ຫວ້ານໃບລາຍ / Snake Plant

Use
Medicine
Ornamental
Scientific Name / Family
Dracaena trifasciata (Prain) Mabb. / Asparagaceae
Synonyms
Sansevieria aureovariegata Mottet
Sansevieria laurentii De Wild.
Sansevieria jacquinii N.E.Br.
Sansevieria craigii Anon.
Sansevieria trifasciata Prain
Sansevieria trifasciata var. laurentii (De Wild.) N.E.Br.
Sansevieria zeylanica var. laurentii (De Wild.) L.H.Bailey
Other Names
Chinese Name : 金边虎尾兰, 黃边虎尾兰
Eng: Snake plant, Mother-in-law's tongue, Viper's bowstring hemp
Thai: Lin Mae Ngaiy, Lin Mung Kone
Botanical Description

ເປັນພືດລົ້ມລຸກຫຼາຍປີ, ມີລຳຕົ້ນໃຕ້ດິນ, ລັກສະນະເປັນເຫງົ້າຍາວ ເລືອແທງຂື້ນເປັນໜໍ່. ໃບເປັນໃບດ່ຽວ, ແຜ່ນໃບຮູບຫອກ, ຂະໜາດ 30-80 x 10-15 ຊມ, ປາຍຮຽວແຫຼມ, ຂອບລຽບ, ໂຄນຮຽວແຫຼມ, ແຜ່ນໃບໜາແຂງ, ແຮງ ເປັນສີຂຽວ, ມີລາຍຂວາງຄ້າຍລາຍເສືອຄໍ້າອອກດຳ ຫຼື ບາງຄັ້ງສີຂຽວລາຍຂາວ, ຂຽວປົນສີເຫຼືອງດ່າງ. ດອກເກີດເປັນຊໍ່ຕັ້ງຊື່, ໃນໜື່ງຊໍ່ມີດອກຈຳນວນຫຼາຍກະຈາຍອອກແບບຄັ່ນຮົ່ມ, ບໍ່ມີໃບປະດັບຮອງຮັບ, ມີກີບດອກ 5 ດອກ, ສີຂາວ ຫຼື ສີຂຽວອ່ອນ. ໝາກມົນກົມ, ເມື່ອສຸກຈະເປັນສີແດງ.

Description of Use

ແກ້ພິດງູກັດຕອດ, ໂດຍໃຊ້ຫົວຂອງມັນມາຝົນທາໃສ່ບໍລິເວນດັ່ງກ່າວ. ກໍລະນີແມງບົ້ງດາດໃຫ້ເອົາໃບຂອງມັນໄປລົນໄຟພອກໃສ່ບໍລິເວນດັ່ງກາວ ຫຼື ເອົາໃບມາບົດປະສົມກັບນ້ຳແລ້ວດື່ມເພື່ອລ້າງສານພິດໃນຮ່າງກາຍ. ພືດຊະນິດນີ້ຍັງເຊື່ອກັນວ່າມີພະລັງວິເສດໃນການຕໍ່ຕ້ານ ຫຼື ຂັບໄລ່ວິນຍານຊົ່ວຮ້າຍຕ່າງໆ.

Contribute