ໝາກແປບ / Hyacinth Bean

Use
Food
Income
Scientific Name / Family
Lablab purpureus (L.) Sweet / Fabaceae
Synonyms
Lablab purpureus (L.) Sweet
Lablab purpureus subsp. bengalensis (Jacq.) Verdc.
Lablab purpureus subsp. purpureus
Lablab purpureus subsp. uncinatus Verdc.
Other Names
ລາວ: ໝາກແປບ
ໄທ: ຖົ່ວແປບຂາວ, ຖົ່ວໝັງ, ໝາກແປບ, ມະແປບ, ຖົ່ວແປບນ້ອຍ
Botanical Description

ເປັນໄມ້ລົ້ມລຸກອາຍຸຫຼາຍປີ, ມີລໍາຕົ້ນຢູ່ເທິງໝ້າດິນ, ລໍາຕົ້ນກ່ຽວພັນ, ຍາວ 4-6 ມ, ສີຂຽວ ແລະ ມີຂົນສີຂາວ. ໃບປະສົມແບບຂົນນົກ, ມີໃບຍ່ອຍ 3 ໃບລຽງສະຫຼັບກັນ, ໃບຍ່ອຍເປັນຮູບໄຂ່,  ໃບກ້ວາງ 4-6 ຊມ, ຍາວ 5-12 ຊມ, ມີຫູໃບຍ່ອຍ, ແຜ່ນໃບມີຂົນບາງໆ, ສ່ວນກ້ານໃບຍາວ 5 ນີ້ວ. ດອກອອກເປັນຊໍ່ກະຈາຍຕາມຊອກລະຫວ່າງກ້ານໃບກັບກິ່ງ, ກ້ານຊໍ່ດອກຍາວປະມານ 5-10 ຊມ. ຊໍ່ດອກຍ່ອຍມີຈໍານວນຫຼາຍ, ກີບດອກເປັນສີມ່ວງ ຫຼື ສີຂາວແຍກອອກຈາກກັນ ມີຈໍານວນ 3 ກີບ, ດອກມີເກສອນຜູ້ສີເຫຼືອງຈໍານວນ 3 ດອກ, ມີເກສອນແມ່ສີເຫຼືອງຈໍານວນ 1 ດອກ. ໝາກແປບຍາວ ແລະ ໂຄ້ງງໍປາຍໝາກເປັນຈະງອຍ, ຜິວໝາກຈະລຽບ,  ເປັນສີຂຽວອ່ອນ ຫຼື ສີມ່ວງ, ໝາກມີແກ່ນປະມານ 3-6 ແກ່ນ. ແກ່ນເປັນຮູບໄຂ່ກົມ.

Description of Use

ໝາກແປບສາມາດນໍາມາໃຊ້ປະກອບປຸງແຕ່ງເປັນອາຫານ ເຊັ່ນ, ນໍາມາໃສ່ແກງ, ຄົ່ວ, ລວມຊຸມໃສ່ຜັກອື່ນ, ລວມກິນກັບແຈ່ວ ແລະ ບໍາລຸງກໍາລັງ, ບໍາລຸງສາຍຕາ, ແກ້ໄຂ.

Contribute