ຕົ້ນການໍ້າ / Tumput
APA 6th ed. ຕົ້ນການໍ້າ / Tumput. (2019, May 31). Retrieved from https://www.phakhaolao.la/kb/0000513
MLA 8th ed. ຕົ້ນການໍ້າ / Tumput. Pha Khao Lao, 31 May 2019, https://www.phakhaolao.la/kb/0000513.
Chicago 17th ed. Pha Khao Lao. 2019. "ຕົ້ນການໍ້າ / Tumput." Published May 31, 2019. https://www.phakhaolao.la/kb/0000513.
Acalypha siamensis var. denticulata Airy Shaw
Acalypha sphenophylla Pax & K.Hoffm.
Eng: Tumput, Teh Kampong
Chinese Name : 菱叶铁苋菜
ຕົ້ນການໍ້າ ຈັດເປັນໄມ່ພຸ່ມ ມີຄວາມສູງ 1-2 ມ, ກິ່ງກ້ານກົມກ້ຽງ ຫຼື ມີຮ່ອງຕາມລວງຍາວ ສ່ວນເປືອກລໍາຕົ້ນເປັນສີນໍ້າຕານ. ໃບດ່ຽວລຽງຕາມສະຫຼັບກັນ, ໃບມີຂະໜາດກວ້າງ 1.5-3 ຊມ ແລະ ຍາວ 4-6.5 ຊມ. ອອກດອກເປັນຊໍ່ດ່ຽວ, ຕາມຊອກໃບ ແລະ ປາຍຍອດ, ດອກເປັນແບບແຍກເພດຢູ່ຕົ້ນດຽວກັນ, ໂດຍດອກຜູ້ຈະມີຂະໜາດນ້ອຍຢູ່ຊ່ວງປາຍຍອດ ມີປະມານ 5-7 ດອກ, ສ່ວນດອກແມ່ຈະຢູ່ໂຄນຊໍ່ດອກ ມີປະມານ 2-3 ດອກ (ບາງຄັ້ງມີພຽງ 1 ດອກ) ມີໃບປະດັບເປັນຮູບຖ້ວຍ. ໝາກເປັນໝາກແຫ້ງ ແລະ ແຕກ, ລັກສະນະຂອງໝາກເປັນຮູບຊົງກົມແປ້ນ ແບ່ງເປັນ 3 ພູ, ໝາກມີຢາງໜຽວ ແລະ ມີໜາມ.
ຕົ້ນການໍ້ານິຍົມນໍາມາປູກເປັນໄມ້ປະດັບກາງແຈ້ງ ຫຼື ປູກເປັນຮົ້ວຕາມສະຖານທີຕ່າງໆ. ນອກນີ້ຕົ້ນການໍາຍັງມີສັບພະຄຸນເປັນຢາດີຫຼາຍຢ່າງເຊັ່ນ: ສາມາດໃຊ້ທັງຕົ້ນນໍາມາຕໍາເປັນຢາພອກຮ່າງກາຍເພື່ອຫຼຸດໄຂ້ໄດ້, ນໍາເອົາໃບມາຊົງ ຫຼື ຕົ້ມ ຊ່ວຍໃນການຍ່ອຍ ແລະ ຂັບປັດສະວະ.