຊາຊົນລາວນິຍົມນໍ້າມາເປັນອາຫານ, ນໍາມາເປັນອາຫານສັດລ້ຽງ, ເປັນສິນຄ້າ. ລາຄາຂາຍຕາມທ້ອງຕະຫຼາດປະມານ 20,000-50,000 ກີບ/ກິໂລກຼາມ.

Reproduction and Lifecycle

ການສືບພັນ (Reproductive): ການສືບພັນ ແລະ ວົງຈອນຊີວິດຂອງແມງຈັກຈັ່ນ ໂດຍອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ.  ເຊິ່ງໄລຍະເວລາຂອງການສືບພັນຈະຢູ່ໃນລະຫວ່າງເດືອນ ກຸມພາ-ພຶດສະພາ.
ໄລຍະໄຂ່ (Eggs): ແມງຈັກຈັນຕົວແມ່ 1 ຕົວ ຈະວາງໄຂ່ປະມານ 50-100 ໜ່ວຍ, ໄຂ່ມີລັກສະນະເປັນໜ່ວຍກົມຍາວຄ້າຍເມັ້ດເຂົ້າສານສີເຫຼືອງອ່ອນ, ພວກມັນຈະວ່າງໄຂ່ໄວ້ຕາມພື້ນດິນ ເລິກປະມານ 1-2 ຊມ, ໜ່ວຍໄຂ່ຈະມີຂະໜາດລວງຍາວ 2-4 ມມ. 
ໄລຍະເປັນໂຕດັກແດ້ (Larva): ລັກສະນະຂອງໂຕອ່ອນທີ່ເປັນດັກແດ້ຈະບໍ່ຄືພໍ່ແມ່ ໄລຍະນີ້ຈະຂຸດຮູຢູ່ໃນດິນ. ໄລຍະນີ້ຂາຄູ່ໜ້າຈະມີຂະໜາດໃຫຍ່ກວ່າຂາຄູ່ອື່ນໆ ທາງປາຍສຸດຂອງຂາຈະເປັນເລັບແບບຕະຂໍ ໄວ້ສຳລັບຂຸດດິນ. ຈາກນັ້ນຈຶ່ງມີການລອກຄາບຈາກໂຕດັກແດ້ມາເປັນໂຕເຕັມໄວ.
ໄລຍະໂຕເຕັມໄວ (Adults): ຂະໜາດຮ່າງກາຍຍາວປະມານ 3-4 ຊມ. ຮ່າງກາຍເປັນສີນໍ້າຕານອ່ອນຫາສີນ້າຕານເຂັມ, ປີກ 2 ຄູ່. ປາກເປັນທໍ່ງວງ, ໂຕແມ່ປາຍກົນຈະແຫຼມ ແຕ່ສ່ວນໂຕຜູ້ປາຍກົນຈະກົມ. ໂຕຜູ້ຈະມີແຜ່ນແບບລິນປີ້ຢູ່ພື້ນທ້ອງທີ່ໃຊ້ຜະລິດສຽງ.

Contribute