ຕົ້ນໝາກຜາງ / Plum mango
APA 6th ed. ຕົ້ນໝາກຜາງ / Plum mango. (2019, April 3). Retrieved from https://www.phakhaolao.la/kb/0000433
MLA 8th ed. ຕົ້ນໝາກຜາງ / Plum mango. Pha Khao Lao, 3 April 2019, https://www.phakhaolao.la/kb/0000433.
Chicago 17th ed. Pha Khao Lao. 2019. "ຕົ້ນໝາກຜາງ / Plum mango." Published April 3, 2019. https://www.phakhaolao.la/kb/0000433.
ໄທ: ມະປາງ, ບັກປາງ, ມະຜາງ
ພາສາອັງກິດ: Black Turmeric
ເປັນຕົ້ນໄມ້ທີ່ມີຄວາມສູງເຖິງ 20 ແມັດ, ລໍາຕົ້ນ ແລະ ເຮືອນຍອດເປັນພຸ່ມຕືບ, ຮູບກົມ, ຜິວເປືອກລໍາຕົ້ນຄ່ອນຂ້າງເປັນກະຕູດ, ເປັນຮ່ອງສີເທົາອົມນໍ້າຕານອ່ອນ. ໃບດ່ຽວ, ອອກກົງຂ້າມກັນລັກສະນະຂອງໃບໝາກຜາງຄ້າຍໃບໝາກມ່ວງແຕ່ມີຂະໜາດນ້ອຍກວ່າ ແລະ ໃບເປັນໃບຮູບຂອບຂະໜານ, ມີສີຂຽວ, ແຜ່ນໃບໜຽວ, ມີເສັ້ນໃບເຫັນໄດ້ຊັດເຈນ, ໃບອ່ອນມີສີມ່ວງແດງ, ຍາວປະມານ 14 ຊມ, ກວ້າງປະມານ 3.5 ຊມ. ດອກຈະອອກເປັນຊໍ່, ອອກບໍລິເວນປາຍກິ້ງງ່າ, ດອກເມື່ອບານຈະມີສີເຫຼືອງ ເປັນດອກສົມບູນເພດ ແລະ ຊໍ່ດອກຈະຍາວປະມານ 8-15 ຊມ. ໝາກ ຮູບໄຂ້ ແລະ ກົມ, ປາຍແຫຼມ ໂດຍໝາກຜາງ 1 ຊໍ່ ຈະມີໝາກຢູ່ປະມານ 1-15 ໝາກ. ໝາກດີບຂອງໝາກຜາງຈະມີສີຂຽວອ່ອນເຖິງເຂັ້ມ ສ່ວນໝາກສຸກຈະມີສີເຫຼືອງ ເຖີງ ອົມສົ້ມ.
ໝາກຜາງມີລົດສົ້ມຫວານ ຮັບປະທານເປັນໝາກໄມ້ຕາມລະດູໄດ້ ນອກນັ້ນຍັງແກ້ເສມຫະ, ກັດເສມຫະໃນລໍາຄໍ, ແກ້ນໍ້າລາຍໜຽວ, ຟອກເລືອດ. ຮາກລົດຈືດເຢັນ ເປັນຢາຖອນພິດໄຂ້, ພິດສຳແດງ, ແກ້ໄຂ້ກັບ, ໄຂ້ຊໍ້າ ແລະ ແກ້ໄຂ້ມີພິດຮ້ອນ. ໃບມີລົດຈືດເຜັດ, ຕໍ່າພອກສີສະ ລົດອາການປົວຫົວ. ແກ້ໄຂ້ ຖອນພິດໄຂ້, ພິດສຳແດງ ໂດຍໃຊ້ຮາກສົດ 20-30 ກຼາມ ລ້າງໃຫ້ສະອາດ, ສັບເປັນຕ່ອນໆຕົ້ມໃນນໍ້າ 1 ລີດ ຄ້ຽວໃຫ້ເຫຼືອງເຄິ່ງໜຶ່ງ ຕອງເອົານໍ້າມາດື່ມວັນລະ 1-2 ເທື່ອ. ແກ້ປວດຫົວ, ໂດຍໃຊ້ໃບສົດ 10-15 ກຼາມ ລ້າງໃຫ້ສະອາດ ນໍາມາຕໍ່າໃຫ້ລະອຽດອາດຈະປະສົມເຫລົ່າເລັກນອຍກໍ່ໄດ້ ໃຊ້ພົກຫົວບໍລິເວນທີ່ປວດ.