ຜັກທຽມ / Garlic
APA 6th ed. ຜັກທຽມ / Garlic. (2021, December 6). Retrieved from https://www.phakhaolao.la/kb/0000422
MLA 8th ed. ຜັກທຽມ / Garlic. Pha Khao Lao, 6 December 2021, https://www.phakhaolao.la/kb/0000422.
Chicago 17th ed. Pha Khao Lao. 2021. "ຜັກທຽມ / Garlic." Published December 6, 2021. https://www.phakhaolao.la/kb/0000422.
Allium controversum Schrad. ex Willd.
Allium longicuspis Regel
Allium ophioscorodon Link
Allium pekinense Prokh.
Allium sativum subsp. asiae-mediae Kazakova
Allium sativum f. asiae-mediae Kazakova
Allium sativum var. controversum (Schrad. ex Willd.) Nyman
Allium sativum subsp. controversum (Schrad. ex Willd.) K.Richt.
Allium sativum subsp. ophioscorodon (Link) Schübl. & G.Martens
Allium sativum var. ophioscorodon (Link) Döll
Allium sativum var. pekinense (Prokh.) F.Maek.
Allium sativum f. pekinense (Prokh.) Makino
Allium sativum f. sagittatum Kazakova
Allium sativum var. sativum
Allium sativum var. subrotundum Gren. & Godr.
Allium sativum subsp. subrotundum (Gren. & Godr.) K.Richt.
Allium sativum f. vulgare Kazakova
Allium scorodoprasum var. viviparum Regel
Allium scorodoprasum subsp. viviparum (Regel) K.Richt.
Porrum ophioscorodon (Link) Rchb.
Porrum sativum (L.) Rchb.
ໄທ: ກະທຽມ, ກະທຽມຂາວ, ກະທຽມຈີນ, ຫອມຂາວ, ຫອມທຽມ
ພາສາອັງກິດ: Garlic
ເປັນພືດລົ້ມລຸກ, ສູງ 30-60 ຊມ, ມີຫົວແບບລຳກາບຢູ່ໃຕ້ດິນ, ກົມແປ, ມີເສັ້ນຜ່ານສູນກາງ 2-4 ຊມ, ມີແຜ່ນກາບໃບສີຂາວ ຫຼື ສີມ່ວງອົມຊົມພູຫຸ້ມຢູ່ 3-4 ຊັ້ນ, ຫົວມີ 6-10 ກີບ, ກີບເກີດຈາກຕາຊອກໃບອ່ອນ. ໃບດ່ຽວ, ຕັ້ງຊື່ ຫຼື ກົ່ງລົງ, ຂື້ນມາຈາກໜ້າດິນ, ລຽນຊ້ອນສະລັບ, ກວ້າງ 0.5-2.5 ຊມ, ຍາວ 30-60 ຊມ, ປາຍແຫຼມແບບ, ຂອບລຽບ ແລະ ພັບທົບເປັນສັນຕະຫຼອດຄວາມຍາວຂອງໃບ, ກົກແຜ່ເປັນແຜ່ນ ແລະ ເຊື່ອມຕິດກັນເປັນວົງຫຸ້ມຮອບໃບທີ່ອ່ອນກວ່າ ແລະ ກ້ານໃບຊ້ອນຫຸ່ມກັນກາຍເປັນລໍາຕົ້ນ, ສີຂຽວ. ຊໍ່ດອກແບບຄັນຮົ່ມ, ໃບປະດັບຮູບໄຂ່ນ້ອຍໆຈຳນວນຫຼາຍຢູ່ປະປົນກັນ, ດອກຂະໜາດນ້ອຍຊຶ່ງມີຈຳນວນນ້ອຍ ມີໃບປະດັບໃຫ່ຍ 1 ໃບ ຍາວ 7.5-10 ຊມ. ບາງ, ແຫ້ງ, ກ້ານຊໍ່ດອກເປັນກ້ານຕັ້ງຊື່, ລຽບ, ຮູບຊົງກະບອກ, ຍາວ 40-60 ຊມ. ດອກສົມບູນເພດ, ກີບລວມ 6 ກີບ ແຍກຈາກກັນ ຫຼື ຕິດກັນທີ່ໂຄນ, ຮູບໃບຫອກ, ປາຍແຫຼມ, ຍາວປະມານ 4 ມມ, ສີຂາວ ຫຼື ຂາວອົມຊົມພູ, ເກສອນຜູ້ 6 ອັນ, ຕິດທີ່ກົກກີບລວມ ແລະ ກ້ານເກສອນແມ່ຍື້ນຂື້ນມາສູງກວ່າສ່ວນອື່ນໆຂອງດອກ, ເຕົ້າໄຂ່ 3 ຫ້ອງ, ແຕ່ລະຫ້ອງມີແກ່ນ 1-2 ແກ່ນ. ໝາກນ້ອຍເປັນກະເປາະສັ້ນໆຮູບໄຂ່ ຫຼື ຄ່ອນຂ້າງກົມ ມີ 3 ສັນ, ແກ່ນມີຂະໜາດນ້ອຍສີດຳ.
ໃບຜັກທຽມມີຣົດເຜັດຮ້ອນເຮັດໃຫ້ເສມຫະແຫ້ງ, ການໄຫຼວຽນເລືອດໄດ້ດີ, ແກ້ອາການເຈັບທ້ອງ, ຫົວຜັກທຽມ ລົດຮ້ອນ, ແກ້ໄອ, ແກ້ພະຍາດຜີວໜັງ, ກາກເກື້ອນ, ແກ້ແຜ່ເນົ່າເນື້ອຮ້າຍ, ບໍາລຸງທາດ, ແກ້ພະຍາດປະສາດ, ແກ້ເຈັບຫູ, ລ້າງສານພິດ, ແກ້ລິດສະດວງອອກ, ຂັບພະຍາດໃນທ້ອງ, ແກ້ພະຍາດໃນປາກ, ແກ້ຄໍອັກເສບ, ແກ້ຫຶດ, ແກ້ລົມເຂົ້າຂໍ້, ແກ້ຈຸກສຽດ, ແໜ້ນເຟີ້, ແກ້ຂັບປັດສະວະ, ບໍາລຸງປອດ, ແກ້ປອດພິການ, ແກ້ບວມ, ແກ້ວັນນະໂລກປອດ, ແກ້ເສມຫະ, ນໍ້າລາຍໜຽວ, ແກ້ເລືອດອອກຕາມເຫືອກ, ແກ້ຟົກບວມ, ແກ້ສະເອີກ ແລະ ຍັງເປັນຢາອາຍຸວັດທະນາ. ນອກນັ້ນກະທຽມຍັງເປັນສ່ວນໜຶ່ງໃນການປະກອບອາຫານຕ່າງອີກດ້ວຍ.