ຕົ້ນດອກຕາເວັນ / Common Sunflower
APA 6th ed. ຕົ້ນດອກຕາເວັນ / Common Sunflower. (2019, April 23). Retrieved from https://www.phakhaolao.la/kb/0000445
MLA 8th ed. ຕົ້ນດອກຕາເວັນ / Common Sunflower. Pha Khao Lao, 23 April 2019, https://www.phakhaolao.la/kb/0000445.
Chicago 17th ed. Pha Khao Lao. 2019. "ຕົ້ນດອກຕາເວັນ / Common Sunflower." Published April 23, 2019. https://www.phakhaolao.la/kb/0000445.
Helianthus annuus var. annuus
Helianthus annuus f. annuus
Helianthus annuus var. argophyllus (Torr. & A.Gray) Alef.
Helianthus annuus subsp. jaegeri (Heiser) Heiser
Helianthus annuus subsp. lenticularis (Douglas ex Lindl.) Cockerell
Helianthus annuus var. lenticularis (Douglas ex Lindl.) Steyerm.
Helianthus annuus var. macrocarpus (DC.) Cockerell
Helianthus annuus subsp. petiolaris (Nutt.) Anashch.
Helianthus annuus var. texanus (Heiser) Shinners
Helianthus annuus subsp. texanus Heiser
ໄທ: ດອກທານຕະວັນ ( ທົ່ວໄປ ), ບົວທອງ, ບົວຕອງ ( ພາກເໜືອ ), ບົວຜັດ, ບົວທອງ ( ພາກຕາເວັນອອກສຽງເໜືອ ), ຊອນຕະວັນ, ທານຕະວັນ ( ພາກາງ ), ທານຫວັນ ( ພາກໃຕ້ ).
ຈີນ: ຊ່ຽງຍື່ຂຸຍ, ຢ່ຽງຢິກຂຸ້ຍ.
ຕົ້ນດອກຕາເວັນຈັດເປັນໄມ້ລົ້ມລຸກອາຍຸ 1 ປີ, ສູງ 3–3.5 ແມັດ, ລຳຕົ້ນຕັ້ງຊື່ເປັນສີຂຽວ, ມີຂົນຍາວສີຂາວຂ້ອນຂ້າງແຂງປົກຄຸມ. ໃບດ່ຽວອອກກົງກັນຂ້າມກັນ, ແຜ່ນໃບຮູບຮີຂ້ອນຂ້າງກົມ ຫຼື ຮູບໄຂ່, ຮູບຫົວໃຈ, ສີຂຽວອ່ອນ ແລະ ຂຽວເຂັ້ມ, ປາຍໃບແຫຼມ, ໂຄນໃບມົນວ້ຳເປັນຮູບຫົວໃຈ, ຂອບແຂ້ວເລື້ອຍ, ໃບກວ້າງ 9–25 ຊັງຕີແມັດ ແລະ ຍາວ 10–30 ຊັງຕີແມັດ, ຫຼັງໃບ ແລະ ພື້ນໃບມີຂົນສີຂາວທັງສອງດ້ານ, ມີກ້ານຍາວ. ດອກເປັນຊໍ່ກະຈູກແໜ້ນ, ອອກຢູ່ປາຍຍອດ, ດອກເປັນດອກສົມບູນເພດມີຂະໜາດໃຫຍ່, ສີເຫຼືອງເຂັ້ມ, ມີຂະໜາດເສັ້ນຜ່າສູນກາງຂອງຊໍ່ດອກ 25–30 ຊມ, ກາບດອກເປັນຈຳນວນຫຼາຍລຽນຊ້ອນກັນເປັນຊັ້ນໆ, ຮູບໄຂ່, ປາຍກາບດອກແຫຼມເປັນສີເຫຼືອງສົດ. ມີເກສອນເພດແມ່ຢູ່ກາງ 1 ອັນ ແລະ ເກສອນເພດຜູ້ 5 ອັນ. ໝາກແຫ້ງ ແລະ ມີຈຳນວນຫຼາຍຢູ່ຖານຊໍ່. ແກ່ນດ່ຽວແຂງ.
ແກ່ນດອກຕາເວັນຊ່ວຍຫຼຸດຄວາມດັນເລືອດ ຫຼື ຈະໃຊ້ແກ່ນ ຫຼື ໄສ້ຂອງລຳຕົ້ນມາຕົ້ມກັບນ້ຳດື່ມ ຫຼື ຈະໃຊ້ໃບສົດ 60 ກຼາມນຳມາຕົ້ມເອົາແຕ່ນ້ຳດື່ມ. ຊ່ວຍຮັກສາເຕົ້ານົມອັກເສບດ້ວຍການໃຊ້ຖານຮອງດອກແຫ້ງນຳມາຕັດເປັນປ່ຽງແລ້ວນຳໄປຂົ້ວໃຫ້ພໍມາດແລ້ວບົດໃຫ້ລະອຽດນຳມາແຊ່ກັບນ້ຳອຸ່ນ ຫຼື ເຫຼົ້າດື່ມຄັ້ງລະ 10–15 ກຼາມ, ວັນລະ 3 ຄັ້ງ. ແກ່ນ ຫຼື ໄສ້ຂອງລຳຕົ້ນນຳມາຕົ້ມກັບນ້ຳດື່ມເປັນຢາຂັບໜີ່ວໝາກໄຂ່ຫຼັງ, ໜີ່ວໃນທາງເດີນປັດສະວະ, ຊ່ວຍຂັບປັດສະວະໄດ້ດີ, ແກ້ປັດສະວະຂຸ້ນຂາວ, ແກ້ປັດສະວະເປັນເລືອດດ້ວຍການໃຊ້ແກນກາງຂອງລຳຕົ້ນຍາວປະມານ 60 ຊັງຕີແມັດ ຫຼື ປະມານ 15 ກຼາມ ນຳມາຕົ້ມເອົາແຕ່ນ້ຳ ຫຼື ປະສົມກັບນ້ຳເຜີ້ງດື່ມ.