ຕົ້ນກາວບົກ / Madagascar Periwinkle

Use
Medicine
Ornamental
Scientific Name / Family
Catharanthus roseus (L.) G. Don / Apocynaceae
Synonyms
Ammocallis rosea (L.) Small
Catharanthus roseus var. albus G. Don
Catharanthus roseus var. roseus
Hottonia littoralis Lour.
Lachnea rosea (L.) Rchb.
Lochnera rosea (L.) Rchb. ex Endl.
Lochnera rosea var. alba (G. Don) Hubbard
Lochnera rosea var. flava Tsiang
Pervinca rosea (L.) Gaterau
Pervinca rosea (L.) Moench
Vinca gulielmi-waldemarii Klotzsch
Vinca rosea L.
Vinca rosea var. alba (G. Don) Sweet
Vinca rosea var. albiflora Bertol.
Vinca speciosa Salisb. [Illegitimate]
Other Names
ລາວ: ຕົ້ນກາວບົກ
ໄທ: ແພງພວຍຝຣັ່ງ, ແພງພວຍບົກ, ນົມອິນ, ຜັກປອດບົກ, ພັງພວຍບົກ
ຈີນ: ສາງຊຸນຮວາ (长春花 chang chun hua)
Eng: rose periwinkle, or rosy periwinkle
Botanical Description

ເປັນພຸ່ມ, ແຕກກິ່ງງ່າຫຼາຍ ແລະ ມີລັກສະນະເປັນຟຸ່ມ, ສູງ 40-60 ຊັງຕີແມັດ. ລຳມີສີອິດປົນຂາວ ຫຼື ສີຂາວ. ໃບແມ່ນໃບປະເພດດ່ຽວຈັບພາບກັນເປັນຄູ່, ຢູ່ແຕ່ລະຂໍ້ຂອງລຳມີຮູບສ້ວຍ, ປາຍມົນ, ຜີວໃບກ້ຽງ ແລະ ເຫຼື້ອມ, ເບື້ອງເທີງອອກສີຂຽວຊ້ຳກວ່າເບື້ອງລຸ່ມ, ເນື້ອໃບບາງ, ຍາວ 5-9 ຊັງຕີແມັດ, ກວ້າງ 2,5-4,5 ຊັງຕີແມັດ. ກ່າງບໍ່ສັບສົນ, ກ່າງຂັ້ນສອງແບ່ງອອກແຕ່ກ່າງໃຫຍ່ແລ້ວຂະໜານກັນ. ກ້ານໃບຍາວ 2-3 ຊັງຕີແມັດ ແລະ ອອກສີຂາວ. ດອກແມ່ນດອກປະເພດດ່ຽວ, ອອກເປັນຄູ່ຢູ່ ຫຼື ໃບໃກ້ຍອດ, ມີສີອິດອົມສີບົວ ຫຼື ສີຂາວ, ແມ່ນດອກປະເພດ 5  ແລະ ມີເພດຮ່ວມ, ກົກຂອງກີບດອກຕິດເຂົ້າກັນເປັນທໍ່ກົມຍາວຂະໜາດ 2-3 ຊັງຕີແມັດ, ເວລາຍັງຈູມປາຍຂອງກີບດອກຊ້ອນ ແລະ ບິດເຂົ້າກັນເປັນຮູບທໍ່ຍາວປາຍແຫຼມ, ເວລາບານປາຍດອກຈິ່ງບານອອກ, ກີບດອກມີສີອິດ, ໃຈກາງດອກອອກສີຊ້ຳກວ່າ ຫຼື ກີບດອກອອກສີຂາວລ້ວນ. ເຕົ້າໄຂ່ຈັບລຸ່ມ, ເກສອນມີກ້ານສັ້ນຈັບກັບກີບດອກ. ໝາກເປັນຝັກ, ກົມ, ນ້ອຍ, ເປັນຄູ່. ແກ່ນນ້ອຍ ແລະ ມີຈຳນວນຫຼາຍ. 

Description of Use

ດ້ານຢາພື້ນເມືອງໃຊ້ເປັນຢາລົດຄວາມດັນເລືອດສູງໃນສະພາບທາດແຫຼວ ຫຼື ຕົ້ມກິນ. ໃຊ້ເປັນປົວເບົາຫວານ, ໃຊ້ເປັນຢາລະບາຍ, ໃຊ້ເປັນຢາປົວປະຈຳເດືອນບໍ່ປົກກະຕິ, ໃຊ້ປົວໄຂ້ມາເລເຣຍ, ໃຊ້ປົວອາການເຈັບໜ້າເອີກ ແລະ ເຈັບຄໍ, ຮາກ ແລະ ກ້ານສົດນຳມາຕົ້ມກັບນ້ຳດື່ມເປັນຢາບຳລຸງກຳລັງ, ທັງຕົ້ນມີຣົດຂົມເລັກນ້ອຍເປັນຢາເຢັນມີພິດໃຊ້ເປັນຢາຮັກສາມະເຮັງຕໍ່ຕ້ານມະເຮັງ, ຮັກສາເນື້ອງອກໃນຕ່ອມນ້ຳເຫຼືອງ, ມະເຮັງຂອງເຊວເມັດເລືອດຂາວ ຫຼື ເມັດເລືອດຂາວໃນຕ່ອມນ້ຳເຫຼືອງຫຼາຍເກີນຄວນດ້ວຍການໃຊ້ຄັ້ງລະ 6-15 ກຣາມ ນຳມາຕົ້ມກັບນ້ຳຮັບປະທານ. ດ້ານຢາຫຼວງສຳລັບຖອດຮີດເອົາທາດຢາ Vincaleucoblastine ແລະ leucocristine ເພື່ອໃຊ້ເຂົາເປັນຢາປົວມະເຮັງເລືອດ.

Contribute