ຕົ້ນຊາຍຊູ້ / Thorn Caper
APA 6th ed. ຕົ້ນຊາຍຊູ້ / Thorn Caper. (2019, June 18). Retrieved from https://www.phakhaolao.la/kb/0000553
MLA 8th ed. ຕົ້ນຊາຍຊູ້ / Thorn Caper. Pha Khao Lao, 18 June 2019, https://www.phakhaolao.la/kb/0000553.
Chicago 17th ed. Pha Khao Lao. 2019. "ຕົ້ນຊາຍຊູ້ / Thorn Caper." Published June 18, 2019. https://www.phakhaolao.la/kb/0000553.
Capparis billardieri DC.
Capparis callosa Blume
Capparis conspicua Wall.
Capparis donnaiensis Pierre ex Gagnep.
Capparis forsteniana Miq.
Capparis hainanensis Oliv.
Capparis liangii Merr. & Chun
Capparis micracantha subsp. micracantha
Capparis myrioneura Hallier f.
Capparis odorata Blanco
Capparis petelotii Merr.
Capparis roydsiifolia Kurz
Capparis venosa Merr.
Eng: Caper-Thorn, Thorn Caper, Melada, Jambol Merah, Thai Caper Flame Bean
Chinese: 小刺山柑
ຕົ້ນຊາຍຊູ້ຈັດເປັນໄມ້ຟຸ່ມ, ມີຄວາມສູງຂອງຕົ້ນ 1-6 ມ. ກິ່ງກ້ານເປັນສີຂຽວ, ກິ່ງຄົດໄປມາ, ຜິວລຽບກ້ຽງ ມີໜາມຍາວ 2-4 ມມ, ຕົ້ນຕັ້ງຊື່ ຫຼື ໂຄ້ງເລັກນ້ອຍ ສ່ວນລໍາຕົ້ນເປັນສີເທົາ ຜິວເປືອກຕົ້ນເປັນກະສີຂາວໆ ແຕກກະແຫງ, ແຜ່ພັນດ້ວຍເມັດ. ໃບເປັນໃບດ່ຽວອອກລຽງສະຫຼັບ, ລັກສະນະຂອງໃບເປັນຮູບຂອບຂະໜານ, ຮູບໄຂ່, ໃບມີຂະໜາດກວ້າງ 3-15 ຊມ ແລະ ຍາວ 9.5-24 ຊມ. ດອກອອກເປັນດອກດ່ຽວ ອອກເປັນແຖວ 1-7 ດອກ ໂດຍຈະອອກຕາມຊໍ່ໃບບໍລິເວນປາຍກິ່ງ, ກີບດອກເປັນສີຂາວລົນງ່າຍ ມີ 2 ກີບ, ດ້ານນອກສີຂາວແຕ້ມເຫຼືອງ ແລະ ຈະປ່ຽນເປັນແຕ້ມສີມ່ວງປົນສີນໍ້າຕານ, ມີຂະໜາດກວ້າງ 3-7 ມມ ແລະ ຍາວ 10-25 ມມ, ມີຕ່ອມນໍ້າຫວານຢູ່ກົກກ້ານດອກ, ດອກມີເກສອນຜູ້ເປັນເສັ້ນຝອຍໆ ສີຂາວຄ້າຍຄືໜວດແມວຍື່ນອອກມາ 20-35 ອັນ, ກ້ານຍາວມີຮັງໄຂ່ເປັນຮູບໄຂ່ກ້ຽງ ສ່ວນກີບດອກຮອງກີບດອກມີລັກສະນະເວົ້າເປັນຮູບເຮືອແກມຮູບໄຂ່. ໝາກເປັນໝາກສົດ ເປັນໝາກຂ້ອນຂ້າງກົມ, ຜິວລຽບແຂງເປັນມັນ ມີ 4 ຮ່ອງຕາມຍາວຂອງໝາກ, ໝາກມີຂະໜາດກວ້າງ 3-6.5 ຊມ, ໝາກອ່ອນເປັນສີຂຽວ ເມື່ອສຸກແລ້ວຈະປ່ຽນເປັນສີເຫຼືອງ ຫຼື ແດງ ຫຼືດໍາ, ພາຍໃນໝາກມີເມັດລັກສະນະເປັນຮູບໄຕ, ສີແດງ ຫຼື ດໍາ ເປັນເມັດອັດແກ່ນຢູ່ເປັນຈໍານວນຫຼາຍ.
ປະໂຫຍດ:
- ໝາກສຸກມີລົດຫວານສາມາດຮັບປະທານໄດ້.
- ຕົ້ນຊາຍຊູ້ເປັນໄມ້ນ້ອຍໃຊ້ພື້ນທີ່ປູກແຄບ, ຕັດແຕ່ງໄດ້ງ່າຍ, ອອກດອກດົກ, ມີກິ່ນຫອມອ່ອນໆ ແລະ ເບີ່ງແປກຕາສາມາດປູກເປັນໄມ້ປະດັບໄດ້.
ສັບພະຄຸນ:
- ໃບໃຊ້ເຂົ້າຢາອາບ ຮັກສາພະຍາດປະດົງ ( ອາການຂອງພະຍາດຜິວໜັງທີ່ມີຜື່ນຄັນ, ເປັນເມັດຂຶ້ນຄືຜົດ, ມີອາການຄັນຫຼາຍ ແລະ ມັກມີໄຂ້) (ໃບ, ດອກ).
- ຮາກມີສັບພະຄຸນຊ່ວຍແກ້ໄຂ້ຮ້ອນພາຍໃນທຸກຊະນິດ, ແກ້ໄຂ້ເພື່ອບີ ແລະ ໂລຫິດ, ຮາກ ແລະ ໃບ ໃຊ້ເປັນຢາລະງັບຄວາມຮ້ອນ.
- ຮາກໃຊ້ເປັນຢາຫຍອດຕາ ແກ້ພະຍາດ ແລະ ຮັກສາດວງຕາ.
- ເນື້ອໄມ້ໃຊ້ເປັນຢາຮັກສາພະຍາດຫຼອດລົມອັກເສບ ແລະ ອາການອັກເສບເຍື່ອດັງ.
- ໝາກໃຊ້ຮັກສາພະຍາດທີ່ເກິດໃນລໍາຄໍ, ແກ້ອາການເຈັບຄໍ ແລະ ຄໍອັກເສບ.
- ເມັດນໍາມາຂົ້ວເປັັັັັັນຢາແກ້ໄອ, ສ່ວນຮາກໃຊ້ເປັນຢາແກ້ໄອເນື່ອງຈາກຫຼອດລົມອັກເສບ.