ຕົ້ນຫູກວາງ / Bengal Almond

Use
Medicine
Ornamental
Scientific Name / Family
Terminalia catappa L. / Combretaceae
Synonyms
Terminalia catappa var. chlorocarpa Hassk.
Terminalia catappa var. macrocarpa Hassk.
Terminalia catappa var. rhodocarpa Hassk.
Terminalia catappa var. subcordata (Humb. & Bonpl. ex Willd.) DC.
Other Names
ລາວ: ຕົ້ນຫູກວາງ.
ໄທ: ຕົ້ນຫູກວາງ, ຕາປັງ
Botanical Description

ເປັນໄມ້ຢືນຕົ້ນຂະໜາດກາງ, ສູງຂອງຕົ້ນປະມານ 10–15 ແມັດ, ເປືອກລຳຕົ້ນເປັນສີນ້ຳຕານປົນເທົາເກືອບລຽບ, ແຕກເປັນຮ່ອງແບຕື້ນໆ ຕາມແນວນອນ ແລະ ແນວຕັ້ງ.. ໃບ: ເປັນໃບດ່ຽວອອກລຽນວຽນສະຫຼັບກັນເປັນກະຈຸກໜາແໜ້ນບໍລິເວນປາຍກີ່ງ, ລັກສະນະຂອງໃບເປັນຮູບໄຂ່, ປາຍໃບແຫຼມເປັນຕິ່ງສັ້ນໆ, ປາຍໃບມົນເປັນຮູບລີ່ມ ແລະ ມີຕ່ອມນ້ອຍໆໜື່ງຄູ່ຢູ່ທີ່ໂຄນໃບບໍລິເວນພື້ນໃບ. ສ່ວນຂອບໃບລຽບເປັນຄື່ນເລັກນ້ອຍ, ໃບມີຂະໜາດກວ້າງປະມານ 8-15 ຊັງຕີແມັດ ແລະ ຍາວປະມານ 15–22 ຊັງຕີແມັດຫຼັງໃບ ແລະ ພື້ນໃບມີຂົນ, ຜິວໃບໜາ ໃບອ່ອນເປັນສີຂຽວອ່ອນ, ເມື່ອແກ່ຈະປ່ຽນເປັນສີຂຽວເຂັ້ມແລ້ວຈະປ່ຽນເປັນສີສົ້ມແດງເມື່ອໃກ້ຫຼົ່ນ ຫຼື ຖັດໃບ. ກ້ານໃບຍາວປະມານ 0.5–1.5 ຊັງຕີແມັດ, ມີຂົນ. ດອກ: ອອກດອກເປັນຊໍ່ຍາວແບບຕິດດອກສະຫຼັບໂດຍຈະອອກຕາມຊອກໃບ ລັກສະນະເປັນແທ່ງຍາວປະມານ 8–12 ຊັງຕີແມັດ, ມີດອກຍ່ອຍເປັນສີຂາວ ຫຼື ສີເຫຼືອງອ່ອນ ດອກມີຂະໜາດນ້ອຍ ແລະ ບໍ່ມີກິ່ນຫອມ, ດອກເປັນດອກແຍກເພດແຕ່ຢູ່ໃນຊໍ່ດຽວກັນ, ດອກເພດຜູ້ຈະຢູ່ບໍລິເວນປາຍຊໍ່ ສ່ວນດອກເພດແມ່ຈະຢູ່ບໍລິເວນໂຄນຊໍ່, ເມື່ອດອກບານເຕັມທີ່ຈະມີຂະໜາດກວ້າງປະມານ 0.4–0.6 ຊັງຕີແມັດ. ໝາກ: ເປັນໝາກດ່ຽວ ໃນແຕ່ລະໝາກມີເມັດ 1 ເມັດ ມີຄວາມກວ້າງປະມານ 2–5 ຊັງຕີແມັດ ແລະ ຍາວປະມານ 3–7 ຊັງຕີແມັດ, ໝາກອ່ອນເປັນສີຂຽວ ເມື່ອແກ່ແລ້ວຈະປ່ຽນເປັນສີເຫຼືອງ ຫຼື ສີເຫຼືອງອມຂຽວ ແລະ ມີກິ່ນຫອມ.

Description of Use

ເມັດຫູກວາງສາມາດນຳມາຮັບປະທານໄດ້ ແລະ ຍັງມີໂປຣຕິນທີ່ໃຊ້ປະໂຫຍດແກ່ຮ່າງກາຍຂອງເຮົາອີກດ້ວຍ. ຄຸນຄ່າທາງໂພສະນາການຂອງເມັດຫູກວາງ 100 ກຼາມ ທີ່ມີປະໂຫຍດຕໍ່ຮ່າງກາຍປະກອບໄປດ້ວຍພະລັງງານ 594 ແຄລໍຣີ, ນ້ຳ 4%, ໂປຣຕິນ 20.8 ກຼາມ, ໄຂມັນ 54 ກຼາມ, ຄາໂບໄຮເດຣດ 19.2 ກຼາມ, ໄຍອາຫານ 2.3 ກຼາມ, ວິຕາມີນບີ 1 0.32 ມີນລີກຼາມ, ວິຕາມີນບີ 20.08 ກຼາມ, ວິຕາມີນບີ 30.6 ກຼາມ,ແຄລຊຽມ 32 ມີນລີກຼາມ, ຟົດສຟໍຣັດ 789 ກຼາມ ແລະ ທາດເຫຼັກ 9.2 ມີນລີກຼາມ. ນອກຈາກນັ້ນ ໃບຫູກວາງຍັງໃຊ້ຊ່ວຍແກ້ອາການເຈັບໜ້າເອິກ ໂດຍການນຳໃບມາປະສົມກັບນ້ຳມັນຈາກເນື້ອໃນເມັດແລ້ວນຳມາທາໜ້າ ຫຼື ໃຊ້ທາໄຂຂໍ້ ຫຼື ທຸກສ່ວນຂອງຮ່າງກາຍທີ່ໝົດຄວາມຮູ້ສຶກ, ຮັກສາອາການຜື່ນຄັນຕາມຜີວໜັງ ແລະ ຊ່ວຍຫຼຸດລະດັບນ້ຳຕານໃນເລືອດໄດ້ ແລະ ຍັງພົບລິດທາງການຢາວ່າຊ່ວຍຕ້ານແບັກທີເຣຍ, ຫຼຸດອາການອັກເສບ, ແກ້ອາການປວດ, ເຮັດໃຫ້ກ້າມເນື້ອລຽບຄາຍຕົວ ແລະ ເຮັດໃຫ້ກ້າມເນື້ອມົດລູກບີບຕົວ. ຄວນນຳມາໃຊ້ເປັນຢາສະເພາະຜູ້ທີ່ມີອາການບໍ່ຮຸນແຮງ. ເປືອກມີຣົດຝາດສັບພະຄຸນເປັນຢາໄລ່ລົມ, ແກ້ເຈັບທ້ອງ, ຊ່ວຍເຮັດໃຫ້ປະຈຳເດືອນຂອງຜູ້ຍິງມາປົກກະຕິ.

Contribute