ໝາກແປບ / Hyacinth Bean
APA 6th ed. ໝາກແປບ / Hyacinth Bean. (2019, April 3). Retrieved from https://www.phakhaolao.la/kb/0000414
MLA 8th ed. ໝາກແປບ / Hyacinth Bean. Pha Khao Lao, 3 April 2019, https://www.phakhaolao.la/kb/0000414.
Chicago 17th ed. Pha Khao Lao. 2019. "ໝາກແປບ / Hyacinth Bean." Published April 3, 2019. https://www.phakhaolao.la/kb/0000414.
Lablab purpureus subsp. bengalensis (Jacq.) Verdc.
Lablab purpureus subsp. purpureus
Lablab purpureus subsp. uncinatus Verdc.
ໄທ: ຖົ່ວແປບຂາວ, ຖົ່ວໝັງ, ໝາກແປບ, ມະແປບ, ຖົ່ວແປບນ້ອຍ
ເປັນໄມ້ລົ້ມລຸກອາຍຸຫຼາຍປີ, ມີລໍາຕົ້ນຢູ່ເທິງໝ້າດິນ, ລໍາຕົ້ນກ່ຽວພັນ, ຍາວ 4-6 ມ, ສີຂຽວ ແລະ ມີຂົນສີຂາວ. ໃບປະສົມແບບຂົນນົກ, ມີໃບຍ່ອຍ 3 ໃບລຽງສະຫຼັບກັນ, ໃບຍ່ອຍເປັນຮູບໄຂ່, ໃບກ້ວາງ 4-6 ຊມ, ຍາວ 5-12 ຊມ, ມີຫູໃບຍ່ອຍ, ແຜ່ນໃບມີຂົນບາງໆ, ສ່ວນກ້ານໃບຍາວ 5 ນີ້ວ. ດອກອອກເປັນຊໍ່ກະຈາຍຕາມຊອກລະຫວ່າງກ້ານໃບກັບກິ່ງ, ກ້ານຊໍ່ດອກຍາວປະມານ 5-10 ຊມ. ຊໍ່ດອກຍ່ອຍມີຈໍານວນຫຼາຍ, ກີບດອກເປັນສີມ່ວງ ຫຼື ສີຂາວແຍກອອກຈາກກັນ ມີຈໍານວນ 3 ກີບ, ດອກມີເກສອນຜູ້ສີເຫຼືອງຈໍານວນ 3 ດອກ, ມີເກສອນແມ່ສີເຫຼືອງຈໍານວນ 1 ດອກ. ໝາກແປບຍາວ ແລະ ໂຄ້ງງໍປາຍໝາກເປັນຈະງອຍ, ຜິວໝາກຈະລຽບ, ເປັນສີຂຽວອ່ອນ ຫຼື ສີມ່ວງ, ໝາກມີແກ່ນປະມານ 3-6 ແກ່ນ. ແກ່ນເປັນຮູບໄຂ່ກົມ.
ໝາກແປບສາມາດນໍາມາໃຊ້ປະກອບປຸງແຕ່ງເປັນອາຫານ ເຊັ່ນ, ນໍາມາໃສ່ແກງ, ຄົ່ວ, ລວມຊຸມໃສ່ຜັກອື່ນ, ລວມກິນກັບແຈ່ວ ແລະ ບໍາລຸງກໍາລັງ, ບໍາລຸງສາຍຕາ, ແກ້ໄຂ.