ແໜຈອກ / Water lettuce

Use
Food
Medicine
Ornamental
Scientific Name / Family
Pistia stratiotes L. / Araceae
Synonyms
Pistia stratiotes var. cuneata Engl.
Pistia stratiotes var. linguiformis Engl.
Pistia stratiotes var. obcordata (Schleid.) Engl.
Pistia stratiotes var. spathulata (Michx.) Engl.
Other Names
ລາວ: ແໜຈອກ
ໄທ: ຈອກ, ຜັກກອກ, ກາກອກ
Botanical Description

ມີລະບົບຮາກເປັນຂະແໜງ ແລະ ຝອຍ ແຕກອອກຈາກໂຄນຕົ້ນຈຳນວນຫຼາຍ ມີລັກສະນະເປັນເສັ້ນບາງໆ ສີຂາວ ອວບນ້ຳຢອດລົງໃຕ້ນ້ຳ ຍາວປະມານ 15-30 ຊັງຕີແມັດ ສ່ວນລຳຕົ້ນຈະມີຂະໜາດນ້ອຍຢູ່ທາງກາງທີ່ອ້ອມຮອບດ້ວຍໃບ ແລະ ເມື່ອຈະເລີນເຕີບໂຕຈະແຕກຂະແໜງອອກບໍລິເວນໂຄນຕົ້ນ ພ້ອມທີ່ຈະກາຍເປັນຕົ້ນໃໝ່. ໃບແມ່ນລ່ອຍຢູ່ເທິງໜ້ານ້ຳ ແລະ ເບິ່ງເຫັນໄດ້ຫຼາຍທີ່ສຸດ ອອກເປັນໃບດ່ຽວລຽງສະລັບຊັບຊ້ອນກັນເປັນຊັ້ນໆ ປະມານ 2-4 ຊັ້ນ ແຕ່ລະໃບມີລັກສະນະຮູບວີ ບໍ່ມີກ້ານໃບ ກ້ວາງປະມານ 3-5 ຊັງຕີແມັດ ແລະ ຍາວປະມານ 5-10 ຊັງຕີແມັດ ໃບອ່ອນມີສີຂຽວສົດ ໃບແກ່ປ່ຽນເປັນສີເຫຼື່ອງ ແລະ ມີດອກສີຂາວ ດ້ານນອກມີຂົນປົກຄຸ້ທຢູ່ ແບ່ງເປັນດອກຕົວຜູ້ ແລະ ດອກຕົວເມຍ ເທິງ ແລະ ລຸ່ມ.

Description of Use

ກິນໃບສົດ ຫຼື ຕົ້ມດື່ມນ້ຳ ຈະມີລົດຊາດຂົມປົນເຜັດນ້ອຍໜຶງ: ຮັກສາອາການຮ້ອນໃນ ແລະ ຊ້ຳໃນ, ຊ່ວຍລົດໄຂ້, ຊ່ວຍຂັບເຫື່ອ, ຂັບເສກຫະ ແລະ ອາການໄອ, ແກ້ຫອບຫືດ, ໃຊ້ເປັນຢາຂັບລົມ, ແກ້ລິດສີດວງທະວານ, ໃຊ້ເປັນຢາລະບາຍ ແລະ ຂັບປັດສະວະ. ຕົ້ມອາບ ຫຼື ທາພາຍນອກ (ໃບ): ຊ່ວຍຮັກສາແຜ, ສົດ, ໄຟໄໝ້, ຕິດເຊື້ອ, ຊ່ວຍຫ້າມເຫຼືອດ, ຮັກສາໂລກຜິວໜັງ, ແກ້ຜິດແມງໄມ້ກັດຕອດ ແລະ ຮາກ: ໃຊ້ເປັນຢາລະບາຍ, ຊ່ວຍຂັບປັດສະວະ. 

Contribute