ຫຍ້າເອັນຢືດ / Broad-leaved plantain

Use
Food
Income
Medicine
Scientific Name / Family
Plantago major L. / Plantaginaceae
Synonyms
Plantago major var. asiatica (L.) Decne.
Plantago major var. borysthenica Rogow.
Plantago major var. folioscopa T.Itô
Plantago major var. gigas (H. Lév.) H. Lév.
Plantago major subsp. intermedia (Gilib.) Lange
Plantago major var. jehohlensis (Koidz.) S.H. Li
Plantago major var. kimurae Yamam.
Plantago major var. major
Plantago major f. major
Plantago major var. paludosa Bég.
Plantago major f. paniculata Makino
Plantago major var. pauciflora (Gilib.) Bég.
Plantago major subsp. pleiosperma Pilg.
Plantago major var. runcinata Walp.
Plantago major var. sawadai Yamam.
Plantago major f. scopulorum Fr.
Plantago major var. sinuata (Lam.) Decne.
Plantago major subsp. winteri (Wirtg.) W.Ludw.
Other Names
ລາວ: ຫຍ້າເອັນຢືດ, ຜັກພາຍ
ໄທ: ຫຍ້າເອັນຢືດ, ຫຍ້າເອັນອືດ, ໝໍນ້ອຍ, ຜັກກາດນ້ຳ, ຜັກກາດນ້ຳໄທ, ຜັກກາດນ້ຳໃຫຍ່
ຈີນ: ເຊ່ຍຈ່ອຍເຊົ່າ, ຕະປຸຊີ້, ຍົ່ວເຊົ່າ, ຮຳຜົ່ວເຊົ່າ, ເຊ່ຍແຕ້ເຊົ່າ, ຕ້າເຊີສຽນເຊົ່າ
Botanical Description

ພືດລຳຫຍ້າ ຍາວນານດ້ວຍເຫງົ້າ, ຕົ້ນຂະໜາດນ້ອຍ, ສູງ 26–30 ຊັງຕີແມັດ. ໃບແມ່ນໃບປະເພດດ່ຽວ, ປົ່ງອອກຈາກເຫງົ້າໂດຍກົງ, ຈັບແບບສະຫຼັບ, ມີຮູບບ່ວງ, ເນື້ອໃບເປັນແຜ່ນ, ມີແຄມເປັນຢັກ, ເນື້ອໃບເບື້ອງເທີງອອກສີຂຽວເຂັ້ມ ແລະ ເຫຼື້ອມ, ຕີນຂອງເນື້ອໃບໂກບເຂົ້າກັນ, ກ້ານໃບໜາ ແລະ ຍາວ, ອອກສີມ່ວງຢູ່ຕອນກົກຂອງກ້ານດ້ານນອກ.  ດອກມີຂະໜາດນ້ອຍ, ຈັດເປັນຮວງໜາແໜ້ນ, ຮວງດອກປົ່ງຂຶ້ນລະຫວ່າງຫຼືບໃບ. ອອກດອກສີເຫຼືອງ. ແມ່ນດອກປະເພດ 4 ແລະ ເປັນດອກທີ່ມີເພດຮ່ວມ. ໝາກມີຂະໜາດນ້ອຍ, ອອກສີຂຽວອ່ອນເວລາຍັງດິບ, ເວລາແກ່ຈະອອກສີຊ້ຳ. ເມື່ອໝາກສຸກຈະໄຂເອງຕາມຮອຍຈີກຂວາງໃຫ້ໝາກ. ໝາກບັນຈຸແກ່ນຫຼາຍເມັດ, ແກ່ນມີຮູບແປສ້ວຍ, ອອກສີຊ້ຳ. ໝາກມີຂະໜາດນ້ອຍ ພືດຊະນິດນີ້ປູກຢູ່ທົ່ວໄປມັກບ່ອນຮົ່ມສົມຄວນ, ອອກດອກ ແລະ ໝາກແຕ່ເດືອນເມສາ ຫາ ເດືອນສິງຫາ

Description of Use

ພືດຊະນິດນີ້ບັນຈຸທາດກະລຸຍຊິດຫຼາຍຊະນິດ ແລະ ວິຕາມິນ K ໃຊ້ເປັນຢາຂັບໄລ່ປັດສະວະ, ໃຊ້ປົວໄອຊ້ຳເຮື້ອ, ໃຊ້ເປັນຢາເຢັນ. ໃຊ້ແກ້ຄວາມດັນໂລຫິດສູງດ້ວຍການໃຊ້ຫຍ້າເອັນຢືດ ແລະ ຜັກຄາວທອງ ຢ່າງລະ 35 ກຼາມ ນຳມາຕົ້ມນ້ຳກິນ. ໝົ້ດທັງຕົ້ນນ້ຳໄປຕົ້ມກັບນ້ຳຕານກວດໃຊ້ກິນເປັນຢາແກ້ອາການຮ້ອນໃນ, ແກ້ເຈັບຄໍ, ມີລິດເປັນຢາເຢັນ, ຊ່ວຍແກ້ຫວັດຫຼອດລົມອັກເສບ (ຕົ້ນ), ຊ່ວຍຂັບຂີ້ກະເທີ່ ແກ້ອາການໄອ (ເມັດ) ຮາກໃຊ້ຕົ້ມກັບນ້ຳດື່ມເປັນຢາແກ້ໄອ, ໃບໃຊ້ກິນເປັນຢາແກ້ເລືອດກຳເດົາໄຫຼ. ຫຍ້າເອັນຢືດ ຫຼື ຜັກກາດນ້ຳເປັນຢາສະໝຸນໄພທີ່ຮັກສາອາການອັກເສບຂອງເສັ້ນເອັນ ແລະ ກ້າມເນື້ອ, ຊ່ວຍແກ້ອາການປວດບໍລິເວນຄໍ, ຫຼັງ, ແອວ, ແຂນ ແລະ ຂາ ຟົກຊ້ຳບວມຈາກການລົ້ມກະທົບກະແທກ. ດັ່ງນັ້ນຫາກມີອາການດັ່ງກ່າວກໍ່ໃຫ້ນຳຫຍ້າເອັນຢືດມາທຸບໃຫ້ນ້ຳອອກແລ້ວນຳໄປປົກບໍລິເວນທີ່ເປັນ ເຊື່ອວ່າຈະຊ່ວຍເຮັດໃຫ້ເສັ້ນເອັນຄາຍຕົວ, ຊ່ວຍບັນເທົາຄວາມເຈັບປວດລົງໄດ້. ນອກຈາກນີ້ຍັງໃຊ້ເປັນຢາຮັກສາກະດູກຫັກ, ກະດູກແຕກ ໂດຍໃຊ້ລວມກັບສະໝຸນໄພອຶ່ນໆ ເຊັ່ນ: ຫົວຊີງໄຄ, ເຄືອເຂົາຮໍ ເປັນຕົ້ນ. ຫາກກະດູກຫັກ ຫຼື ແຕກຈາກອຸບັດຕິເຫດເສັ້ນເອັນຕືງກໍ່ໃຫ້ເອົານ້ຳໝາກພ້າວຖອກໃສ່ພາຊະນະພໍປະມານແລ້ວນຳຫຍ້າເອັນຢືດປະມານ 4–5 ຕົ້ນ ນຳມາທຸບໃຫ້ພໍແລກ. ເອົາມາທອດຍ່ຳກັບນ້ຳມັນແລ້ວເອົາມາທາບໍລິເວນທີ່ເສັ້ນເອັນຕືງຈະຊ່ວຍເຮັດໃຫ້ເອັນຢືດ ແລະ ສະໝານກະດູກທີ່ແຕກ ແລະ ຫັກໄດ້ເປັນຢ່າງດີ.

Contribute