ຕົ້ນໝາກມ່ວງ / Mango

Use
Food
Income
Medicine
Shelter
Scientific Name / Family
Mangifera indica L. / Anacardiaceae
Synonyms
Mangifera austroyunnanensis Hu
Other Names
ລາວ: ຕົ້ນໝາກມ່ວງ
ໄທ: ມະມ່ວງ, ໝາກມ່ວງ, ຫນັກໂມ່ງ, ມະມ່ວງບ້ານ, ມະມ່ວງສວນ, ສິເຄາະ
Botanical Description

ຕົ້ນໝາກມ່ວງເປັນໄມ້ຢືນຕົ້ນຂະໝາດກາງ ລໍາຕົ້ນກົມໃຫ່ຍ ມີຄວາມສູງປະມານ 20-30 ມ. ແຕກກິ່ງກ້ານສາຂາອອກໄປຮອບຕົ້ນຈົນຕືບໝາ. ເປືອກຂອງລໍາຕົ້ນມີສີນໍ້າຕານອົມດໍາ ເປັນຮ່ອງຕາມແນວຍາວຂອງລໍາຕົ້ນ. ໃບເປັນໃບດ່ຽວ ອອກເປັນຄູ່ຈັບລຽງສະຫຼັບກັນ, ໃບຫອກ, ຮູບໄຂ່ ແລະ ຮູບຂອບຂະໜານຂະໝາດ 15-30 x 3.9 ຊມ, ມີເສັ້ນໃບ 12-13 ຄູ່, ໃບອ່ອນຈະມີສີແດງປົນສີກາເຟ, ສ່ວນໃບແກ່ແມ່ນຈະກາຍເປັນສີຂຽວເຂັ້ມ, ກ້ຽງ. ຊໍ່ດອກແມ່ນເກີດຈາກປາຍງ່າຍາວ 10-16 ຊມ. ໃນຊໍ່ດອກປະກອບດ້ວຍດອກ 3 ລະດັບ ຫຼື 4 ລະດັບໃນຊໍ່ດອກໝຶ່ງມີຈໍານວນດອກປະມານ 1,000-1,200 ດອກ, ຊໍ່ດອກມັກມີສີແດງມີຂົນ ຊໍ່ດອກປະກອບມີດອກຫຼາຍເພດຢູ່ນໍາກັນ ປົກກະຕິແລ້ວມີດອກສົມບູນເພດປະມານ 1-16%. ກ້ານດອກສັ້ນມີກິ່ນຫອມ, ມີກາບດອກ 4-8 ກີບ, ດອກຍາວ ມີຂົນປົກຄຸ້ມຢູ່ກີບ ດອກຍາວສອງເທົ່າຂອງກາບດອກ. ໝາກມີຂະໝາດຄວາມຍາວປະມານ 25-30 ຊມ. ເມື່ອໝາກຫຍັງອ່ອນຈະເປັນສີຂຽວ ເມື່ອໝາກສຸກແກ່ຈະເປັນສີເຫຼືອງ.

Description of Use

ພືດເປັນຢາ:

ໝາກມ່ວງມີຄຸນຄ່າທາງດ້ານອາຫານສູງ ສາມາດນໍາເຂົ້າສູ່ໂຮງງານອຸດສາຫະກຳເພື່ອປຸງແຕ່ງເປັນນໍ້າໝາກໄມ້, ໃບ ແລະ ເປືອກຫຍັງສາມາດປຸງແຕ່ງເປັນຢາປ້ອງກັນພະຍາດໄດ້ຫຼາຍຊະນິດ ແລະ ເປັນອາຫານສັດກໍ່ໄດ້ ນອກນັ້ນຫຍັງສາມາດປຸງແຕ່ງເປັນຢາວິຕາມີນ, ປະກອບດ້ວຍທາດອາຫານຫຼາຍຊະນິດ. ນອກຈາກນີ້ຍັງປະໂຫຍດອີກຫຼາຍຢ່າງ ເຊັ່ນ:

  • ຊ່ວຍໃຫ້ສົດຊື່ນ ແລະ ມີຊີວິດຊີວາ
  • ມີວິຕາມິນຊີສູງຈຶ່ງຊ່ວຍຕ້ານອານຸມູນອິດສະຫຼະໄດ້ດີ ແລະ ຍັງມີວິຕາມິນເອ ເຊິ່ງມີສ່ວນຊ່ວຍບຳລຸງຜິວພັນໃຫ້ສົດໃສ
  • ຊ່ວຍບຳລຸງ ແລະ ຮັກສາສາຍຕາ ເພາະອຸດົມໄປດ້ວຍວິຕາມິນເອ ແລະ ເບຕ້າແຄໂລທີນ, ເປັນໝາກໄມ້ທີ່ມີສ່ວນຊ່ວຍບຳລຸງຮ່າງກາຍ ຊ່ວຍເຮັດໃຫ້ຜ່ອນຄາຍ ແລະ ຫຼັບສະບາຍຂື້ນ, ເຮັດໃຫ້ຮ່າງກາຍເຮັດວຽກເປັນປົກກະຕິຂື້ນ ແລະ ຊ່ວຍປັບສົມດຸນພາຍໃນ
  • ໝາກມ່ວງດິບມີວິຕາມິນຊີສູງ ຈຶ່ງຊ່ວຍປ້ອງກັ່ນ ແລະ ຮັກສາພະຍາດເລືອດອອກຕາມຫວ່າງແຂ້ວໄດ້ດີ
  • ຊ່ວຍປ້ອງກັ່ນ ແລະ ຊ່ວຍຫຼຸດຄວາມສ່ຽງຂອງການເກີດ3ຮກມະເຣັງຕ່າງໆ, ມີສ່ວນຊ່ວຍຕ້າຍໂຣກມະເຣັງເຕົ້ານົມ ແລະ ມະເຣັງລຳໄສ້ ລວມທັງມະເຣັງຕ່ອມລູກໝາກ, ມະເຣັງປອດ, ມະເຣັງເມັດເລືອດ ແລະ ມະເຣັງຜິວໜັງເປັນຕົ້ນ
  • ຊ່ວຍບັນເທົາ ແລະ ຮັກສາພະຍາດເບົາຫວານ ໂດຍການນຳໃຊ້ໃບ
  • ແກ້ອາການວຽນຫົວ ປວດຮາກ ແລະ ຮັກສາອາການຂາດນ້ຳ, ຮັກສາຮ້ອນໃນ
  • ຮັກສາພະຍາດຄໍຕີບ ໂດຍການໃຊ້ເປືອກຕົ້ນຕົ້ມດືມ
  • ແກ້ຊາງ ຫຼື ຕານເຕັ້ນໃນເດັກ ໂດຍການນຳໃຊ້ໃບຕົ້ມດືມ
  • ຮັກສາເຍື້ອປາກອັກເສບ ແລະ ດັງອັກເສບໂດຍການນຳເປືອກມາຕົ້ມດືມ
  • ເປືອກໝາກດິບນຳມາຂົ້ວກິນກັບນ້ຳຕານ ຊ່ວຍຮັກສາອາການເັຈບທ້ອງປະຈຳເດືອນ ແລະ ອາການເມືອຍຊ່ວງເປັນປະຈຳເດືອນ
  • ເປືອກຕົ້ນນຳມາຕົ້ມນ້ຳດື່ມ ຊ່ວຍແກ້ໄຂ້ຕົວຮ້ອນ
  • ໄພເບີ້ຈາກໝາກມ່ວງເປັນຕົວຊ່ວຍສຳລັບການຍ່ອຍອາຫານ ແລະ ເຜົາຜານພະລັງງານ
  • ແກ້ອາການທ້ອງອືດ ໂດຍນຳໃບມາຕົ້ມນ້ຳດື່ມ ຫຼື ໃຊ້ແກ່ນນຳໄປຕາກແລ້ວຕົ້ມດື່ມ, ແກ້ອາການເຈັບທ້ອງບິດ ແລະ ຖ່າຍເປັນເລືອດ.
  • ບຳລຸງກະເພາະອາຫານ, ແກ້ອາການລຳໄສ້ອັກເສບຊຳເຮື້ອ, ມີສ່ວນຊ່ວຍໃນການຂັບຖ່າຍ ມີລິດເປັນຢາລະບາຍ.
  • ຊ່ວຍຂັບປັດສະວະ ແລະ ຂັບພະຍາດພິດ.
  • ນ້ຳຕົ້ມຈາກໃບ ແລະ ໝາກມ່ວງສົດໃຊ້ລ້າງບາດແຜພາຍນອກໄດ້ ແລະ ໃຊ້ເປັນຢາຮັກສາແຜ ໂດຍການຕຳພອກ.

ປະໂຫຍດຂອງໝາກມວງ: 

  • ເນື້ອໄມ້: ສາມາດນຳມາໃຊ້ເປັນເຟີນີເຈີ
  • ອາຫານ: ໃຊ້ປະກອບອາຫານ ຫຼື ໃຊ້ຮັບປະທານເປັນອາຫານຫວ່າງໄດ້ຫຼາກຫຼາຍ ເັຊ່ນ: ເຮັດແຈ່ວ, ຍຳໝາກມ່ວງ, ຕົ້ມຍຳ, ມ້ຽງສົ້ມ ຫຼື ການເຮັດໝາກມ່ວງນ້ຳປາຫວານ ແລະ ຄັ້ນເປັນນ້ຳໝາກໄມ້
  • ນຳມາແປຮູບເປັນໝາກມ່ວງກວນ, ໝາກມ່ວງແກ້ວດ ໝາກມ່ວງດອງ ແລະ ອື່ນໆ.
  • ໃບແກ່ໃຊ້ເປັນສີຍ້ອມຜາ ສີເຫຼືອງ
  • ໝາກມ່ວງສຸກນຳມາພອກບຳລຸງໜ້າ ເຮັດໃຫ້ຜິວໜ້າກ້ຽງ, ຮູຂຸ່ມຂົນກະຊັບ, ຜິວລຽບນຽນ ແລະ ບໍ່ມີຮອຍຫຽວຍົ້້ນ.

ຄຸນຄ່າທາງດ້ານໂພຊະນາການຕໍ່ 100 ກຼາມ:

  • kcal 85
  • Water 98.7 (g)
  • Protein 0.5 (g)
  • Fat 0.2 (g)
  • Carb 20.2 (g)
  • ASH 0.4 (mg)
  • Ca 25 (mg)
  • P 15 (mg)
  • Fe 0.3 (mg)
  • Vitamin B1 0.07 (mg)
  • Vitamin B2 0.07 (mg)
  • Vitamin B3 0.8 (mg)
  • Vitamin C 34 (mg)
  • MicronutSc 0.53

 

Contribute