ຕົ້ນຢີ່ໂຖເຫຼືອງ / Trumpet Flower
APA 6th ed. ຕົ້ນຢີ່ໂຖເຫຼືອງ / Trumpet Flower. (2019, April 3). Retrieved from https://www.phakhaolao.la/kb/0000294
MLA 8th ed. ຕົ້ນຢີ່ໂຖເຫຼືອງ / Trumpet Flower. Pha Khao Lao, 3 April 2019, https://www.phakhaolao.la/kb/0000294.
Chicago 17th ed. Pha Khao Lao. 2019. "ຕົ້ນຢີ່ໂຖເຫຼືອງ / Trumpet Flower." Published April 3, 2019. https://www.phakhaolao.la/kb/0000294.
Cerbera linearifolia Stokes
Cerbera peruviana Pers.
Cerbera thevetia L.
Thevetia linearis Raf.
Thevetia linearis A. DC.
Thevetia neriifolia Juss. ex A.DC.
Thevetia neriifolia var. hirsuta Müll.Arg.
Thevetia neriifolia var. leucantha Müll.Arg.
Thevetia neriifolia var. pubescens Müll.Arg.
Thevetia peruviana (Pers.) K.Schum.
Thevetia peruviana f. aurantiaca H.St.John
Thevetia thevetia (L.) H.Karst.
ໄທ: ລຳເພຍ, ກຣະບອກ, ກະທອກ, ຢີ່ໂຖຝຣັ່ງ, ລຳພົນ.
ພືດ: ລຳໄມ້ຍາວນານ, ຂະໜາດນ້ອຍ, ສູງ 4–5 ແມັດ, ລຳຕົ້ນໜຽວ ແລະ ຕັ້ງ, ເມື່ອລຳຕົ້ນແກ່ຈະມີສີເຂື້ອງ, ຍອດອ່ອນອອກສີຂຽວອ່ອນ. ໃບ: ແມ່ນໃບປະເພດດ່ຽວຈັບແບບສະຫຼັບຊັບຊ້ອນກັນຢູ່ຢ່າງດົກໜາ, ໃບມີຮູບຍາວ ແລະ ແຄບ, ຍາວ 5–13 ຊັງຕີແມັດ, ກວ້າງ 0,5–1 ຊັງຕີແມັດ, ມີກ່າງໃຫຍ່ຟູ, ສ່ວນກ່າງນ້ອຍກໍ່ມີຫຼາຍແຕ່ບໍ່ເຫັນເດັ່ນຊັດ, ເນື້ອໃບໜາອອກສີຂຽວອ່ອນ ຫຼື ຂຽວເຫຼືອງ, ຜີວໃບເບື້ອງເທີງເຫຼື້ອມ. ດອກ: ອອກເປັນພົ້ວແບບສຸດເປັນ, ຈັບຢູ່ປາຍ ຫຼື ຢູ່ຂ້າງງ່າ, ດອກມີສີເຫຼືອງ, ມີກີບຊ້ອນໄຂ່ວກັນ ແລະ ມີລັກສະນະເປັນທໍ່, ແມ່ນດອກປະເພດ 5 ແລະ ມີເພດຮ່ວມ. ໝາກ: ເວລາຍັງດິບມີສີຂຽວ, ແມ່ນປະເພດໝາກເນື້ອ ແລະ ມີແກ່ນ 2 ອັນ, ຊື່ງມີຮູບ 3 ຫຼ່ຽມ, ແກ່ນບັນຈຸນ້ຳມັນ 55–60%.
ເປືອກໃຊ້ປົວໄຂ້ມາເລເຣຍ, ເປັນຢາຖ່າຍ, ເພີ່ມຄວາມດັນເລືອດ ແລະ ເປັນຢາບຳລຸງຫົວໃຈ ຕົ້ມດື່ມ ກິນຫຼາຍອາດເຖີງຕາຍໄດ້. ໃບ ແລະ ແກ່ນຕົ້ມດື່ມເປັນຢາກະຕຸ້ນ ກິນຫຼາຍເກີນໄປອາດເຖີງຕາຍໄດ້. ຮາກເປັນຢາຖ່າຍທ້ອງ ແລະ ອາດລຸລູກໄດ້. ນອກນັ້ນພືດນີ້ຍັງໃຊ້ເປັນຢາແກ້ໄຂ້, ລົດຄວາມຮ້ອນ ແລະ ເປັນຢາເບື່ອ.