ຫວ້ານຫາງແຂ້ / Barbados Aloe
APA 6th ed. ຫວ້ານຫາງແຂ້ / Barbados Aloe. (2019, April 3). Retrieved from https://www.phakhaolao.la/kb/0000306
MLA 8th ed. ຫວ້ານຫາງແຂ້ / Barbados Aloe. Pha Khao Lao, 3 April 2019, https://www.phakhaolao.la/kb/0000306.
Chicago 17th ed. Pha Khao Lao. 2019. "ຫວ້ານຫາງແຂ້ / Barbados Aloe." Published April 3, 2019. https://www.phakhaolao.la/kb/0000306.
Aloe vera var. aethiopica Schweinf.
Aloe vera var. angustifolia Schweinf.
Aloe vera var. chinensis (Steud. ex Baker) Baker.
Aloe vera var. lanzae Baker.
Aloe vera var. littoralis J.Koenig ex Baker
Aloe vera var. officinalis (Forssk.) Baker
Aloe vera var. puberula Schweinf.
ໄທ: ຫວ້ານຕະເຂ້, ຫວ້ານໄຟໄໝ້.
ພືດລຳຫຍ້າລົ້ມລຸກ, ລຳຕົ້ນສັ້ນຈົນເກືອບວ່າບໍ່ມີ, ລວງສູງ 20–50 ຊັງຕີແມັດ ຂອງຕົ້ນແມ່ນລວງຍາວຂອງກຸ່ມໃບເປັນຕົ້ນຕໍ. ໃບ ແມ່ນໃບປະເພດດ່ຽວ, ມີຮູບຍາວ, ປາຍແຫຼມ, ເນື້ອໃບໜາ ແລະ ອວບນ້ຳ, ກາບເນື້ອໃບເປັນແຖບສີຂາວໂອບຊ້ອນກັນຫຸ້ມເອົາລຳຕົ້ນ. ໃບຊ້ອນກັນແບບສະຫຼັບ. ເນື້ອໃບອາດມີຈຸດຂາວດ່າງທົ່ວໄປ ຫຼື ບໍ່ມີ. ແຄມໃບມີໜາມແຫຼມ. ພາຍໃນເນື້ອໃບມີລັກສະນະເປັນວຸ້ນໄສໆ ສີຂາວ. ດອກອອກເປັນຊໍ່ແໜ້ນໜາ, ຊໍ່ດອກຈັບຢູ່ປາຍກ້ານຊື່ງມີຂະໜາດຍາວ 50–100 ຊັງຕີແມັດ. ແມ່ນດອກປະເພດ 3 ແລະ ມີເພດຮ່ວມ. ກີບດອກ ແລະ ກາບດອກຕິດກັນເປັນທໍ່, ສາມາດທົນທານຕໍ່ຄວາມແຫ້ງແລ້ງ ແລະ ເກີດໄດ້ທຸກລະດູການ, ມີຖິ່ນກຳເນີດຢູ່ເຂດເມດີແຕລາເນ. ປະຈຸບັນການປູກແຜ່ຂະຫຍາຍໃນເຂດຮ້ອນ.
ກິນວຸ້ນຫວ້ານຫາງແຂ້ຄັ້ງລະ 1–2 ບ່ວງ ວັນລະ 3 ຄັ້ງ ເປັນປະຈຳທຸກວັນຈະຊ່ວຍບັນເທົາອາການປວດຕາມຂໍ້ໃຫ້ດີຂຶ້ນກວ່າເດີມ, ຮັກສາບາດແຜສົດ ແລະ ແຜຈາກການຖືກຂອງມີຄົມ, ແຜຮີມສົບໂດຍນຳວຸ້ນມາແປະບໍລິເວນບາດແຜແລ້ວນຳຜ້າມາປິດທັບໄວ້. ນຳຫວ້ານຫາງແຂ້ມາຝານບາງໆແລ້ວນຳໄປແປະໄວ້ທີ່ແຜໄຟໄໝ້, ແຜນ້ຳຮ້ອນລວກ ຈະຊ່ວຍບັນເທົາອາການປວດໄດ້ທັ້ງນີ້ຍັງຊ່ວຍເຮັດໃຫ້ແຜເຊົາໄວ ແລະ ຍັງຊ່ວຍໃນການດັບພິດຮ້ອນເພື່ອບັນເທົາອາການປວດແສບປວດຮ້ອນໄດ້. ໃນສ່ວນຂອງເປືອກຫວ້ານຫາງແຂ້ປອກເປືອກເອົາແຕ່ວຸ້ນແລ້ວນຳມາກິນວັນລະ 2 ຄັ້ງ, ຄັ້ງລະ 2 ບ່ວງ ຈະຊ່ວຍຮັກສາກະເພາະລຳໄສ້ອັກເສບ.