ໝາກບົກ / Barking deer’s Mango
APA 6th ed. ໝາກບົກ / Barking deer’s Mango. (2019, April 3). Retrieved from https://www.phakhaolao.la/kb/0000346
MLA 8th ed. ໝາກບົກ / Barking deer’s Mango. Pha Khao Lao, 3 April 2019, https://www.phakhaolao.la/kb/0000346.
Chicago 17th ed. Pha Khao Lao. 2019. "ໝາກບົກ / Barking deer’s Mango." Published April 3, 2019. https://www.phakhaolao.la/kb/0000346.
Irvingella malayana (Oliv. ex A.W.Benn.) Tiegh.
vingella oliveri (Pierre) Tiegh.
Irvingia harmandiana Pierre ex Laness.
Irvingia longipedicellata Gagnep.
Irvingia oliveri Pierre
ໄທ: ກະບົກ, ກຣະບົກ, ຈະບົກ, ຕຣະບົກ, ຈາມໂມະ,
ສະອາງ, ມາມວນ, ມະເລິນ, ລັກໄກ່.
ວຽດນາມ: ກໍເນຍ, ດໍທຸງ, ກົກ.
ກໍາປູເຈຍ: ຈຳ ບາກ.
ອັງກິດ: barking deer’s mango.
ໄມ້ບົກເປັນໄມ້ຢືນຕົ້ນ ເປັນໄມ້ໃຫ້ໝາກຂະໜາດໃຫຍ່, ຫຼົ່ນໃບໃນຊ່ວງເວລາສັ້ນໆ, ລຳຕົ້ນຊື່, ສາມາດເຕີບໂຕເຖິງຄວາມສູງ 35 ມ ແລະ ຂະໜາດໜ້າຕ້າງພຽງເອິກ ປະມານ 2 ມ ແລະ ມີພຶງບາງໆ. ເປືອກມີສີມົ່ນປົນນໍ້າຕານ, ຜິວກ້ຽງ ແລະ ບາງເທື່ອກໍລອກອອກເປັນປ່ຽງໃຫຍ່. ໃບດ່ຽວຮຽງສະຫລັບ ເປັນຮູບແອນລິບ (ວົງຮີສະເໝີ), ຜິວດ້ານໜ້າຂອງໃບເຫຼື້ອມເປັນມັນຂຽວ ຫຼັງໃບຂ່ຽວອ່ອນຂອບໃບລຽບ, ປາຍໃບແຫຼມ, ກົກໃບມົນ, ໃບມີຂະໜາດຄວາມຍາວ 8-20 ຊມ ແລະ ກວ້າງ 2.5-9 ຊມ ລະຫວ່າງງ່າມໃບມີຫູໃບແຫຼມຄືເຂັມ ຍາວ 2-2.5 ຊມ. ຊໍ່ດອກຍາວ 5-15 ຊມ, ດອກມີກິ່ນຫອມ ສີຂາວນວນອົມເຫຼືອງ ຂະໜາດ 2.5 ມມ. ໝາກອອ່ນເປືອກນອກມີສີຂຽວແກມດ່າງ ໝາກແກ່ສຸກເປັນສີເຫຼືອງແກມດ່າງ. ໝາກຂອງມັນມີນວນເປັນເນື້ອສົດ ສີເຫຼືອງອ່ອນ, ມີຮູບຮ່າງເປັນຮູບໄຂ່ ຄ້າຍໆຄືໝາກມ່ວງນ້ອຍ, ມີຂະໜາດ 2-6 x 1.5-4 ຊມ, ນວນໝາກ ມີຢາງໜຽວ ແລະ ໝາກມີແກ່ນດຽວ ແລະ ມີເປືອກແຂງຫຼ້ມໃບລ້ຽງ. ໃບລ້ຽງສີຂາວ ແລະ ມື່ນຄືສະບູ່. ໝາກແກ່ເດືອນ 7-9.
ໝາກກິນໄດ້ ມີນໍ້າມັນ ອາດຈະກິນສົດ ຫຼື ເຜົາໄຟແລ້ວຜ່າເອົາແກ່ນໃນ ແກ່ນຂອງໝາກບົກ ເມື່ອຂົ້ວແລ້ວ ໃຊ້ເປັນອາຫານວ່າງໄດ້ ຫຼື ໃບລ້ຽງມາກິນ. ມີລົດມັນ ແລະ ຫອມ. ສໍາຫລັບຮາກໝາກບົກນໍາມາຕົ້ມກິນແກ້ພິດ ທັງເປັນຢາບໍາລຸງ. ໃນປະເທດວຽດນາມ ເພີ່ນໄດ້ນຳໃຊ້ນໍ້າມັນຈາກແກ່ນໝາກບົກ ເຮັດທຽນໄຂ, ສະບູ ແລະ ໂກກົວ (Cocoa) ທຽມ. ໝາກບົກສຸກ ມີລົດຫອມຫວານ ເມື່ອຫຼົ່ນລົງດິນແລ້ວ ກໍເປັນທີ່ນິຍົມຊົມຊອບຂອງພວກສັດປ່ານາໆຊະນິດ ແລະ ຄົນເຮົາ ກໍສາມາດນຳມາກິນໄດ້. ສ່ວນເນື້ອໄມ້ນັ້ນ ກໍ່ມີຄວາມນິຍົມກັນໃຊ້ເຮັດເຄື່ອງເຮືອນນັບມື້ນັບຫຼາຍຂຶ້ນ ທັງນຳໄປເຜົາເຮັດຖ່ານດັງໄຟທີ່ມີຄຸນນະພາບສູງ. ຢູ່ໃນລາວ ແລະ ພາກຕາວັນອອກສ່ຽງເໜືອ ຂອງປະເທດໄທ ເພີ່ນມັກນຳໃຊ້ຖ່ານໄມ້ບົກ ເພື່ອເປັນຖ່ານຢູ່ກຳ ເປັນໄລຍະ 20-30 ມື້.