ຜັກດາງຂົມ / Bitter Cumin

Use
Food
Medicine
Scientific Name / Family
Glinus oppositifolius (L.) DC. / Molluinaceae
Synonyms
Glinus oppositifolius (L.) Aug. DC.
Glinus oppositifolius var. parviflorus Hauman
Other Names
ລາວ: ຜັກດາງຂົມ
ໄທ: ຜັກຂີ້ຂວງ, ແກ່ນຂົມ, ດາງຂົມ, ຂີ້ຂົມ, ສະເດົາດິນ, ຜັກຂວງ
Chinese: 长梗星粟草 [chang geng xing su cao]
Botanical Description

ເປັນພືດລົ້ມລຸກ ລໍາຕົ້ນແຕກແໝງເລືອຕາມໝ້າດິນ ມີລໍາຕົ້ນສັ້ນ ແລະ ກິ່ງສີຂຽວ ຫຼື ສີນໍ້າຕານລອມແດງ ແທງຂື້ນເໝືອນໝ້າດິນເລັກນ້ອຍ ຈາກນັ້ນລໍາຕົ້ນແຕກກິ່ງແໝງອອກເປັນຈໍານວນຫຼາຍ ຂະໝານກິ່ງ 0.2-0.3 ມມ, ຍາວ 10-20 ຊມ, ກິ່ງມີລັກສະນະເປັນຂໍ້ປ້ອງ ບໍລິເວນຂໍ້ເປັນສ່ວນແຕກອອກຂອງໃບ, ກິ່ງແໝງອ່ອນມີສີຂຽວອ່ອນ. ໃບກົງກັນຂ້າງ, ບໍລິເວນຂໍ້ກິ່ງ, ມີຮູບຫອກ, ຂະຫນາດໃບກ້ວາງ 0.5-1 ຊມ, ຍາວ 1-2 ຊມ, ຖານໃບມີແຄບ ຮວງແຫຼມ, ຂອບໃບລຽບ, ປາຍໃບມົນ ຫຼື ແຫຼມ, ໃບສີຂຽວອ່ອນ ແຜ່ນໃບດ້ານລຸ່ມມີສີຈາງ, ມີເສັ້ນກາງໃບ ແລະ ເສັ້ນແໝງໃບບໍ່ສາມາດເຫັນໄດ້ຊັດເຈນ. ດອກອອກເປັນຊໍ່ສັ້ນໆ ຂະໝາດນ້ອຍແທງອອກຢູ່ປາຍກິ່ງ ແຕ່ລະຊໍ່ມີດອກປະມານ 5-8 ດອກ. ໝາກມີລັກສະນະກົມ ຄືກັບໝາກຮູບຮີ ເປືອກໝາກມີສີນໍ້າຕານ ພາຍໃນມີແກ່ນຂະຫນາດນ້ອຍໆ.

Description of Use

ທຸກພາກສ່ວນສາມາດກິນໄດ້ ມີລົດຊາດຂົມຫວານ ນໍາໄປແກງໃສ່ປາ. ຜັກດາງຂົມຍັງໃຊ້ເປັນຢາ ເຊັ່ນ: ເອົາໝົດຕົ້ນ ຕົ້ມນໍ້າດື່ມແກ້ຮ້ອນໃນ, ແກ້ຫວັດ, ແກ້ໄອ, ບັນເທົາອາການເຈັບຫົວ. ນອກຈາກນັ້ນຫຍັງໃຊ້ຕໍາໂພະໃສ່ບາດແຜ່ ຫຼື ບໍລິເວນ ທີ່ມີອາການບວມຊໍ້າ ອັກເສບ ແລະ ແກ້ອາການຄັນ.

Contribute