ບົງຂາວ / White Litsea

Use
Income
Medicine
Oil Extract
Scientific Name / Family
Litsea monopetala (Roxb.) Pers. / Lauraceae
Synonyms
Litsea polyantha Juss.
Tetranthera alnoides Miq.
Tetranthera fruticosa Buch.-Ham. ex Meisn.
Tetranthera hexantha Sieber ex Meisn.
Tetranthera hirana Buch.-Ham. ex Wall.
Tetranthera macrophylla Roxb.
Tetranthera monopetala Roxb.
Tetranthera verticillata Buch.-Ham. ex Meisn.
Tetranthera villosa Bojer [Invalid]
Tomex monopetala (Roxb.) Hoffmanns.
Tomex pubescens Willd. ex Meisn.
Other Names
ລາວ: ບົງ, ມີ່, ມີ້ດົງ, ມີ່ຫອມ
ໄທ: ກະທັ້ງ, ຫມີ່ໂປ້ງ
ຈີນ: 假柿木姜子
Botanical Description

ເປັນໄມ້ຢືນຕົ້ນສູງປະມານ 10-15 ແມັດ. ເສັ້ນຜ່າກາງຂອງລຳຕົ້ນແຕ່ 10-20 ຊມ, ເປືອກນອກສີເທົາ, ເປືອກໃນໜາປະມານ 0.8-1 ຊມ, ສີຂາວແກມແດງ, ມີຢາງໄສ ແລະ ໜຽວ ແລະ ມີກິ່ນຫອມ. ໃບດ່ຽວຮຽງສະຫລັບ ຫຼື ວຽນສະຫລັບທີ່ປາຍຍອດ, ຫຼັງໃບສີຂຽວເຂັ້ມ, ທ້ອງໃບສີຂຽວອ່ອນ, ຜີວໃບກ້ຽງ, ກົກໃບມົນ, ປາຍໃບມົນ, ຂອບໃບລຽບເປັນຮູບໄຂ່ກັບຍາວປະມານ 12-14 ຂມ, ກວ້າງປະມານ 6-7.5 ຊມ.ກ້ານໃບສີຂາວຍາວປະມານ 1-2 ຊມ. ຊໍ່ດອກເປັນຊໍ່ຈຸ້ມເກີດຕາມກົກໃບ ແລະ ປາຍກິ່ງ ອອກດອກ ໃນເດືອນ 12-1. ໝາກມີເນື້ອ ແກ່ນດຽວຍາວປະມານ 0.5-1 ຊມ. ເສັ້ນຜ່າກາງ 0.4-0.8 ຊມ, ສີນ້ຳຕານ.

Description of Use

ເປືອກບົງຂາວນຳໃຊ້ເຮັດທູບບູຊາ, ເຮັດທູບກັນຍຸງ. ໃຊ້ຕາບ ຫຼື ຊອດຮອຍຮົ່ວ, ໃຊ້ທາໄມ້ເພື່ອປ້ອງກັນປວກ ແລະ ມອດ. ໃນສະໄໝກ່ອນ ຄົນບູຮານໄດ້ນຳໃຊ້ເປືອກບົງຂາວປະສົມກັບດິນແລ້ວປັ້ນເປັນຮູບປັ້ນ, ຮູບຫລໍ່ ໃນການສ້າງວັດວາອາຮາມ ຫຼື ເຮັດເຄື່ອງໃຊ້ສວຍເຊັ່ນ: ປັ້ນໝໍ້, ຫລໍ່ໄຫ ແລະ ອື່ນໆ. ໄມ້ບົງຂາວເປັນໄມ້ເນື້ອອ່ອນສາມາດນຳມາເຮັດເຄື່ອງໃຊ້ ແລະ ຟືນດັງໄຟໄດ້ດີອີກດ້ວຍ.

Contribute