ຫຍ້າແຫ້ວໝູ / Nutgrass

Use
Medicine
Scientific Name / Family
Cyperus rotundus L. / Cyperaceae
Synonyms
Cyperus rotundus var. acutus Boeckeler
Cyperus rotundus var. amaliae C.B.Clarke
Cyperus rotundus subsp. brevibracteatus (Le Grand) M.Laínz
Cyperus rotundus var. brevibracteatus (Le Grand) Husn.
Cyperus rotundus var. carinalis Benth.
Cyperus rotundus var. carinatus F.M.Bailey [Spelling variant]
Cyperus rotundus var. centiflorus C.B.Clarke
Cyperus rotundus var. comosus (Sm.) Nyman
Cyperus rotundus f. comosus (Sm.) Kük.
Cyperus rotundus subsp. comosus (Sm.) K.Richt.
Cyperus rotundus f. contractus Kük.
Cyperus rotundus f. depallescens Ekman & Kük.
Cyperus rotundus var. disruptus (C.B.Clarke) Kük.
Cyperus rotundus subsp. divaricatus Lye
Cyperus rotundus var. elongatus Boeckeler
Cyperus rotundus var. fenzelianus (Steud.) El-Hadidy
Cyperus rotundus var. hydra (Michx.) A.Gray
Cyperus rotundus f. inconspicuus (Nyman) Kük.
Cyperus rotundus var. inconspicuus Nyman
Cyperus rotundus subsp. inconspicuus (Nyman) K.Richt.
Cyperus rotundus f. latifolius Kük.
Cyperus rotundus f. latimarginatus Kük.
Cyperus rotundus var. macrostachyus Boiss.
Cyperus rotundus var. major Parl.
Cyperus rotundus subsp. merkeri (C.B.Clarke) Kük.
Cyperus rotundus var. nubicus (C.B.Clarke) Kük.
Cyperus rotundus var. pallidus Benth.
Cyperus rotundus var. pendulus Nees
Other Names
ລາວ: ຫຍ້າແຫ້ວໝູ
ໄທ: ຫຍ້າຂົນໝູ, ຫຍ້າແຫ້ວໝູ
ຈີນ: ຊົວສ່ານ, ຊ່າເຊົາ
ວຽດນາມ: Hiuuoolng
ອັງກິດ: Nut grass, Purple nut sedge, Nut sadge
Botanical Description

ເປັນພືດລົ້ມລຸກ, ທີ່ມີອາຍຸຍືນຫຼາຍໆປີ, ກົກຫຍ້າແຫ້ວໝູ ສູງ 20-60 ຊມ. ຮາກຂະຫຍາຍຕົວເປັນຫົວ, ຖ້າວ່າດິນຜຸຜຸ່ຍກໍຈະເປັນຫົວໃຫ່ຍ, ໃບນ້ອຍ, ແລບ, ຮູບຂອບຂະໜານ, ເອັນໃບກາງຟູຂື້ນ, ແຂງ ແລະ ກ້ຽງ, ກາບໃບຂອງໃບມີປີກໂອບເອົາລຳຕົ້ນ. ດອກເປັນຊໍ່ຕັ້ງຊື່, ແຕ່ລະຈູ້ມມີ 3-8 ດອກ, ສັບຊ້ອນເປັນຮູບຄືດິ້ວຄັນຫົ່ມ, ສີນ້ຳຕານອ່ອນປົນສີຂຽວ. ດອກສົມບຸນເພດ, ມີ 3 ເກສອນ, ເກສອນຜູ້ຍາວປະມານ 2 ມມ, ເກສອນແມ່ ມີຮວງເມັດລະອອງເປັນສອງແສກ, ເປັນເສັ້ນກົມໆ, ໝາກເປັນ 3 ລ່ຽມ. ເມັດແຂງ.

Description of Use

ຫຍ້າແຫ້ວໝູມີປະໂຫຍດຫຼາຍຢ່າງ: ປົວພະຍາດແມ່ຍິງປະຈຳເດືອນບໍ່ປົກກະຕິ, ເຈັບທ້ອງເມື່ອມີປະຈຳເດືອນ, ອັກເສບມົດລູກຊໍາເຮື້ອ ແລະ ພະຍາດແມ່ຍິງກ່ອນ ແລະ ຫຼັງຄອດ. ປົວເຈັບກະເພາະອາຫານ ຍ້ອນປະສາດ, ຊ່ວຍລະລາຍອາຫານ ແລະ ເຈັບທ້ອງບິດ. ເປັນຢາຫລຸດຄວາມດັນເລືອດສູງ ກິນມື້ລະ 6-12 ກິໂລກຼາມ ໃນຮູບຢາຝຸ່ນຢາຕົ້ມ ຫຼື ເຫຼົ້າບອງຢາ. ສຳລັບຢາປົວພະຍາດຍິງເພີ່ນເຄີຍປະສົມຫົວຫຍ້າແຫ້ວໝູ, ໜາດນ້ອຍ, ໜາດສ້ອຍ, ໃບພວງພີ່ ແນວລະ 4-6 ກິໂລກຼາມ ຕົ້ມກັບນໍ້າ 300 ມິນລີລິດ, ໃນ 1 ຊົ່ວໂມງ, ດື່ມໃນ 1 ວັນ.

Contribute