ຊ່ອງຟ້າ / Song Fa

Use
Food
Medicine
Scientific Name / Family
Clausena harmandiana (Pierre) Guillaumin / Rutaceae
Synonyms
Clausena cambodiana (Pierre) Guillaumin
Clausena oliveri Koord. ex Backer
Glycosmis cambodiana Pierre
Glycosmis harmandiana Pierre
Other Names
ໄທ: ຊ່ອງຟ້າ, ຊ່ອງຟ້າດົງ, ປຣອງຟ້າ, ລອງ ຟ້າ, ຊ່ອງໂດ, ຊາມາດ, ແມນ, ຊະໝຸ້ຍຫອມ.
Botanical Description

ຕົ້ນຊ່ອງຟ້າ ເປັນໄມ້ພຸ່ມ, ບໍ່ຫຼົ່ນໃບ, ສູງ 1-1.5 ມ, ໝົດທຸກສ່ວນຂອງຕົ້ນມີກິ່ນຫອມໝາກນາວ ແລະ ບັນຈຸມີທາດນໍ້າມັນຫອມລະເຫີຍ. ໃບປະສົມຍາວເຖິງ 20 ຊມ ແລະ ມີ 3 ໃບຍ່ອຍ ແຕ່ລະໃບ ມີຂະໜາດ 2-4 x 5-11 ຊມ. ຊໍ່ດອກ ມີດອກສີຂຽວເຫຼືອງອອກເປັນຈຸ້ມ 4 ດອກ, ມີຄວາມຍາວເຖິງ 20 ຊມ. ໝາກຂອງມັນເປັນຮູບໄຂ່ ມີເສັ້ນຜ່າກາງ 3-5 ມມ,ສີແດງຊໍ້າເວລາສຸກ ແລະ ບັນຈຸມີໜື່ງຫາສອງແກ່ນ.

Description of Use

ຮາກ, ໃບອ່ອນ, ເປືອກ ແລະ ດອກ ຂອງຊ່ອງຟ້າ ເພິ່ນມັກນຳໄປປະສົມກັບພືດສະໝຸນໄພອື່ນໆເປັນຢາລົດກົດ ແລະ ແກ້ການກິນອາຫານເປັນພິດ. ຮາກຂອງມັນຈະຊ່ວຍລົດອາການເຈັບຕາ, ອາການເຈັບຫົວ ແລະ ໄຂ້. ໝາກ ແລະ ຍອດອ່ອນທີ່ສົ້ມ ໃຊ້ກິນກັບລາບ ແລະ ແກງໜໍ່ໄມ້.

Contribute