ໂສມຜັກກາດ / Sambung Nyawa Batik

Use
Food
Medicine
Scientific Name / Family
Gynura pseudochina (L.) DC. / Asteraceae
Synonyms
Cacalia bulbosa Lour.
Cacalia maculata Buch.-Ham. ex Steud.
Cacalia purpurascens Wall. [Invalid]
Cacalia sagittaria B.Heyne [Invalid]
Crassocephalum miniatum (Welw.) Hiern.
Crassocephalum pseudochina (L.) Kuntze.
Gynura annamensis S.Moore.
Gynura biflora (Burm.f.) Merr.
Gynura bodinieri Levl.
Gynura bodinieri H.Lév.
Gynura bulbosa (Lour.) Hook. & Arn.
Gynura eximia S.Moore
Gynura integrifolia Gagnep.
Gynura miniata Welw.
Gynura miniata var. miniata
Gynura miniata var. orientalis O.Hoffm.
Gynura nudicaulis Arn.
Gynura purpurascens DC.
Gynura rusisiensis R.E.Fr.
Gynura sagittaria DC.
Gynura sinuata DC.
Gynura somalensis (Chiov.) Cufod.
Gynura variifolia De Wild.
Senecio biflorus Burm.f.
Senecio crassipes H.Lév. & Vaniot
Senecio miniatus (Welw.) Staner
Senecio pseudochina L.
Other Names
ລາວ: ໂສມຜັດກາດ.
ໄທ: ຫວ້ານມະຫາກາບ, ຄຳໂຄກ ( ຂອນແກ່ນ, ເລີຍ ), ໜາດແຫ້ງ ( ນະຄອນຣາດຊະສີມາ ), ຜັກກາດກົບ ( ເພັດສະບູນ ), ຜັກກາດນານົກເຂົາ.
ຈີນ: ໜິວເສີຊັນສິ.
Botanical Description

ຈັດເປັນພືດລົ້ມລຸກເລືອໄປຕາມພື້ນດິນ, ລຳຕົ້ນຕັ້ງຊື່, ສູງປະມານ 10–30 ຊັງຕີແມັດ, ລຳຕົ້ນອວບນ້ຳ, ມີຫົວຢູ່ໃຕ້ດິນ, ຮາກເນື້ອນຸ່ມອ່ອນ, ເປືອກຮາກເປັນສີເຫຼືອງ, ຊຸ່ມນ້ຳ, ເນື້ອໃນເປັນສີຂາວ, ຍອດອ່ອນມີຂົນສີຂາວ, ຂະຫຍາຍພັນໂດຍໃຊ້ເມັດ ແລະ ວິທີການແຍກໜໍ່. ຂຶ້ນໄດ້ໃນດິນທົ່ວໄປ. ແຕ່ຈະເລີນເຕີບໂຕໄດ້ດີໃນດິນຜຸຜຸ່ຍ ແລະ ມີຄວາມອຸດົມສົມບູນ, ມັກຄວາມຊຸ່ມປານກາງ ແລະ ແສງແດດແບບເຕັມວັນ. ໃບ: ເປັນໃບດ່ຽວອອກຮຽງສະຫຼັກ. ລັກສະນະຂອງໃບເປັນຮູບໃບຫອກ, ປາຍໃບມົນ, ໂຄນໃບແຫຼມ. ສ່ວນຂອບໃບຢັກຫ່າງໆ. ໃບມີຂະໜາດກວ້າງປະມານ 2,5–8 ຊັງຕີແມັດ ແລະ ຍາວປະມານ 6–30 ຊັງຕີແມັດ. ໃບແຜ່ອອກຢູ່ເທີງພື້ນດິນ, ແຜ່ນໃບໜາ ແລະ ແຂງ, ຜີວໃບດ້ານເທີງເປັນສີຂຽວເຂັ້ມປົນສີນ້ຳຕານອົມມ່ວງ, ເສັ້ນໃບເປັນສີຂຽວອ່ອນຕັດກັບສີພື້ນໃບ, ມີຂົນສັ້ນປົກຄຸມຢູ່ທົ່ວໄປ ແລະ ຜີວໃບດ້ານລຸ່ມມີສີຂຽວ, ສ່ວນໃບອ່ອນເປັນສີມ່ວງແກ່. ກ້ານໃບສັ້ນເມື່ອແກ່ແລ້ວຈະປ່ຽນຈາກສີມ່ວງເປັນສີຂາວ. ດອກ: ອອກດອກເປັນຊໍ່ທີ່ປາຍຍອດ, ກ້ານຊໍ່ດອກຍາວປະມານ 30 ຊັງຕີແມັດ ແທງຂຶ້ນຈາກພື້ນດິນ, ດອກຍ່ອຍເປັນສີສົ້ມເຫຼືອງມີໜາມນ້ອຍ. ດອກເປັນຮູບຊົງກະບອກ ລັກສະນະເປັນຝອຍຄ້າຍດອກດາວເຮືອງແຕ່ມີຂະໜາດນ້ອຍ. ໝາກ: ເປັນໝາກແຫ້ງບໍ່ແຕກ, ເມັດລີບປາຍມີຂົນ.

Description of Use

ໃບປົວຕານເຕັນ, ຝີ, ຕຸ່ມເປື່ອຍ ແລະ ເປັນຜື່ນຄັນຕາມຜີວໜັງ ແມ່ນເກັບເອົາໃບສົດ 6–7 ໃບ ມາລ້າງໃຫ້ສະອາດນຳໄປຕາກແດດ. ນຳໄປຕຳໃຫ້ແຫຼກແລ້ວປັ້ນເອົານ້ຳທາຕາມບໍລິເວນທີ່ເປັນ ຫຼື ໂພະໃສ່ເລີຍກໍ່ໄດ້. ຮາກໂສມຜັກກາດໃຊ້ປົວໄຂ້ໂດຍການຫຼົກເອົາຮາກ  4–5 ຮາກມາລ້າງນ້ຳໃຫ້ສະອາດ, ຫົວມີສັບພະຄຸນເປັນຢາຮັກສາແຜອັກເສບ ແລະ ຮັກສາມົດລູກຂອງຜູ້ຍີງ. ຖ້ານຳມາບົດໃຫ້ເປັນຜົງຊົງກັບນ້ຳຊາໃຫ້ຜູ້ຍີງຫຼັງຄອດຈະຊ່ວຍຂັບປະຈຳເດືອນໄດ້ດ້ວຍ. ໂສມຜັກກາດສາມາດເກັບໄດ້ຕະຫຼອດປີ.

Contribute