ເຄືອເຂືອງຄຳ / Dodder
APA 6th ed. ເຄືອເຂືອງຄຳ / Dodder. (2019, April 23). Retrieved from https://www.phakhaolao.la/kb/0000452
MLA 8th ed. ເຄືອເຂືອງຄຳ / Dodder. Pha Khao Lao, 23 April 2019, https://www.phakhaolao.la/kb/0000452.
Chicago 17th ed. Pha Khao Lao. 2019. "ເຄືອເຂືອງຄຳ / Dodder." Published April 23, 2019. https://www.phakhaolao.la/kb/0000452.
Cuscuta chinensis var. applanata (Engelm.) Costea & Stefanov.
Cuscuta chinensis var. carinata (R. Br.) Engelm.
Cuscuta chinensis var. ciliaris (Hohen. ex Boiss.) Engelm.
ໄທ: ຝອຍໄໝ, ຜັກໄໝ, ຝອຍທອງ, ຜັກຝອຍທອງ, ທູໂພເຄາະກີ່
ເຄືອເຂືອງຄຳເປັນພືດຈໍາພວກກາຝາກທີ່ຂື້ນເກາະພັນ ແລະ ດູດທາດອາຫານຈາກຕົ້ນໄມ້ອື່ນ. ລໍາຕົ້ນເປັນເສັ້ນກົມອ່ອນ ແຕກກິ່່ງກ້ານສາຂາຫຼາຍເປັນເສັ້ນຍາວ, ມີສີເຫຼືອງທອງ ຍາວປະມານ 100 ຊມ. ແລະ ມີຂະໝາດເສັ້ນຜ່ານສູນກາງບໍ່ເກີນ 1 ຊມ. ໃບເປັນເກັດຂະໝາດນ້ອຍໆ ເປັນຮູບສາມຫຼ່ຽມ, ມີຈໍານວນຫຼາຍ. ດອກອອກເປັນຊໍ່ສີຂາວມີກິ່ນຫອມຕອນເຊົ້າ, ດອກຍ່ອຍບໍ່ມີກ້ານ, ກາບດອກນ້ອຍກົມ, ສີຂາວ, ອວບນ້ຳ, ໂຄນເຊື່ອມຕິດກັນ, ປາຍແຍກ 5 ແສກ, ຍາວປະມານ 0.25-0.3 ຊມ, ກີບດອກສີຂາວ, ອວບນ້ຳ, ໂຄນເຊື່ອມຕິດກັນ, ຮູບຖ້ວຍຍາວປະມານ 0.2 ຊມ. ສ່ວນປາຍແຍກເປັນກີບນ້ອຍໆ 5 ກີບ, ກົມມົນ ເກສອນເພດຜູ້ມີ 5 ອັນ, ຖົງລະອອງເກສອນກົມຮີ, ເຕົ້າໄຂ່ມີ 2 ຫ້ອງແຕ່ລະຫ້ອງມີໄຂ່ອ່ອນ 2 ໃບ, ກ້ານເກສອນເພດແມ່ສັ້ນ 2 ອັນ, ປາຍເປັນຕຸ້ມ. ໝາກກົມແປ, ເສັ້ນຜ່າສູນກາງປະມານ 0.3 ຊມ, ສີເທົາ, ພາຍໃນມີແກ່ນ 2-4 ແກ່ນ, ກົມຮີ ຫຼື ກົມແປ, ມີເສັ້ນຜ່າສູນກາງປະມານ 0.15 ຊມ. ສີເຫຼືອງອົມເທົາ.
ຕົ້ນອ່ອນລວກ ຕົ້ມ ຫຼື ກິນເປັນຜັກສົດກັບນໍ້າແຈ່ວ. ໃຊ້ຍໍາໃສ່ໝາກເຂືອ ຫຼື ນໍາມາຊຸບແປ້ງທອດກິນກັບນໍ້າແຈ່ວກະປິ ແລະ ຕົ້ນແກ້ຮ້ອນໃນ, ຊ່ວຍຂັບນໍ້າເລືອດ, ແກ້ກະຫາຍນໍ້າ, ຂັບປັດສະວະ, ໄອເປັນເລືອດ, ບໍາລຸງຕັບ, ໝາກໄຂ່ຫຼັງ, ບໍາລຸງສາຍຕາ, ແກ້ປວດແອວ, ຂາ, ແກ້ກະຫາຍ, ຂັບລົມ. ຮັກສາແຜນຊໍ້າເຮືອ, ຖ່າຍເປັນເລືອດ.