ປັດນ້ຳ / American elder
APA 6th ed. ປັດນ້ຳ / American elder. (2019, April 3). Retrieved from https://www.phakhaolao.la/kb/0000366
MLA 8th ed. ປັດນ້ຳ / American elder. Pha Khao Lao, 3 April 2019, https://www.phakhaolao.la/kb/0000366.
Chicago 17th ed. Pha Khao Lao. 2019. "ປັດນ້ຳ / American elder." Published April 3, 2019. https://www.phakhaolao.la/kb/0000366.
Sambucus canadensis var. canadensis
Sambucus canadensis var. laciniata A.Gray
Sambucus canadensis subsp. laciniata (A.Gray) A.E.Murray
Sambucus canadensis var. oreopola (Donn.Sm.) Rehder
Sambucus canadensis var. submollis Rehder
ແມ່ນຈັດຢູ່ໃນປະເພດໄມ້ຟຸ່ມທີ່ແຕກງ່າຫຼາຍ ສູງເຖິງ 4 ແມັດ, ໃບເປັນໃບປະສົມມີ 3-8 ຄູ່ກົງກັນຂ້າມກັນ ແລະ ມີໃບຍ່ອຍຢູ່ຍອດຂອງໃບ, ຍາວ 20 ຊັງຕີແມັດ, ກວ້າງ 1.3 ຫາ 5 ຊັງຕີແມັດ, ຂອບໃບເປັນຮູບແຂ້ວເລື່ອຍ ດອກນ້ອຍສີຄີມປົນຂາວອອກເປັນພົ້ວຢູ່ຍອດເປັນຮູບຄັນຮົ່ມ ມີຄວາມກວ້າງ 15-30 ຊັງຕີແມັດ.
ພືດຊະນິດນີ້ແມ່ນນຳ ໃຊ້ເຂົ້າໃນການປິ່ນປົວໃນກໍລະນີຖືກກະດູກຫັກ ຫຼື ດູກແຕກໂດຍນຳເອົາຍອດ ຫຼື ໃບ ປັດນໍ້າ (ໄຂ່ປູ) ມາຊອຍປະສົມກັບໃບສິໄຄ ມົກໃສ່ຕອງກ້ວຍທະນີ ນຳໄປຂາງໄຟອອ່ນໆ ຫຼັງຈາກນັ້ນ ຈຶ່ງນຳມາໂອບໃສ່ບ່ອນກະດູກຫັກ ແລ້ວພັນດ້ວຍແພຂາວສະອາດ. ນອກຈາກປົວກະດູກຫັກແລ້ວ ກົກປັດນໍ້າຍັງສາມາດປົວພະຍາດອື່ນໆອີກເຊັ່ນ: ໃບ, ເປືອກ ແລະ ດອກປັດນໍ້າ ໃຊ້ຕົ້ມນໍ້າດື່ມເປັນຢາປົວໄອ, ຫຼອດລົມອັກເສບ ແລະ ປົວຂີ້ຂະຫຍື. ໃບແກ້ອາການເຈັບຕາມກ້າມຊີ້ນ ແລະ ຂໍ່ກະດູກ ໂດຍການນຳເອົາໃບມາຊອຍຕຳໃຫ້ມຸ່ນ ແລ້ວນຳໄປໂພະໃສ່ບ່ອນທີ່ເຈັບປວດ, ປົວປະດົງຂໍ່ແມ່ນ ໃຊ້ຮາກແຫ້ງ 30-60 ກຼາມ ຕົ້ມນໍ້າດື່ມ. ແກ້ອາການບວມແມ່ນ ເອົາໝົດຕົ້ນ 15-25 ກຼາມ ຕົ້ມນໍ້າດື່ມ. ໃນປະເທດຈີນ: ເຂົາເຈົ້າໃຊ້ເປັນຢາ ປົວຕັບ, ທ້ອງຖອກ ແລະ ປົວບາດແຜຕ່າງໆໃນອິນໂດເນເຊັຍ ໃຊ້ແກ້ອາການຜ່ອນຄາຍ ແລະ ຫລຸດຜ່ອນອາການເຈັບປວດຕາມຂໍ່ກະດູກ, ປົວຂີ້ໝາກເຫຼືອງ ແລະ ປະດົງຂໍ່.