ຕົ້ນໝາກແຄ້ງຂົມ / Mak Khaeng Khom
APA 6th ed. ຕົ້ນໝາກແຄ້ງຂົມ / Mak Khaeng Khom. (2021, April 5). Retrieved from https://www.phakhaolao.la/kb/0000389
MLA 8th ed. ຕົ້ນໝາກແຄ້ງຂົມ / Mak Khaeng Khom. Pha Khao Lao, 5 April 2021, https://www.phakhaolao.la/kb/0000389.
Chicago 17th ed. Pha Khao Lao. 2021. "ຕົ້ນໝາກແຄ້ງຂົມ / Mak Khaeng Khom." Published April 5, 2021. https://www.phakhaolao.la/kb/0000389.
Solanum indicum var. lividum (Link) Bitter
Solanum indicum var. maroanum Bitter
Solanum indicum var. recurvatum C.Y. Wu & S.C. Huang
ໄທ: ມະແວ້ງຕົ້ນ, ແວ້ງຂົມ
ຈີນ: ທຽນເສຍຊື່, ທຽນເສຍ
ເປັນໄມ້ຟຸ່ມຂະໜາດນ້ອຍມີອາຍຸ 2–5 ປີ, ສູງ 1–1.5 ແມັດ. ລຳຕົ້ນມີຂະໜາດນ້ອຍ ແລະ ກົມ, ເນື້ອແຂງເປັນສີຂຽວອົມເທົາ, ແຕກກີ່ງງ່າ, ຕົ້ນມີຂົນນຸ່ມສີເທົາຂຶ້ນປົກຄຸມ ແລະ ມີໜາມແຫຼມຂຶ້ນກະຈາຍຢູ່ທົ່ວຕົ້ນ. ໃບດ່ຽວຈັບລຽງສະຫຼັບ, ຮູບຮີ, ປາຍໃບແຫຼມ, ໂຄນໃບມົນ, ຂອບໃບຢັກວ້ຳມົນເຂົ້າຫາເສັ້ນກາງໃບ ແລະ ມີຄື່ນເລັກນ້ອຍ, ໃບມີຂະໜາດກວ້າງ 4–6 ຊັງຕີແມັດ ແລະ ຍາວ 5–10 ຊັງຕີແມັດ, ມີຂົນ. ດອກເປັນຊໍ່ຕາມງ່າມໃບ ຫຼື ປາຍກີ່ງປະມານ 3 -6 ດອກ. ດອກເປັນສີມ່ວງອ່ອນ, ກວ້າງປະມານ 2 ຊັງຕີແມັດ, ໃຈກາງຂອງດອກມີເກສອນຜູ້ສີເຫຼືອງ 5 ອັນ, ເຊື່ອມຕິດກັນກັບໂຄນກີບດອກ, ປາຍກີບດອກຈະແຍກອອກເປັນແສກ 5 ແສກ, ປາຍແຫຼມ, ຄ້າຍຮູບດາວ, ກ້ານດອກມີໜາມເປັນຕຸ່ມນ້ອຍໆ, ຍາວປະມານ 5 ມີນລີແມັດ. ສ່ວນກີບລ້ຽງເຊື່ອມຕິດກັນ ປາຍແຍກເປັນແສກ 5 ແສກ, ປາຍແຫຼມດ້ານນອກມີຂົນ. ໝາກເປັນຮູບຊົງກົມ, ຜີວລຽບກ້ຽງ ແລະ ມັນ, ເມື່ອຍັງອ່ອນເປັນສີຂຽວ ຫຼື ສີຂາວບໍ່ມີລາຍ, ເມື່ອໝາກສຸກເປັນສີແດງສົ້ມ ຫຼື ເປັນສີເຫຼືອງອົມສົ້ມ.
ໝາກແຄ້ງຂົມມີທາດ Alkaloids ຫຼາຍຊະນິດ ເຊັ່ນ: Diosgenin, Solanine, Solasodine ( ພົບໃນໝາກ, ໃບ ແລະ ຕົ້ນ ). ອີກທັງຍັງພົບສານຈຳພວກ Amino acid, Flavonoid glycoside, Phenols ສ່ວນໃນແກ່ນໝາກແຄ້ງຂົມພົບໄຂມັນ ແລະ ວິຕາມີນຊີ ເປັນຕົ້ນ. ສ່ວນໃບ ແລະ ໝາກຍັງພົບສານ Diogenin, Solanine, Solanidine Beta - sitosterol. ໝາກສຸກ ແລະ ໝາກດິບມີຣົດຂື່ນສົ້ມຊ່ວຍແກ້ເບົາຫວານ, ຫຼຸດລະດັບນ້ຳຕານໃນເລືອດໂດຍການໃຊ້ໝາກແຄ້ງຂົມ 10–20 ໝາກນຳມາຮັບປະທານເປັນອາຫານກັນແຈ່ວ, ຊ່ວຍແກ້ໄຂ້ສາລະພັດພິດແກ້ໄຂຂັບຂີ້ກະເທີ່ໃນຄໍ. ບາງຕຳລາຈະໃຊ້ເປັນຢາແກ້ໄອໂດຍໃຊ້ໄດ້ທັງໝາກແຫ້ງ ແລະ ໝາກສົດປະມານ 5–10 ໝາກ, ນຳມາຕຳໃຫ້ແລກຄັ້ນເອົາແຕ່ນ້ຳປະສົມກັບເກືອເລັກນ້ອຍນຳມາຮັບປະທານ. ນອກນັ້ນໝາກຍັງຊ່ວຍຮັກສາພະຍາດທາງໄຕ ແລະ ກະເພາະປັດສະວະອີກດ້ວຍ.