ຜັກຕັ້ງໂອ / Tung Ho
APA 6th ed. ຜັກຕັ້ງໂອ / Tung Ho. (2019, April 3). Retrieved from https://www.phakhaolao.la/kb/0000365
MLA 8th ed. ຜັກຕັ້ງໂອ / Tung Ho. Pha Khao Lao, 3 April 2019, https://www.phakhaolao.la/kb/0000365.
Chicago 17th ed. Pha Khao Lao. 2019. "ຜັກຕັ້ງໂອ / Tung Ho." Published April 3, 2019. https://www.phakhaolao.la/kb/0000365.
Chamaemelum coronarium (L.) E.H.L.Krause
Chrysanthemum breviradiatum Hort. ex DC.
Chrysanthemum coronarium L.
Chrysanthemum coronarium var. concolor Batt.
Chrysanthemum coronarium subsp. coronarium
Chrysanthemum coronarium var. coronarium
Chrysanthemum coronarium var. discolor d'Urv.
Chrysanthemum coronarium subsp. discolor (d’Urv.) Rech.f.
Chrysanthemum coronarium var. spatiosum Bailey
Chrysanthemum coronarium var. subdiscolor Maire
Chrysanthemum coronatum Dum.Cours.
ໄທ: ຕັ້ງໂອ, ຜັກຕັ້ງໂອ, ຜັກຂີ້ຄວາຍ
ຍີ່ປຸ່ນ: Shungiku
ຈີນກາງ: Hao zi gan
ຫວຽດນາມ: Tan O
ຜັກຕັ້ງໂອ ເປັນຜັກລະດູດຽວ ໃນໄລຍະຕົ້ນອ່ອນມີລຳຕົ້ນສັ້ນໆ ເມື່ອເຖິງໄລຍະອອກດອກລຳຕົ້ນຂະຫຍາຍຍາວຂຶ້ນກາຍເປັນຊໍ່ດອກ. ໃບຕັ້ງໂອ ອອກເປັນໃບດ່ຽວລຽນສະລັບຕາມລຳຕົ້ນ ຂະໜາດໃບກວ້າງ 3-5 ຊັງຕີແມັດ, ຍາວ 5-10 ຊັງຕີແມັດ ໃບລຽບ ແລະ ບາງ, ຂອບໃບຈະເປັນຫຼ່ຽມວັກລົງເລິກ ແລະ ໃບຍາວແຕ່ກ້ານໃບເຖິງປາຍໃບ ເມື່ອເຕີບໂຕ ຮອດໄລຍະການອອກດອກ ໃບຈະນ້ອຍຍາວ ແລະ ເປັນຫຼ່ຽມວັກລົງເລິກຫຼາຍຂຶ້ນ. ດອກຍາວເປັນວົງມົນສີຂຽວ, ກີບດອກມີສີເຫຼືອງອ້ອມດອກ ປະມານ 12-14 ກີບ, ແຕ່ລະກີບເປັນຮູບສີ່ຫຼ່ຽມ ປາຍກີບຄ້າຍຄືກັບຮູບຫົວໃຈ ຂະໜາດດອກເມືອປະມານ 3-8 ຊັງຕີແມັດ ທາງກາງດອກມີເກສອນຜູ້ ກ້ານຍາວສີເຫຼືອງອ້ອມຮອບຈຳນວນຫຼາຍ, ທາງກາງດ້ານໃນສຸດເປັນເກສອນຕົວເມຍ ແລະ ຖານດອກຮັງໄຂ່.
ຊ່ວຍຕ້ານເຊື້ອມະເຮັງ, ຊ່ວຍແກ້ອາການຮ້ອນໃນ, ຕ້ານເລືອດອອກຕາມວ່າງແຂ້ວ, ປ້ອງກັນໂລກກະດູກເຊື່ອມ, ຊ່ວຍຍ່ອຍອາຫານ ແລະ ກະຕຸ້ນການເຮັດວຽກຂອງກະເພາະອາຫານ, ຊ່ວຍຂັບສານຜິດອອກຮ່າງກາຍ