ຜັກແວ່ນ / Four Leaf Clover
APA 6th ed. ຜັກແວ່ນ / Four Leaf Clover. (2019, April 3). Retrieved from https://www.phakhaolao.la/kb/0000417
MLA 8th ed. ຜັກແວ່ນ / Four Leaf Clover. Pha Khao Lao, 3 April 2019, https://www.phakhaolao.la/kb/0000417.
Chicago 17th ed. Pha Khao Lao. 2019. "ຜັກແວ່ນ / Four Leaf Clover." Published April 3, 2019. https://www.phakhaolao.la/kb/0000417.
ໄທ: ຜັກແວ່ນ, ຜັກລິ້ນປີ່, ຫູນເຕາະ, ຜັກກໍາແຫວນ
ຜັກແວ່ນເປັນພືດຈັດໃນກຸ່ມຜັກກູດ ເລືອຍາວຕາມໝ້າດິນມີລໍາຕົ້ນສູງປະມານ 20 ຊມ. ຈະເລີນເຕີບໂຕໃນນໍ້າຕື່ນໆ ມີລໍາຕົ້ນເປັນເຫົ້ງາລຽວຍາວຄ່ອຍເກາະເລືອ ແລະ ແຕກກິ່ງກ້ານບໍ່ເປັນລະບຽບມີຂົນສີນໍ້າຕານອ່ອນໆຂື້ນປົກຄຸມ ແລະ ໃບຈະຢູ່ເທິງໝ້ານໍ້າໂດຍຕົ້ນອ່ອນຈະມິສີຂຽວເມື່ອແກ່ແລ້ວຈະເປັນສີນໍ້າຕານເຂັ້ມສ່ວນຂອງຮາກສາມາດເກາະຕິດ ແລະ ຈະເລີນຢູ່ໄດ້ທັງເທິງໝ້າດິນ ຫຼື ຈະເລີນໄດ້ຢູ່ໃນນໍ້າ. ໃບຜັກແວ່ນ ໃບເປັນໃບປະສົມແບບວີ, ໂດຍມີໃບຍ່ອຍ 4 ໃບ, ຄ້າຍກັງຫັນລັກສະນະຂອງໃບຍ່ອຍເປັນຮູບສາມຫມ່ຽມ ປາຍມົນ, ກົກໃບແຫຼມ ເຊື່ອມຕິດກັນ, ໃບສີຂຽວອ່ອນ ມີຄວາມກ້ວາງປະມານ 0.6-1.5 ຊມ. ຍາວປະມານ 0.8-8 ຊມ. ໂຄນໃບສອບ ສ່ວນຂອບຂອງໃບລຽບ ຫຼື ຫຍັບເລັກໝ້ອຍ ສ່ວນກ້ານໃບຈະມີຄວາມຍາວປະມານ 4.5-15 ຊມ. ກົກໃບແກ່ມີສະປໍ ອອກທີ່ໂຄນກ້ານໃບເປັນກ້ອນແຂງໆອອກດ່ຽວ ຫຼື ອອກຫຼາຍອັນມີສີດໍາກ້ານຍາວປະມານ 0.5 ຊມ. ດອກເປັນດອກດ່ຽວມີສີເຫຼືອງ ດອກມີກີບເປັນສີມ່ວງມີຂະໝາດນ້ອຍອອກຕາມຊອກໃບ
ໃບອ່ອນຍອດອ່ອນ ແລະ ກ້ານໃບໃຊ້ເປັນຜັກສົດ ຍອດອ່ອນນໍາເອົາມາກິນກັບປົ່ນ, ກັບແຈ່ວໝໍ່ໄມ້ສົ້ມ ແລະ ຊຸບໝໍ່ໄມ້. ນອກຈາກນັ້ນຍັງນໍາມາລວມຊຸບ ຫຼື ນໍາໄປຊຸບປະສົມໃສ່ກັບຜັກຊະນິດອື່ນ.