ຕົ້ນຜັກກະໂດນໃຫຍ່ / Tummy-Wood

Use
Food
Fibre
Income
Scientific Name / Family
Careya arborea Roxb./ Lecythidaceae
Synonyms
Barringtonia arborea (Roxb.) F.Muell.
Careya orbiculata Miers
Careya venenata Oken
Cumbia coneanae Buch.-Ham.
Other Names
ລາວ: ຕົ້ນຜັກກະໂດນ
ໄທ: ຕົ້ນກະໂດນ, ເກົ໋າປຸຍ
Eng: Slow Match Tree
Botanical Description

ເປັນໄມ້ຢືນຕົ້ນຂະໜາດກາງ ມີລັກສະນະຂອງເຮືອນຍອດເປັນຟຸ່ມກົມຕຶບ, ມີຄວາມສູງ 10–20 ແມັດ, ເປືອກຕົ້ນເປັນສີດຳ ຫຼື ສີນ້ຳຕານປົນດຳ, ແຕກຮ່ອງເປັນແຜ່ນ, ຕົ້ນມີກີ່ງກ້ານສາຂາຫຼາຍ. ໃບດ່ຽວອອກລຽນສະຫຼັບວຽນເປັນກຸ່ມຕາມປາຍກີ່ງ, ແຜ່ນໃບຮູບໄຂ່, ປາຍໃບມົນ ແລະ ມີຕີ່ງແຫຼມ, ໂຄນໃບຮຽວ, ຂອບໃບເປັນຢັກເລັກນ້ອຍຕະຫຼອດທັງຂອບໃບ, ໃບມີຂະໜາດກວ້າງປະມານ 15–25 ຊັງຕີແມັດ ແລະ ຍາວປະມານ 30–35 ຊັງຕີແມັດ. ຜີວໃບທັງສອງດ້ານມີລັກສະນະກ້ຽງ, ເນື້ອໃບໜາ ແລະ ຂ້ອນຂ້າງນຸ່ມ, ມີເສັ້ນຂະແໜງໃບຢູ່ປະມານຂ້າງລະ 8–15 ເສັ້ນ, ເສັ້ນໃບຍ່ອຍເປັນແບບຮ່າງແຫເຫັນໄດ້ຈະແຈ້ງຢູ່ດ້ານລຸ່ມ, ກ້ານໃບອວບກ້ຽງ ແລະ ມີຄວາມຍາວປະມານ 2–3 ຊັງຕີແມັດ. ດອກມີຂະໜາດໃຫຍ່ອອກເປັນຊໍ່ຢູ່ປາຍກີ່ງທີ່ບໍ່ມີໃບ, ໃນແຕ່ລະຊໍ່ມີດອກປະມານ 2–6 ດອກ, ລັກສະນະຂອງດອກຄ້າຍດອກດ່ຽວ, ກີບດອກ 5 ກີບ, ຮູບຂອບຂະໜານ, ແຍກກັນ, ຂອບກີບ ແລະ ປາຍກີບເປັນສີຂຽວອ່ອນ, ສ່ວນໂຄນກີບເປັນສີບົວ, ໂຄນກີບດອກເຊື່ອມຕິດກັນ ແລະ ຫຼົ່ນໄດ້ງ່າຍ, ດອກມີເກສອນເພດຜູ້ຈຳນວນຫຼາຍຍາວ 4–5 ຊັງຕີແມັດ, ກ້ານເກສອນລຽນຕົວກັນແໜ້ນ, ໂຄນກ້ານເກສອນເຊື່ອມຕິດກັນເປັນວົງສີແດງອ່ອນໆ, ເກສອນທີ່ສົມບຸນຈະຢູ່ດ້ານໃນ, ຖານດອກຈະມີລັກສະນະເປັນຮູບວົງແຫວນ, ຂອບໂນນຂື້ນ. ສ່ວນເກສອນເພດແມ່ມີເຕົ້າ່ຈັບຢູ່ລຸ່ມກີບດອກລັກສະນະເປັນຮູບກະສວຍ, 4 ຫ້ອງ. ເກສອນເພດແມ່ຈະຕິດຄົງທົນ ແລະ ກ້ານເກສອນເພດແມ່ຈະຍາວ4–6 ຊັງຕີແມັດ. ໝາກກົມເປັນຮູບໄຂ່, ອວບນ້ຳ ມີເນື້ອສີຂຽວຂ້ອນຂ້າງແຂງ, ໝາກມີຂະໜາດກວ້າງປະມານ 5 ຊັງຕີແມັດ ແລະ ຍາວປະມານ 6.5 ຊັງຕີແມັດ, ຜີວໝາກລຽບເປືອກໜາ. 

Description of Use

ດອກມີຣົດຈືດເຢັນຊ່ວຍບຳລຸງການຄອດບຸດຂອງສະຕີ  ແລະ ນ້ຳຄັ້ນຈາກເປືອກສົດຫາກນຳມາປະສົມກັບນ້ຳເຜີ້ງກໍ່ເປັນຢາບຳລຸງຫຼັງຄອດໄດ້ເຊັ່ນກັນ. ນອກນັ້ນຍັງຊ່ວຍແກ້ອາຫານຫວັດ, ແກ້ໄອ ດ້ວຍການໃຊ້ດອກ ແລະ ນ້ຳຄັ້ນຈາກເປືອກປະສົມນ້ຳເຜີ້ງກິນເປັນຢາກໍ່ໄດ້,  ເປືອກຊ່ວຍແກ້ອາການອັກເສບຈາກການຖືກງູບໍ່ມີພິດຕອດ ແຕ່ໃນກໍລະນີທີ່ງູມີພິດບໍ່ຄວນນຳມາໃຊ້. ໃບໃຊ້ຮັກສາແຜສົດດ້ວຍການນຳໃບມາໜື່ງໃຫ້ສຸກແລ້ວໃຊ້ປິດແຜ ແລະ ແກ່ນໃຊ້ຕົ້ມກັບນ້ຳດື່ມເປັນຢາສຳລັບສະຕີຢູ່ໄຟ.

Contribute