ຕົ້ນຫ້ອມແກ້ວ / False Daisy

Use
Medicine
Scientific Name / Family
Eclipta prostrata (L.) L. / Compositae
Synonyms
Acmella lanceolata Link ex Spreng.
Amellus carolinianus Walter
Anthemis abyssinica J.Gay ex A.Rich.
Anthemis abyssinica var. abyssinica
Other Names
ລາວ: ຕົ້ນຫ້ອມແກ່ວ, ຕົ້ນຫ້ອມກ່ຽວ
ໄທ: ມະເມັງ, ກາເມັງ, ຄັດເມັງ, ຫຍ້າສັບ, ຮ່ອມກ່ຽວ, ຫ້ອມກ້ຽວ
ຈີນ: ບັງກີເຊົ່າ, ຮັ່ນເຫຼີ, ຍົນເສົ່າ, ບັກອັ່ງເນີ້ຍ, ອົ້ວໂໜ່ຍເຊົ່າ (鳢肠 [li chang])
Botanical Description

ພືດລຳຫຍ້າຍາວນານ, ສູງ 30 -40 ຊັງຕີແມັດ, ລຳເປັນຫຼ່ຽມອອກສີຂຽວປະສົມສີອິດ ແລະ ມີຂົນ. ໃບ: ແມ່ນໃບປະເພດດ່ຽວຈັບພາບກັນເປັນຄູ່, ມີຂົນທັງ 2 ເບື້ອງ, ຂອບໃບເປັນວັກຫ່າງປະມານ 2–3 ວັກຊ່ວງປາຍໃບ, ຂອບໃບທັງສອງດ້ານມີຂົນສັ້ນໆ ສີຂາວ, ໃບກວ້າງປະມານ 0,8–2 ຊັງຕີແມັດ ແລະ ຍາວປະມານ 4–10 ຊັງຕີແມັດ, ບໍ່ມີກ້ານໃບ ( ຖ້າເກີດຢູ່ບ່ອນແຫ້ງແລ້ງໃບຈະມີຂະໜາດນ້ອຍ. ແຕ່ຖ້າເກີດໃນພື້ນທີ່ຊຸ່ມ, ມີນ້ຳ ໃບຈະໃຫຍ່). ດອກ: ແມ່ນຫົວດອກແບບປະສົມ, ດອກສະໝ່ຳສະເໝີ ແລະ ດອກບໍ່ສະໝ່ຳສະເໝີ. ຫົວດອກອອກຢູ່ຂ້າງໃບ ຫຼື ຢູ່ປາຍງ່າ, ດອກມີສີຂາວ ແລະ ຂະໜາດນ້ອຍ. ແມ່ນດອກປະເພດ 5  ແລະ ມີເພດຮ່ວມ. ໝາກ: ແມ່ນປະເພດໝາກແຫ້ງ, ເປັນຫຼ່ຽມ, ໄຂບໍ່ໄດ້.

Description of Use

ໃຊ້ເປັນຢາບຳລຸງຮ່າງກາຍໃຫ້ແຂງແຮງ, ແກ້ອາການປວດເມື່ອຍໂດຍໃຊ້ຕົ້ນປະສົມກັບພິກໄທ ແລະ ນ້ຳເຜີ້ງ ແລ້ວປັ້ນເປັນລູກນ້ອຍໆ, ຮາກໃຊ້ຕົ້ມເອົາແຕ່ນ້ຳກິນຊ່ວຍແກ້ໂຣກໂລຫິດຈາງ, ຮັກສາໂຣກເບົາຫວານໂດຍການນຳຕົ້ນຫ້ອມແກ່ວມາຕາກແດດໃຫ້ແຫ້ງແລ້ວນຳໄປຂົ້ວໃຫ້ພໍຫອມນຳມາຊົງກັບນ້ຳຮ້ອນໃຊ້ດື່ມເປັນຊາ, ຊ່ວຍຮັກສາອາການທາງປະສາດ, ເປັນລົມວິນວຽນ, ມີອາການຊັກເກງ, ມືເກງ ແລະ ກ່ຽວກັນ ( ອາການຄ້າຍໂຣກ Hyperventilation ). ໂດຍໃຊ້ຫ້ອມແກ່ວເປັນຢາຫຼັກນຳມາຕຳຄັ້ນເອົານ້ຳປະສົມກັບສະໝຸນໄພທີ່ມີກິ່ນຫອມອຶ່ນໆເຊັ່ນ: ຫວ້ານຫອມເປຣາະ, ຂິງ ເປັນຕົ້ນ. ແລ້ວນຳນ້ຳຄັ້ນມາຈິບກິນ ແລະ ໃຊ້ຜ້າຊຸບນ້ຳປະສົມກັບນ້ຳຄັ້ນດັ່ງກ່າວນຳມາເຊັດໜ້າ ແລະ ຄຸມຫົວໄວ້. ນອກນັ້ນຍັງຊ່ວຍຮັກສາໂຣກກ່ຽວກັບຕາ, ແກ້ອາການເຈັບຕາ, ແກ້ຕາແດງ ດ້ວຍການໃຊ້ທັ້ງຕົ້ນປະມານ 1 ກຳມືນຳມາຕົ້ມໃສ່ນ້ຳຕານພໍຫວານເລັກນ້ອຍ, ຕົ້ມໃຫ້ຟົດປະມານ 15 ນາທີແລ້ວນຳມາດື່ມຄັ້ງລະ 1 ແກ້ວ, ວັນລະ 3 – 4 ຄັ້ງ

Contribute