ຜັກຖ່ອນ / Frown Albizia

Use
Food
Income
Medicine
Scientific Name / Family
Albizia procera (Roxb.) Benth. / Fabaceae
Synonyms
Albizia procera var. elata (Roxb.) Baker
Albizia procera var. roxburghiana E.Fourn.
Other Names
ລາວ: ຜັກຖ່ອນ
ໄທ: ຖ່ອນ, ທີ້ງຖ່ອນ, ສວນ.
ກຳປູເຈຍ: ຕຣາມກາງ, ທຣຽບ, ໂທຣນົມ, ກຳແພມ.
ວຽດນາມ: ອາຣີອັງ, ມວງຊານ, ມູກົວ.
ມຽນມາ: ຊິດ, ກົກໂກຊິດ.
ອັງກິດ: Frown albizia, Tall albizia, White siris, Forest siris
Botanical Description

ໄມ້ຖ່ອນ ເປັນໄມ້ໃຫຍ່ໄວ ທີ່ຫຼົ່ນໃບໃນລະດູແລ້ງມີຄວາມສູງ ປະມານ 15-30 ມ ແລະ ໜ້າຕ້າງປະມານ 70 ຊມ. ໃບຂອງມັນ ເປັນໃບປະສົມຍາວປະມານ 40 ຊມ ປະກອບດ້ວຍ ໃບຍ່ອຍແຕ່ສອງຫາຫ້າແຖວ. ຊຶ່ງແຕ່ລະແຖວ ມີໃບຍ່ອຍຊຶ່ງມີຂະໜາດ 3-4.5 x 1.2-2.2 ຊມ ແຕ່ 5-11 ຄູ່. ພົ້ວດອກ ມີຄວາມຍາວເຖິງ 30 ຊມ, ປະກອບດ້ວຍ 2-5 ກິ່ງ ດອກຂະໜາດ 1.5-2 ຊມ  ຕໍ່ພົ້ວ ແລະ ແຕ່ລະກິ່ງມີ ປະມານ 20 ດອກ ທີ່ມີຂະໜາດ 7 ມມ, ມີສີຂາວອົມຂຽວ. ໝາກຂອງມັນເປັນຝັກແປ ຄ້າຍຄືກະດາດສີນໍ້າຕານ ມີຂະໜາດ 17 x 2.5 ຊມ ແລະ ຈະແຕກອ້າອອກຢ່າງງ່າຍດາຍ ເວລາສຸກ ແລະ ແຫ້ງ. ແຕ່ລະຝັກບັນຈຸມີ 6-12 ແກ່ນແປໆ ຂະໜາດ 7-8.5 x 4.5-6.5 ມມ.

Description of Use

ຍອດອ່ອນຂອງມັນ ກິນເປັນຜັກໄດ້, ສ່ວນໃບ ໃຊ້ເປັນອາຫານສັດ ແຕ່ຕ້ອງປະສົມກັບພືດຊະນິດອື່ນນຳ ແລະ ນອກນີ້ ກໍ່ຍັງສາມາດໃຊ້ເປັນຢາຂ້າແມງໄມ້ໄດ້ອີກ. ສຳລັບລຳຕົ້ນ ແລະ ເປືອກນັ້ນໃຫ້ສານຝາດ. ນໍ້າຢາງຈາກລຳຕົ້ນ ສາມາດນຳໄປຜະລິດເປັນຢາງໜຽວ ແທນຢາງອາຣາບິກ (gum Arabic) ໄດ້. ທຸກພາກສ່ວນຂອງຕົ້ນໄມ້ ແມ່ນມີສັບພະຄຸນທາງດ້ານການຢາທັງໝົດ ເຊັ່ນເປັນຢາຕ້ານກັບໂລກມະເຮັງ. ຝຸ່ນບົດຈາກເປືອກ ໃຊ້ໃນການເບື່ອປາ ແລະ ນ໙ມັນກັ່ນຈາກເປືອກນັ້ນໃຊ້ປິ່ນປົວໂລກປະດົງ, ລິດສະດວງ, ໂລກກະເພາະ ຫຼື ພະຍາດທີ່ກ່ຽວກັບການຖືພາຂອງຜູ້ຍິງ.ແກ່ນຂອງມັນນັ້ນ ສາມາດນຳໃຊ້ເປັນຢາປາບສັດຕູພືດ ໂດຍສະເພາະ ແມ່ນການປ້ອງກັນໜູ.ໄມ້ຖ່ອນເປັນຊະນິດໄມ້ທີ່ມີຄວາມສາມາດຈັບດິນ ທັງມີຄວາມສາມາດດຶງເອົາ ໄນໂຕຣເຈນ ໄວ້ໃນດິນ ຊ່ວຍໃຫ້ດິນທີ່ເຊື່ອມຄຸນນະພາບຟື້ນຕົວຄືນໃໝ່. ນອກຈາກນີ້ ຕົ້ນສາຖ່ອນ ຍັງເປັນໄມ້ທີ່ໃຫ້ຮົ່ມເງົາ ແລະ ປ້ອງກັນລົມພະຍຸໄດ້ດີ. ສຳລັບເນື້ອໄມ້ ແມ່ນເໝາະສຳລັບການເຜົາຖ່ານ, ເຮັດຟືນ ແລະ ໃຊ້ໃນການປຸກສ້າງໄດ້. ແມງໄມ້ສອງຊະນິດທີ່ມັກກິນໃບຖ່ອນ ຄື ແມງຄັບ ແລະ ແມງຊ້າງນ້ອຍ ຊຶ່ງທັງສອງຊະນິດນີ້ ຄົນມັກເອົາມາກິນເປັນອາຫານ ແລະ ນຳເອົາໄປເຮັດເຄື່ອງປະດັບຍ້ອນປີກທີ່ມີສີສັນສວຍງາມຂອງພວກມັນ.

Contribute