ແຜ່ນດິນເຢັນ / The Chinese Evergreen
APA 6th ed. ແຜ່ນດິນເຢັນ / The Chinese Evergreen. (2023, June 14). Retrieved from https://www.phakhaolao.la/kb/0000326
MLA 8th ed. ແຜ່ນດິນເຢັນ / The Chinese Evergreen. Pha Khao Lao, 14 June 2023, https://www.phakhaolao.la/kb/0000326.
Chicago 17th ed. Pha Khao Lao. 2023. "ແຜ່ນດິນເຢັນ / The Chinese Evergreen." Published June 14, 2023. https://www.phakhaolao.la/kb/0000326.
Aglaonema costatum var. viride Engl.
Aglaonema laoticum Gagnep.
ໄທ: ຂຽວໝື່ນປີ, ຫວ້ານຂັນໝາກ, ໝາກເຂືອພໍ່ຄ້າ, ບ້ວນມີແຊ ແລະ ແກ້ວການຈະນາ
ວຽດນາມ: ລຸກກັນ.
ຈີນ: ວັນ-ລຽນ-ຊີ່ງ, ເຈນເນນຈຽນ. ພາສາຈີນ ແປວ່າ ຂຽວ
ສິບພັນປີ ແລະ ຕາມປະເພນີຈີນ ນັບຖືພືດຊະນິດນີ້
ເປັນພືດນຳໂຊກລາບທີ່ດີ ແກ່ເຂົາເຈົ້າເອງ.
ອັງກິດ: Chinese evergreen, Japanese leaf, Malayan sword and Aglaonema
ແຜ່ນດິນເຢັນ ຈັດເປັນພືດລົ້ມລຸກຂະໜາດນ້ອຍຈຳພວກຫວ້ານ. ລຳຕົ້ນຕັ້ງຊື່, ອາດສູງຮອດ 1-2 ແມັດ, ມີຢາສີຂາວ, ເປັນໄມ້ເນື້ອອ່ອນ, ມີຂໍ້ຖີ່, ບໍ່ແຕກກິ່ງ, ມີຫົວຢູ່ໃຕ້ດິນ, ຂະຍາຍພັຍດ້ວຍການແຕກໜໍ່. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຫອກຍາວ ຫຼື ຮູບໃບພາຍ, ກ້ວາງ 6-10 ຊມ, ຍາວ 10-25 ຊມ, ໂຄນໃບຮຽວຍາວຄ່ອຍໆຕິດກັບກ້ານ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ, ແຜ່ນໃບມີສີຂຽວເຂັ້ມສະຫຼັບກັບສີຂຽວປົນເທົາ. ກ້ານໃບຍາວ 8-10 ຊມ, ໂຄນກ້ານໃບເປັນກາບອວບຫຸ້ມລຳຕົ້ນ. ຊໍ່ດອກຄ້າຍກັບຊໍ່ດອກໃນຕະກຸນບອນທົ່ວໄປ ໂດຍຈະອອກບໍລິເວນງ່າມໃບ, ມີລັກສະນະເປັນຮູບຊົງກະບອກ ປະກອບດ້ວຍດອກເພດຜູ້ຢູ່ດ້ານເທິງ ແລະ ດອກເພດແມ່ຢູ່ດ້ານລຸ່ມ. ມີປະປະດັບຊໍ່ດອກຄ້າບດອກໜ້າງົວ, ຮູບໄຂ່ ຫຼື ຮູບຂ້ອນຂ້າງກົມ, ສີເຫຼືອງນວນ. ໝາກມີຂະໜາດ ແລະ ລັກສະນະຄ້າຍກັບຫວ້ານໃຫຍ່, ເມື່ອແກ່ຈະມີສີເຫຼືອງເຂັ້ມ.
ສັບພະຄຸນ:
- ຮາກ ແລະ ໃບ: ມີຣົດຈືດ ແລະ ຂົມເລັກນ້ອຍ ມີພິດເລັກນ້ອຍ, ໃຊ້ເປັນຢາດັບພິດຮ້ອຍ, ຖອນພິດໄຂ້, ຮັກສາໄທຟອຍ (ພະຍາດທີ່ເກີດຈາກການຕິດເຊື້ອແບັກທິເຣຍ Salmonella Typhi), ຮັກສາອາການໄອເປັນເລືອດ, ຮັກສາອາການໄອຈາກປອດເກີດຄວາມຮ້ອນ, ຮັກສາຫອບຫືດ ແລະ ຮັກສາທາງເດີນປັດສະວະອັກເສບ.
- ຮາກ: ໃຊ້ເປັນຢາຮັກສາອາການເຈັບຄໍ ແລະ ຄໍບວມອັກເສບ.
- ໃບ: ໃຊ້ເປັນຢາຮັກສາຄໍຕີບ, ນຳມາຕຳກັບເຫຼົ້າໃຊ້ພອກຮກສາແຜສົດ, ເຮັດໃຫ້ແຜບໍ່ອັກເສບ ຫຼື ເຈັບ, ຖ້າແຜຫາຍດີຈະບໍ່ເປັນຫອຍແຜ, ໃຊ້ເປັຢາຮັກສາຝີໜອງ, ນຳມາມາບົດພອກຊ່ວຍຫຼຸດອາການບວມ, ຮັກສາຂໍ້ອັກເສບ ແລະ ບວມ.
- ຕົ້ນ: ນຳມາຕ້ຳບອກບໍລິເວນທີ່ຖືກໝາກັດເພື່ອຮັກສາບາດແຜ ແລະ ນ້ຳຄັ້ນຈາກຕົ້ນມີພິດເຮັດໃຫ້ຄັນຄາຍຜິວໜັງ ຖ້າໃຊ້ໃນກໍລະນີຂໍ້ອັກເສບຈະເຮັດໃຫ້ເລືອດມາຫຼໍ່ລ້ຽງໄດ້ດີ.
ພືອປະດັບ: ນິຍົມນຳມາປູກເປັນພືດປະດັບ ເນື່ອງຈາກມີຄວາມສວຍງາມ ແລະ ເສີມຄວາມມຸງຄຸນໃຫ້ກັບສະຖານທີ່ປູກ, ໂດຍຈະມີການນຳມາປູກປະດັບທັງພາຍໃນ ແລະ ພາບນອກອາຄານ,
ປະໂຫຍດ:
- ຕາມຄວາມເຊື່ອ: ເຊື່ອວ່າເປັນຫວ້ານມົງຄົນຈະເຮັດໃຫ້ຜູ້ປູກອາຍຸຢືນຍາວ
- ຈັດເປັນໄມ້ປະດັບທີ່ສາມາດໃນການດູດສານພິດໄດ້ລະດັບປານກາງ ເພາະມີໃບກ້ວາງຈຶ່ງມີພື້ນທີ່ໃນການດູດສານພິດໄດ້ຫຼາຍ, ແຕ່ມີອັດຕາການຄາຍຄວາມຊຸ່ມສູງ ແລະ ມີປະສິດທິພາບສູງໃນການດູດສານພິດຈຳພວກ ຟໍມັລດີໄຮດ໌ (Formaldehyde).