ປາກົດເຫຼືອງ / Yellow Catfish
APA 6th ed. ປາກົດເຫຼືອງ / Yellow Catfish. (2019, June 24). Retrieved from https://www.phakhaolao.la/kb/0000530
MLA 8th ed. ປາກົດເຫຼືອງ / Yellow Catfish. Pha Khao Lao, 24 June 2019, https://www.phakhaolao.la/kb/0000530.
Chicago 17th ed. Pha Khao Lao. 2019. "ປາກົດເຫຼືອງ / Yellow Catfish." Published June 24, 2019. https://www.phakhaolao.la/kb/0000530.
Thai: Bpa Kod Lueng Yai
ເປັນປາໜັງ, ມີຮູບຮ່າງຄ່ອນຂ້າງກົມ, ຫົວແປສ້ວຍເຂົ້າເລັກນ້ອຍ, ທ່ອນຫາງສັ້ນ, ປາກກວ້າງ, ຫຼັງໂຄ້ງເລັກນ້ອຍ, ໜວດທີ່ຮີມປາກຍາວເຖິງໂຄນຫາງ, ຄີຫຼັງມີປາຍຊີ່ກ້ານຍື່ນອອກມາແຍກເປັນເສັ້ນ, ຕົວສີເທົາ ຫຼື ສີຂຽວອົມເຫຼືອງ, ຫຼັງເທົາເຂັ້ມ, ທ້ອງຂາວຈາງ, ຄີເປັນໄຂມັນສີດຽວກັບລຳຕົວ, ຄີຫູເປັນໜາກແຂງ(ງ່ຽງ).
ປາກົດນິຍົມນຳມາປຸງແຕ່ງເປັນອາຫານມາແຕ່ບູຮານນະການແລ້ວ ໂດຍສະເພາະແມ່ນ ຕົ້ມສົ້ມປາກົດ, ເອາະ, ລາບ ຫຼື ປີ້ງ. ຊີ້ນຈະມີລົດຊາດດີ, ມີຄວາມນິຍົມກັນແຜ່ຫຼາຍໃນເຂດອາຊີຕາເວັນອອກສ່ຽງໃຕ້.
ປາກົດປະສົມພັນໃນເຂດນ້ຳຖ້ວມ ເລີ້ມປະສົມພັນຕົ້ນລະດູຝົນ (ມິຖຸນາ-ກໍລະກົດ) ເຊື່ອວ່າມັນປະສົມພັນຢູ່ບ່ອນນ້ຳຖ້ວຍທີ່ມີຟຸ່ມໄມ້ຈົມນ້ຳຕາມແຄມຝັງ. ປານ້ອຍຈະອາໄສກິນຢູ່ໃນເຂດນ້ຳຖ້ວຍໃນຊ່ວງ 3-4 ເດືນອທຳອິດ. ປາໃຫຍ່ຈະຫາກິນປາດ້ວຍກັນ ແລະ ສັດທີ່ບໍ່ມີກະດູກສັ້ນຫຼັງຕາມລຳແມ່ນ້ຳ. ເມື່ອລະດູແລ້ງຈະອາໄສຢູ່ວັງນ້ຳເລິກໃນແມ່ນ້ຳຂອງ ແລະ ສາຂາຕະຫຼອດຊ່ວງລະດູແລ້ງ. ມັນຈະເຄື່ອນຍ້າຍເຂົ້າໄປຕາມສາຂາແມ່ນ້ຳ ແລະ ອອກໄປສູ່ທົ່ງນານ້ຳຖ້ວມ ເມື່ອລະດັບນ້ຳສູງຂຶ້ນ ການປະສົມພັນແມ່ນເລີ່ມຕົ້ນຂຶ້ນ. ເມື່ອລະດັບນ້ຳເລີ້ມຫຼຸດລົງໃນທ້າຍລະດູຝົນ ປາກົດຈະກັບຄືນເຂົ້າມາສູ່ລຳແມ່ນ້ຳ ຕາມວັງນ້ຳເລິກເປັນບ່ອນລີ້ໄພຍາມແລ້ງ. ມີຫຼາຍແຫ່ງທົ່ວໄປໃນອ່າງແມ່ນ້ຳຂອງ ການເຄື່ອນຍ້າຍແມ່ນມີການພົວພັນເຖິງລະບົບດວງຈັນ. ປາກົດຈະເລີ້ມເຄື່ອນຍ້າຍກ່ອນໜ້າມື້ເດືອນເພັງເຕັມດວງຂອງລະດູແລ້ງທີ່ປາກແມ່ນ້ຳ.