ບົວຫຼວງ / Lotus
APA 6th ed. ບົວຫຼວງ / Lotus. (2023, June 21). Retrieved from https://www.phakhaolao.la/kb/0000403
MLA 8th ed. ບົວຫຼວງ / Lotus. Pha Khao Lao, 21 June 2023, https://www.phakhaolao.la/kb/0000403.
Chicago 17th ed. Pha Khao Lao. 2023. "ບົວຫຼວງ / Lotus." Published June 21, 2023. https://www.phakhaolao.la/kb/0000403.
Nelumbo nucifera var. lutea (Willd.) Kuntze
Nelumbo nucifera var. macrorhizomata Nakai
ໄທ: ບົວຫຼວງ, ບຸນຄິິກ, ປະທຸມ ປັດທະມາ,ໂກກະນົກ ສັດຕະບຸດ,ບົວສັດຊົມພູ,ໂຊ້ດ ,ບົວອຸບົນ
ອັງກິດ: Lotus, Sacred lotus, Egyptian
ບົວເປັນພືດນໍ້າ, ລໍາຮາກກົມ ຂະຫຍາຍເລີກລົງໃນຕົມ, ສ່ວນນີ້ໃຊ້ເປັນແຫຼ່ງສະສົມອາຫານ ແລະ ເປັນສ່ວນປະກອບຂອງເຄື່ອງດື່ມ. ໃບປົ່ງພົ້ນອອກຈາກໜ້ານໍ້າ, ກ້ານໃບຍາວ, ມີໜາມສັ້ນໆ, ແຜ່ນໃບເປັນຮູບກະວົງມົນ, ມີເສັ້ນລັດສະໝີ 60-70 ຊມ, ມີກ້ານໃບຈາກຈຸດລວມສູນຢູ່ໃຈກາງລົງໄປຫາເຫງົ້າ. ດອກ ມີ 3-5 ກາບດອກ, ເປັນສີຂາວ ຫຼື ສີມ່ວງ, ກີບດອກຢູ່ເບື້ອງນອກ ມັກຈະເປັນສີຂຽວ ຄືກັບກາບດອກ, ມີຫຼາຍເກສອນຜູ້, ເຕົ້າໄຂ່ມີ 2 ຫ້ອງ, ຍອດເກສອນແມ່ຍາວອອກເປັນຮູບໄຂ, ເພີ່ນໃຊ້ສ່ວນນີ້ເປັນການປະກອບຂອງການບົ່ມຊາ. ສ່ວນທີ່ບັນຈຸໝາກຮຽກວ່າບົວ, ບົວປະກອບມີໝາກບົວຫຼາຍໆໜ່ວຍຊຶ່ງເອີ້ນວ່າ (ແກ່ນ), ແກ່ນບົວ 2 ໃບລ້ຽງ, ຈາວໜາ, ປາຍຈາວມີ 4 ໃບພັບລົງທາງລຸ່ມ.
ບົວເປັນອາຫານ ແລະ ເປັນຢາຫ້າມເລືອດ ເມື່ອຖ່າຍໜັກອອກເລືອດ, ຖ່າຍເບົາອອກເລືອດ, ຮາກອອກເລືອດ, ເລືອດດັງອອກ, ເລືອດໄຫຼໃນມົດລູກ, ກິນມື້ໜຶ່ງ 6-12 ກຼາມ ໃນຮູບຢາຕົ້ມ. ໝາກບົວເປັນຢາບໍາລຸງທາດ, ນອນບໍລັບ, ປະສາດຊຸດໂຊມ, ກິນມື້ລະ 10-30 ກຼາມ, ໃນຮູບແບບຢາຕົ້ມ, ຢາຝຸ່ນ. ບົວແກ່ ທີ່ເອົາແກ່ນອອກແລ້ວເປັນຢາປົວເລືອດຄ້າງ, ເຈັບທ້ອງ, ເກີດລູກແລ້ວແຮ່ບໍ່ອອກ, ເລືອດຕົກ, ຍ່ຽວຍາກ, ຍ່ຽວອອກເລືອດ, ໃຊ້ຕາມຕໍ່າລາ: ບົວ 5 ອັນ, ຫົວຫຍ້າແຫ້ວໝູ 80 ກຼາມ, ເຜົາໄຟໃຫ້ເປັນຖ່ານ, ບົດເປັນຝຸ່ນ, ກິນເທື່ອລະ 4-12 ກຼາມ ມື້ນຶ່ງ 2-3 ຄັ້ງ. ໃບບົວ ຍັງເປັນຢາປົວພະຍາດຫົວໃຈຊຸດໂຊມ, ໂດຍສົມທົບກັບໝາກສ້ອຍ (Leonurus heterophyllus Sw). ເກສອນຜູ້ເປັນຢາຫ້າມເລືອດ ເມື່ອລົງປະຈຳເດືອນ, ຮາກອອກເລືອດ, ອະຊຸຈິອອກເລືອດຕາມລຳພັງ, ກິນມື້ລະ 5-10 ກຼາມໃນຮູບແບບຢາຕົ້ມ.