ຕົ້ນໝາກແຕກ / Popping Pod

Use
Medicine
Scientific Name / Family
Ruellia tuberosa Linn / Acanthaceae
Synonyms
Cryphiacanthus barbadensis Nees
Dipteracanthus clandestinus C.Presl
Other Names
ລາວ: ຕົ້ນໝາກແຕກ, ບັງງອບ, ບັງຊອນ, ໝາກແປບ.
ໄທ: ຕົ້ນຕ້ອຍຕິ່ງ, ນ້ຳດັບໄຟ, ຕ້ອຍຕິ່ງໄທ, ຕ້ອຍຕິ່ງນາ.
Botanical Description

ຕົ້ນໝາກແຕກເປັນພືດລຳຫຍ້າ, ລົ້ມສູງ, ສູງປະມານ 20 – 40 ຊັງຕີແມັດ, ແຕກກິ່ງງ່າຫຼາຍ ແລະ ມີລັກສະນະເປັນຟຸ່ມ, ມີຮາກພົ້ວ, ມີລຳ 4 ຫຼ່ຽມ ເປັນຂໍ້ອອກສີຂຽວ. ຕີນຂໍ້ກົມ ແລະ ເປັນເປົ້າ, ມີຂົນຫຸ້ມຢ່າງແໜ້ນໜາ. ໃບ: ແມ່ນໃບປະເພດດ່ຽວ, ຈັບພາບກັນເປັນຄູ່, ໃບມີຮູບຍາວ, ມີຂະໜາດ ( 10-11 ) x ( 2-4 ) ຊັງຕີແມັດ, ກ້ານໃບຍາວ 1 – 1,5 ຊັງຕີແມັດ, ເປ ແລະ ເປັນຮ່ອງຢູ່ກາງ. ເນື້ອໃບເບື້ອງເທີງ ອອກສີຂຽວຊ້ຳກວ່າເບື້ອງລຸ່ມ. ກ່າງໃບໂຄ້ງ ແລະ ຕໍ່ກັນຢູ່ແຄມຂອງເນື້ອໃບ, ມີ 8 – 10 ຄູ່. ດອກ: ອອກເປັນຊໍ່, ແບບສຸດເປັນ, ຈັບຢູ່ຫຼືບໃບ, ແມ່ນດອກປະເພດ 5  ແລະ ມີເພດຮ່ວມ. ກີບດອກຕິດກັນເປັນທໍ່ເວລາບານຈະອອກສີອິດຍູ່ຍີ່, ປາຍທໍ່ແຍກເປັນ 5 ກີບ. ໝາກ: ເປັນຮູບທໍ່ກົມ, ຍາວ 3 – 4 ຊັງຕີແມັດ, ເວລາດິບມີສີຂຽວ, ເມື່ອແກ່ແລ້ວໝາກມີສີເຂືອງຊ້ຳ. ເມື່ອຖືກນ້ຳໝາກຈະແຕກເປັນສອງງີມ. ແກ່ນມີຂະໜາດນ້ອຍ, ມີຮູບແປ ແລະ ມີຂົນຈັບຢູ່ຕາມແຄມ. 

Description of Use

ເມັດໃຊ້ປົວບາດແຜອັກເສບ, ຮາກມີຜົນກະຕຸ້ນໃຫ້ມີອາການປວດຮາກ, ໃບ້ດູດໜອງໃຊ້ພອກແຜ, ຊ່ວຍສະໝານບາດແຜ, ແຜມີຝ້າ, ມີໜອງ ໃບໃຊ້ປົວໂຣກກະເພາະອາຫານ, ຮາກນຳມາເປັນສ່ວນປະສົມຂອງຢາໃຊ້ດັບພິດປັດສະວະພິການ ແລະ ແກ້ພິດຕ່າງໆ.

Contribute