ບອນນົກຂຸ້ມ / Chinese taro
APA 6th ed. ບອນນົກຂຸ້ມ / Chinese taro. (2019, May 31). Retrieved from https://www.phakhaolao.la/kb/0000517
MLA 8th ed. ບອນນົກຂຸ້ມ / Chinese taro. Pha Khao Lao, 31 May 2019, https://www.phakhaolao.la/kb/0000517.
Chicago 17th ed. Pha Khao Lao. 2019. "ບອນນົກຂຸ້ມ / Chinese taro." Published May 31, 2019. https://www.phakhaolao.la/kb/0000517.
Arum cucullatum Lour.
Caladium colocasia Schott ex Wight
Caladium cucullatum (Lour.) Pers.
Caladium rugosum Desf.
Colocasia cochleata Miq.
Colocasia cucullata (Lour.) Schott
Colocasia rugosa (Desf.) Kunth
Panzhuyuia omeiensis Z.Y.Zhu
Eng: Chinese taro, Buddha's Palm
ບອນນົກຂຸ້ມ ຈັດຢູ່ໃນພືດປະເພດລົ້ມລຸກ ແຕກໜໍ່ ແລະ ກິ່ງກ້ານຫຼາຍ, ມີເຫງົ້າຍາວ 30-60 ຊມ, ຂະຫຍາຍພັນດ້ວຍການແຕກໜໍ່. ລັກສະນະຂອງໃບເປັນຮູບໄຂ່ ປາຍແຫຼມ, ໂຄນໃບເປັນຮູບຫົວໃຈ, ໃບມີຂະໜາດກວ້າງປະມານ 10-18 ຊມ ແລະ ຍາວປະມານ 15-30 ຊມ. ດອກບອນນົກຂຸ້ມຈະອອກດອກເປັນຊໍ່ ມີລັກສະນະເປັນແທ່ງກົມຍາວ, ຊໍ່ດອກນັ້ນຈະມີກາບຫຸ້ມ ກາບຫຸ້ມນັ້ນຈະມີຂະໜາວຍາວກວ່າຊໍ່ດອກ. ຢູ່ໃນຊໍ່ດອກຈະມີທັງເພດຜູ້ ແລະ ເພດແມ່ ຊືື່ງດອກເພດຜູ້ຈະມີຫຼາຍກວ່າເພດແມ່. ໝາກເປັນໝາກສົດ ພາຍນອກມີເນື້ອນຸ້ມ ແຕ່ພາຍໃນມີເມັດສີແດງ.
ເພິ່ນຈະນິຍົມປູກເປັນໄມ້ປະດັບທົ່ວໄປ ຊື່ງເຊື້ອວ່າພືດຊະນິດນີ້ເປັນພືດນໍາໂຊກ. ເຫງົ້າຂອງບອນນົກຂຸ້ມສາມາດຮັບປະທານໄດ້ ແລະ ໃຊ້ເປັນຢາສະໝຸນໄພຂອງຊາວຈີນ, ໃນປະເທດຈີນຈະນໍາໃຊ້ທັງຕົ້ນເປັນຢາໃຊ້ພາຍນອກໃນການຮັກສາງູກັດ, ຝີ ແລະ ພະຍາດໄຂຂໍ້.