ຕົ້ນໝາກຮຸ່ງສາ / Castor bean

Use
Medicine
Scientific Name / Family
Ricinus communis L. / Euphorbiaceae
Synonyms
Ricinus communis var. aegyptiaceus (Popova) Moshkin
Ricinus communis var. africanus Müll.Arg.
Ricinus communis subsp. africanus (Mill.) Nyman
Ricinus communis var. amblyocalyx Müll.Arg.
Ricinus communis f. americanus Müll.Arg.
Ricinus communis var. americanus Müll.Arg.
Ricinus communis f. argentatus T.Carvalho
Ricinus communis f. argyratus T.Carvalho
Ricinus communis var. armatus (Andr.) Müll.Arg.
Ricinus communis f. atratus T.Carvalho
Ricinus communis f. atrobrunneatus T.Carvalho
Ricinus communis f. atrofulvatus T.Carvalho
Ricinus communis f. atrofuscatus T.Carvalho
Ricinus communis f. atrophoeniceus T.Carvalho
Ricinus communis f. atropunicatus T.Carvalho
Ricinus communis f. atropurpureatus T.Carvalho
Ricinus communis f. avellanatus T.Carvalho
Ricinus communis var. badius (Rchb.) Müll.Arg.
Ricinus communis var. bailundensis J.M.Coult.
Ricinus communis var. benguelensis Müll.Arg.
Ricinus communis f. blumeanus Müll.Arg.
Ricinus communis var. brasiliensis Müll.Arg.
Other Names
ລາວ: ຕົ້ນຮຸ່ງສາ
ໄທ: ລະຫຸ່ງ, ຄິຕິ, ມະໂຫ່ງ, ລະຫຸ່ງແດງ, ມະລະຫຸ່ງ,
ຈີນ: ປີມັ້ວ
ພາສາອັງກິດ: Castor bean, Castor oil, Palma- christi
Botanical Description

ເປັນໄມ້ພຸ່ມ ຫຼື ໄມ້ຕົ້ນຂະໜາດນ້ອຍ, ມີອາຍຸຢູ່ໄດ້ຫຼາຍປີ. ໃບດ່ຽວ, ແຜ່ນໃບຮູບມົນ, ຂອບວ້ຳເລີກ, ປາຍແສກແຫຼມ, ຄ້າຍກັບຝາມືເປັນແຜນກວ້າງ,  ຖ້າເປັນຫຸ່ງສາຂາວກ້ານໃບກໍ່ເປັນສີຂຽວ ແຕ່ຖ້າເປັນຫຸ່ງສາແດງກ້ານໃບກໍ່ເປັນສີແດງ. ດອກ ອອກເປັນຊໍ່ເກີດຈາກສ່ວນຍອດຂອງຕົ້ນ ຫຼື ບ່ອນງ່າມໃບ, ດອກເປັນສີແດງ ດອກເພດຜູ້ ແລະ ເພດແມ່ຢູ່ຕ່າງດອກກັນ ແຕ່ຈະຢູ່ຕົ້ນດຽວກັນ. ໝາກ ມີ 3 ສັ້ນ ແລະ ມີໜາມ, ພາຍໃນໝາກຈະມີແກ່ນຢູ່ຊຶ່ງເປືອກແກ່ນນີ້ຈະເປັນຈຸດສີນໍ້າຕານອົບເທົາຄ້າຍຄືໂຕເຫັບ ເນື້ອໃນສີຂາວ.

Description of Use

ເປັນໄມ້ພຸ່ມກິ້ງໄມ້ຕົ້ນຂະໜາດນ້ອຍ ມີອາຍຸຢູ່ໄດ້ຫຼາຍປີ ຢູ່ໃນປະເທດເຮົາຈະມີທັ້ງຮຸ່ງສາຂາວ ແລະ ຫຸ່ງສາແດງ ຊຶ່ງຫຸ່ງສາຂາວມີລໍາຕົ້ນເປັນສີຂຽວ ແລະ ຫຸ່ງສາແດງລໍາຕົ້ນ ແລະ ກ້ານໃບເປັນສີແດງ. ໃບ ເປັນໃບດ່ຽວ ລັກສະນະຂອງໃບຈະຈັກແຫຼມ ຄ້າຍກັບຝາມືເປັນແຜນກວ້າງ  ຖ້າເປັນຫຸ່ງສາຂາວກ້ານໃບກໍ່ເປັນສີຂຽວ ແຕ່ຖ້າເປັນຫຸ່ງສາແດງກ້ານໃບກໍ່ເປັນສີແດງ. ດອກ ອອກເປັນຊໍ່ບ່ອນສ່ວນຍອດຂອງຕົ້ນ ຫຼື ບ່ອນງ່າມໃບ ດອກເປັນສີແດງ ດອກເພດຜູ້ ແລະ ເພດແມ່ຢູ່ຕ່າງດອກກັນ ແຕ່ຈະຢູ່ຕົ້ນດຽວກັນ. ໝາກ ມີ 3 ພູ ແລະ ມີໜາມ ພາຍໃນໝາກຈະມີແກ່ນຢູ່ຊຶ່ງເປືອກແກ່ນນີ້ຈະເປັນຈຸດສີນໍ້າຕານອົບເທົາຄ້າຍຄືໂຕເຫັບ ເນື້ອໃນສີຂາວ.

Contribute