ຕົ້ນໝາກເຟືອງ / Star Fruit
APA 6th ed. ຕົ້ນໝາກເຟືອງ / Star Fruit. (2019, April 3). Retrieved from https://www.phakhaolao.la/kb/0000290
MLA 8th ed. ຕົ້ນໝາກເຟືອງ / Star Fruit. Pha Khao Lao, 3 April 2019, https://www.phakhaolao.la/kb/0000290.
Chicago 17th ed. Pha Khao Lao. 2019. "ຕົ້ນໝາກເຟືອງ / Star Fruit." Published April 3, 2019. https://www.phakhaolao.la/kb/0000290.
Sarcotheca philippica (Villar) Hallier f.
ໄທ: ມະເຟືອງ, ເຟືອງ
Chinese: 阳桃 [yang tao]
ລຳໄມ້ຢືນຕົ້ນຂະໜາດກາງ, ສູງເຖີງ 10 ແມັດ, ລຳຕົ້ນແຂງແກ່ນ, ເປືອກບໍ່ກ້ຽງມີຕູດມີຕຸ່ມທົ່ວ, ເປືອກມີສີຊ້ຳ, ສ່ວນລຳ ແລະ ກິ່ງອ່ອນມີຂົນຫຸ້ມ. ໃບແມ່ນໃບປະສົມ, ຍາວ 5–17,5 ຊັງຕີແມັດ, ຈັບແບບສະຫຼັບຢູ່ຕາມກິ່ງ, ກ້ານໃບມີຂົນອ່ອນຫຸ້ມທົ່ວ, ຍາວ 1–2,50 ຊັງຕີແມັດ, ຕີນຂອງກ້ານໃບເປັນເປົ້າ. ແຕ່ລະໃບປະກອບດ້ວຍບິ້ງໃບ (ໃບຍ່ອຍ) 5–8 ຄູ່. ສ່ວນປາຍໃບຈະມີໃບດ່ຽວ, ຂອບໃບລຽບ ແລະ ມີຂົນລຽບຕາມຂອບ. ຜິວໃບເບື້ອງເທີງກ້ຽງ. ສ່ວນເບື້ອງລຸ່ມມີຂົນບາງໆ. ດອກອອກເປັນພວງສັບສົນຂະໜາດນ້ອຍຈັບຢູ່ຕາມຊອກໃບ, ຕາມງ່າ ແລະ ລຳຕົ້ນ, ແມ່ນດອກປະເພດ 5, ກາບດອກອອກດອກສີແດງ, ກີບດອກອອກສີມ່ວງປະສົມສີບົວ, ເຕົ້າໄຂ່ມີ 5 ຫ້ອງ. ໝາກແມ່ນປະເພດໝາກເນື້ອ, ຍາວ 5–14 ຊັງຕີແມັດ, ເປັນຫຼ່ຽມ, ມີ 5 ຫຼ່ຽມ, ແກ່ນເປັນຮູບສ້ວຍແປ, ມີ 4–5 ເມັດຕໍ່ໝາກ.
ຮາກໝາກເຟືອງນຳມາຕົ້ມນ້ຳດື່ມຊ່ວຍບັນເທົາອາການປວດຂໍ້ຕ່າງໆຕາມຮ່າງກາຍ, ບັນເທົາອາການປວດແສບໃນກະເພາະອາຫານ, ບັນເທົາອາການປວດຫົວ, ດັບພິດຮ້ອນໃນຮ່າງກາຍ ແລະ ບັນເທົາອາການຖອກທ້ອງ. ໃບໝາກເຟືອງສົດຊ່ວຍຮັກສາຕຸ້ມອີສຸກອີໄສຕາມຮ່າງກາຍດ້ວຍການນຳໃບສົດມາຕຳແລ້ວນຳມາພອກ, ຊ່ວຍຮັກສາຂີ້ກາກ, ຂີ້ເຮື້ອນ, ຊ່ວຍແກ້ຜື່ນຄັນ, ຮັກສາອາຫານຕຸ່ມຄັນຕາມລຳຕົວໂດຍການນຳໃບມາຕົ້ມນ້ຳອາບ.