ຕົ້ນດອກຈຳປາຂາວ / Great White Frangipani
APA 6th ed. ຕົ້ນດອກຈຳປາຂາວ / Great White Frangipani. (2019, April 3). Retrieved from https://www.phakhaolao.la/kb/0000431
MLA 8th ed. ຕົ້ນດອກຈຳປາຂາວ / Great White Frangipani. Pha Khao Lao, 3 April 2019, https://www.phakhaolao.la/kb/0000431.
Chicago 17th ed. Pha Khao Lao. 2019. "ຕົ້ນດອກຈຳປາຂາວ / Great White Frangipani." Published April 3, 2019. https://www.phakhaolao.la/kb/0000431.
Plumeria obtusa var. obtusa
Plumeria obtusa var. parviflora Griseb.
Plumeria obtusa var. sericifolia (C.Wright ex Griseb.) Woodson
ໄທ: ລັ່ນທົມຂາວ,ລີລາວະດີ
ພາສາອັງກິດ: Singapore plumeria
ເປັນຕົ້ນໄມ້ຂະໜາດນ້ອຍ, ສູງປະມານ 3-6 ແມັດ, ລໍາຕົ້ນ ແລະ ກິ່ງອວບນໍ້າ, ສີນໍ້າຕານປົນເທົາ, ແຕກກິ່ງກ້ານສາຂາເປັນພຸ່ມກວ້າງ, ທຸກສ່ວນມີຢາງສີຂາວ. ໃບດ່ຽວ ລຽນວຽນສະລັບຖີ່ບໍລິເວນປາຍກິ້ງ, ແຜ່ນໃບຮູບໄຂ່ກັບແກມຂະນານ, ກວ້າງ 5-8 ຊມ, ຍາວ 20-32 ຊມ, ປາຍໃບ ແລະ ກົກໃບມົນ, ຂອບໃບລຽບ, ມີດອກຍ່ອຍ 8-16 ດອກ, ກີບດອກເຊື່ອມກັນເປັນຫຼອດ ພາຍໃນມີຂົນ. ປາຍແຍກເປັນ 5 ກີບ ຊ້ອນເຫຼື້ອມກັນ ກີບຮູບໄຂ່ກັບປາຍມົນ. ປາຍກີບໂຄ້ງລົງໄປທາງດ້ານກົກດອກ ເມື່ອດອດຍ່ອຍບານມີເສັ້ນຜ່ານສູນກາງ 6-8 ຊມ, ກິ່ນຫອມອ່ອນຕະຫຼອດວັນ. ໝາກ ເປັນຝັກຄູ່ຮູບຍາວຮີ, ກວ້າງ 1.5 ຊມ. ເມື່ອແກ່ແຕກເປັນສອງຊີ້ນ ມີແກ່ນຈຳນວນຫຼາຍ ແກ່ນແບບມີປີກ.
ເປືອກ ແລະ ຮາກຂອງຕົ້ນຈຳປາຂາວ ມີລົດຂົມ, ເປັນຢາຖ່າຍຢ່າງຮຸນແຮງ, ຕົ້ມດື່ມແກ້ພະຍາດໜອງໃນ, ແກ້ໄຂ້, ຖ່າຍຂັບລະດູ. ແກ່ນມີລົດຂົມ, ໃຊ້ເປັນຢາແກ້ໄອ, ກະຫາຍນໍ້າ. ໃບ ແລະ ຕົ້ນມີລົດຂົມເມົາ ມີສານຕ້ານເນື້ອງອກ ໃຊ້ລົດການຟົກຊໍ້າ ແລະ ຮັກສາແຜຊໍ້າເຮືອ. ດອກມີລົດຊຸ່ມສຸຂຸມ ຊົງເປັນຊາດື່ມແກ້ຮ້ອນໃນ, ແກ້ບິດ, ແກ້ໄຂ້ ແລະ ແກ້ໄຂ້ມາລາເຣຍ. ແກ້ໄຂ້ ແລະ ແກ້ໄຂ້ມາເລເຣຍ ໂດຍໃຊ້ດອກແຫ້ງຄັ້ງລະ 10-15 ກຼາມຕົ້ມນໍ້າປະມານ 500 ຊີຊີ ແລ້ວຕອງເອົານໍ້າມາດື່ມວັນ 1-2 ເທື່ອ ເຊົ້າ-ແລງ ຫຼື ໃຊ້ດອກຮັບປະທານກັບພູກໍ່ໄດ້. ແກ້ຮ້ອນໃນ ແລະ ແກ້ບິດ ໂດຍໃຊ້ດອກແຫ້ງ 15-25 ກຼາມ ຕົ້ມນໍ້າປະມານ 500 ຊີຊີ ແລ້ວຕອງເອົານໍ້າມາດື່ມ.