ຕົ້ນຫວ້ານນໍ້າ / Calamus

Use
Medicine
Oil Extract
Ornamental
Scientific Name / Family
Acorus calamus L / Acoraceae
Synonyms
Acorus angustatus Raf.
Acorus angustifolius Schott
Acorus aromaticus Gilib.
Acorus belangeri Schott
Acorus calamus var. angustifolius (Schott) Engl.
Acorus calamus var. belangeri (Schott) Engl.
Acorus calamus var. calamus
Acorus calamus f. submersa Glück
Acorus calamus var. verus L.
Acorus calamus var. vulgaris L.
Acorus calamus-aromaticus Clairv.
Acorus casia Bertol.
Acorus commersonii Schott
Acorus commutatus Schott
Acorus elatus Salisb.
Acorus europaeus Dumort.
Acorus flexuosus Raf.
Acorus floridanus Raf.
Acorus griffithii Schott
Acorus nilghirensis Schott
Acorus odoratus Lam.
Acorus terrestris Spreng.
Acorus undulatus Stokes
Acorus verus (L.) Raf.
Acorus verus Garsault
Calamus aromaticus Garsault
Other Names
Thai: ວ່ານນໍ້າ
Eng: Calamus, Calamus Flargoot, Flag Root, Mytle Grass, Myrtle sedge, Sweet Flag, Sweetflag, Sweet Sedge
Botanical Description

ເປັນພືດລົ້ມລຸກຫຼາຍປີ, ຕົ້ນສູງປະມານ 50-80 ຊມ, ມີເຫງົ້າຈະເລີນເຕີບໂຕຕາມລວງຍາວຂະໜານກັບໜ້າດິນ, ຜິວນອກເປັນສີນໍ້າຕານອ່ອນ ຫຼື ນໍ້າຕານອົມບົວ, ມີຮາກຝອຍເປັນເສັ້ນນ້ອຍຕິດຢູ່ທົ່ວໄປຕາມເຫງົ້າ. ໃບດ່ຽວຈັບສະຫຼັບກັນຊ້າຍຂວາ, ໃບອອກຈາກເຫງົ້າເປັນເສັ້ນຊື່ ແລະ ຍາວ, ປາຍໃບແຫຼມ ມີຂະໜາວ 1-2 ຊມ ແລະ ຍາວປະມານ 80-110 ຊມ. ຕົ້ນຫວ້ານນໍ້າອອກດອກເປັນຊໍ່, ແທງອອກມາຈາກເຫງົ້າ, ຊໍ່ດອກເປັນແທ່ງຊົງກະບອກ, ເປັນສີເຫຼືອງອອກຂຽວ, ດອກມີຂະໜາດ 0.7-1.5 ຊມ ແລະ ຍາວ 5-10 ຊມ. ໝາກຂອງຕົ້ນຫວ້ານນໍ້າແມ່ນມີຂະໜາດນ້ອຍລັກສະນະຄືກັບລູກຂ່າງ.

Description of Use

ຕົ້ນຫວ້ານໍ້າມີປະໂຫຍດຫຼາຍເຫງົ້າຂອງຕົ້ນຫວ້ານນໍ້າສາມາດນໍາໄປໃຊ້ໄລ່ຍຸງ ແລະ ແມງໄມ້ໄດ້, ຊ່ວຍປ້ອງກັນແມງໄມ້ມາກັດກິນເຂົ້າ ແລະ ເຄື່ອງນຸ່ງ, ເຫງົ້າສົດເມື່ອນໍາມາສະກັດເອົານໍ້າມັນຫອມສະເຫີຍໂດຍການຕົ້ມກັ່ນຈະໄດ້ນໍ້າມັນຫອມລະເຫີຍ 0.17% ສາມາດນໍາໄປໃຊ້ແຕ່ງກິ່ນເຄື່ອງສໍາອາງປະເພດສະບູ, ນໍ້າຫອມ ແລະ ໂລຊັ່ນຕ່າງໆໄດ້. ນອກນີ້ຍັງມີສັບພະຄຸນຫຼາຍຢ່າງຄື: ຮາກ ຊ່ວຍບໍາລຸງຫົວໃຈ, ເຫງົ້າ ຊ່ວຍບໍາລຸງກໍາລັງ ປະສາດ ແລະ ຫຼອດລົມ, ໃຊ້ເປັນຢາພອກແກ້ອາການປວດຕາມຂໍ້ ແລະ ຕາມກ້າມເນື້ອ (ໃບ, ຮາກ, ເຫງົ້າ)...ສາມາດປູກຕົ້ນຫວ້ານນໍ້າເປັນໄມ້ປະດັບໄດ້.
ຂໍ້ຄວນລະວັງ: - ສໍາຫຼັັບຜູ້ທີ່ເຫື່ອອອກງ່າຍບໍ່ຄວນໃຊ້ສະໝຸນໄພຊະນິດນີ້
ການຮັບປະທານເຫງົ້າຫວ້ານນໍ້າເກິນຂະໜາດອາດຈະເຮັດຮາກໄດ້ ແລະ ມີລາຍງານວ່າເຫງົ້າຫວ້ານນໍ້າມີສານ β-asarone ຊືື່ງມີຄວາມເປັນສານຜິດຕໍ່ຕັບ ແລະ ເປັນສານກໍ່ໃຫ້ເກິດມະເຮັງ.

Contribute