ຫວ້ານໄພ / Cassumunar ginger
APA 6th ed. ຫວ້ານໄພ / Cassumunar ginger. (2020, May 29). Retrieved from https://www.phakhaolao.la/kb/0000278
MLA 8th ed. ຫວ້ານໄພ / Cassumunar ginger. Pha Khao Lao, 29 May 2020, https://www.phakhaolao.la/kb/0000278.
Chicago 17th ed. Pha Khao Lao. 2020. "ຫວ້ານໄພ / Cassumunar ginger." Published May 29, 2020. https://www.phakhaolao.la/kb/0000278.
Zingiber cassumunar Roxb.
Zingiber cassumunar var. subglabrum Thwaites
Zingiber pubisquamum Ridl.
Zingiber paucipunctatum D.Fang
Zingiber xantorrhizon Steud.
Amomum xanthorhiza Roxb. ex Steud.
Zingiber anthorrhiza Horan.
Cambodian: ponlei (ពន្លៃ)
ເປັນພືດທີ່ມີຫົວ ຫຼື ເຫງົ້າໃຕ້ດີນ, ສີເຫຼືອງອ່ອນ, ມີກີ່ນຫອມແຮງ. ລຳຕົ້ນສູງປະມານ 2 ແມັດ. ໃບຮູບຂອບຂະໜານ ກວ້າງ 2.6-3 ຊັງຕິແມັດ, ຍາວ 24-30 ຊັງຕິແມັດ, ປາຍແຫຼມ, ໂຄນມົນ ຫຼື ຮູບຫົວໃຈ, ກ້ຽງທັງສອງດ້ານ, ຂອບໃບລຽບ. ກ້ານໃບສັ້ນໆ. ລີ້ນໃບຮູບແຍກເປັນສອງແສກສັ້ນໆ, ມີຂົຍຕາມຂອບ. ຊໍ່ດອກຕັ້ງຊື່ຂື້ນ, ເກີດຈາກລຳຕົ້ນໃຕ້ດິນມີກ້ານຍາວຕັ້ງຂື້ນ, ຊໍ່ດອກຮູບຮ່າງຄ້າຍກະບອກ ຫຼື ຮູບກະສວຍ, ກວ້າງ 3,5-4,5 ຊັງຕິແມັດ, ຍາວປະມານ 10 ຊັງຕິແມັດ. ກ້ານຊໍ່ດອກ ຕັ້ງຊື່ ຍາວ 15-25 ຊັງຕິແມັດ. ດອກສີຂາວນວນ, ກາບດອກຍາວ, ໂຄນເຊື່ອມຕິດກັນເປັນຫຼອດ ຍາວປະມານ 1 ຊັງຕິແມັດ, ປາຍແຍກເປັນ ແສກເລີກດ້ານດຽວ, ຍາວ ປະມານ 1 ຊັງຕິແມັດ. ກີບດອກຖານເຊື່ອມຕິດກັນເປັນຫຼອດຍາວປະມານ 3,6 ຊັງຕິແມັດ, ປາຍແຍກເປັນສາມແສກ, ຮູບຮີກວ້າງ ເຖີງ ຮູບໃບຫອກ, ຍາວປະມານ 2,6 ຊັງຕິແມັດ. ກິບປາກສີຂາວນວນ, ຮູບຫົວໃຈກັບ ຫຼື ຮູບວີ, ກວ້າງ ແລະ ຍາວປະມານ 2,5 ຊັງຕິແມັດ, ປາຍແຍກວ້ຳຕື່ນ, ຂອບວ້ຳຕື່ນ. ກີບຄູ່ຂ້າງທີ່ເກີດຈາກເກສອນຜູ້ເປັນໜັນຮູບໄຂ່, ປາຍມົນ. ເກສອນຜູ້ທີ່ມີຈະງອຍຍາວປະມານ 1,2 ຊັງຕິແມັດ. ເຕົ້າໄຂ່ຍາວປະມານ 4 ມີນລີແມັດ. ໃບປະດັບຮູບໄຂ່ກັບກວ້າງ, ຍາວປະມານ 3 ຊັງຕິແມັດ, ສີຂຽວມ່ວງເຂັ້ມ, ໃບປະດັບຍ່ອຍຮູບຂອບຂະໜານ ຍາວປະມານ 2 ຊັງຕິແມັດ. ໝາກຮູບໄຂ່ເມື່ອຍັງອ່ອນເປັນສີຂຽວອ່ອນອົມຂາວ, ເມື່ອແກ່ຈະເປັນສີແດງ. ເມັດສີດຳມີເຍື້ອຫຸ້ມເປັນສີຂາວນວນ.
ຫວ້ານໄພນີ້ເປັນຢາລະບາຍໄດ້ດີເມື່ອກົດໃນກະເພາະອາຫານ, ຫຼື ເມື່ອເດັກນ້ອຍຖ່າຍບໍ່ອອກ, ຂີ້ຖອກທ້ອງສາມາດຮັກສາໄດ້ໂດຍມີການໃຊ້ນຳເອົາຫົວຫວ້ານໄພໄປບົດໃຫ້ມູນ ຫຼື ຝົນໃສ່ນ້ຳໃຫ້ເດັກນ້ອຍກີນ, ແຕ່ຖ້າຖ່າຍບໍ່ອອກຄວນເຮັດເປັນກ້ອນຄ້າຍຢາລູກກ່ອນແລ້ວຍັດເຂົ້າໄປໃນຮູກົ້ນຂອງເດັກນ້ອຍ ແລ້ວພໍປະມານຄາວໜື່ງເດັກນ້ອຍຖ່າຍອອກມາ ເພາະວ່າຫວ້ານໄພນີ້ຊ່ວຍໃນການກະຕຸ້ນໃຫ້ຂັບຖ່າຍ, ໃນໂຮງນວດ ຫຼື ສ່ວນປະສົມຂອງຢາຮັກສາກ້າມເນື້ອເມື່ອອອກກຳລັງກາຍ ຫຼື ປວດເມື່ອຍກ້າມຊີ້ນ, ເພີ່ນໄດ້ສະກັດເອົານ້ຳມັນຫອມລະເຫີຍເພື່ອເປັນສ່ວນປະສົມໃນຜະລິດຕະພັນຢາຮັກສາການປວດເມື່ອຍກ້າມຊີ້ນ, ບວມຊຳ້, ອັບເສບ ແລະ ຜະລິດຕະພັນນວດແຜນບູຮານ ຫຼື ຮົມຢາ. ນອກນັ້ນຍັງໄດ້ນຳເອົາດອກ ແລະ ຊໍ່ດອກອ່ອນມາແກ້ງ ຫຼື ລວກກັບແຈ່ວທີ່ນີຍົມກັນແຜ່ຫຼາຍ ສັງເກດເຫັນຂາຍໃນຕະຫຼາດຫຼວງພະບາງໃນຊ່ວງເດືອນພືດສະພາ ຫາ ກໍລະກົດ, ຫົວມັນໃຊ້ເຂົ້າໃນແກ້ງເຜັດຊ່ວຍດັບກີ່ນຄາວຈາກຊີ້ນເຮັດໃຫ້ນ້ຳແກ້ງເປັນສີເຫຼືອງ. ຫົວທີ່ແກ່ຈັດນຳເອົາມາຕົ້ມເພື່ອຂັບປະຈຳເດືອນຂອງຜູ້ຍີງແຕ່ມີການນິຍົມໃຊ້ຫຼັງຈາກເກີດລູກໃໝ່. ຈາກການວິໄຈທາງດ້ານການແພດໃຫ້ຂໍ້ມູນວ່າໃນຫົວຂອງຫວ້ານໄພມີສານຊ່ວຍແກ່ພະຍາດຫອບຫືດທີ່ເກີດຂື້ນໃນເດັກນ້ອຍ.
ແກ້ທ້ອງອືດທ້ອງເຟີ ຂັບລົມ: ໃຫ້ເຫງົ້າແຫ້ງມາບົດເປັນຜົງ, ກິນປະມານຄັ້ງລະເຄີ່ງບ່ວງແກ້ງ ຫຼື ໃສ່ກັບນ້ຳຮ້ອນ ປະສົມກັບເກືອເລັກນ້ອຍ ດື່ມກີນຈົນອາການຫາຍເປັນປົກກະຕິ. ຮັກສາອາກາດຟົກຊຳ້ບວມ, ຂໍ້ຫຼຸດ: ໃຊ້ຫົວມາຝົນທາບໍລີເວັນທີ່ມີອາການເຈັບປວດ, ໃຊ້ເຫງົ້າປະມານ 1 ເຫງົ້າ ນຳມາຕໍາ ຫຼື ບົດໃຫ້ມູນຄັ້ນເອົານ້ຳມາທາຖູບໍລີເວນທີ່ມີອາການ, ຫຼື ຕໍາໃຫ້ລະອຽດແລ້ວປະສົມເກືອເລັກນ້ອຍຄົນໃຫ້ເຂົ້າກັນ ແລ້ວນຳມາຫໍ່ເປັນລູກປະຄົບ ຫຼື ນຳໄປນື່ງກ່ອນ ແລ້ວນຳມາປະຄົບບໍລີເວັນທີ່ເຈັບປວດເມື່ອຍ ແລະ ບວມຊ້ຳ, ເຮັດຕອນເຊົ້າ ແລະ ຕອນແລ້ງຈົນກວ່າອາການດີປົກກະຕິ. ເຮັດເປັນນ້ຳມັນໄວ້ໃຊ້ກໍ່ໄດ້ເຊັ່ນດຽວກັນ ໂດຍເອົາຫົວຫວ້ານໄພ ໜັກ 2 ກິໂລ, ມາທອດໃນນ້ຳມັນພືດຮ້ອນໆ 1 ກິໂລ ທອດຈົນເຫຼືອງແລ້ວເອົາອອກໃສ່ຝູ່ນບົດຈາກ ຕົ້ນ Syzygium aromaticum ປະມານ 4 ບ່ວງແກ້ງ ທອດຕໍ່ໄປດ້ວຍໄຟອ່ອນ ປະມານ 10 ນາທີ ແລ້ວລຳຖ້າຈົນນ້ຳມັນອຸ່ນໆ ໃສ່ກາລະບູນລົງໄປ 4 ບ່ວງແກ້ງ ໃສ່ພາຊະນະປິດຝາອັດແໜ້ນແລ້ວລໍຖ້າຈົນເຢັນ ຈື່ງຂະເຍົ່າກາລະບູນໃຫ້ລະລາຍ ນຳ້ມັນຫວ້ານນີ້ໃຊ້ທານວດວັນລະ 2 ຄັ້ນ ຕອນເຊົ້າ ແລະ ຕອນແລງ (ເປັນສູດຢາແຜນບູນຮານ). ແກ້ທ້ອງບິດ ຖອກທ້ອງ: ໃຊ້ເຫງົ້າສົດ 4-5 ແງ່ ຕໍາໃຫ້ລະອຽດ ຄັ້ນເອົານ້ຳຕື່ມເກືອເຄີ່ງບ່ວງແກ້ງ, ໃຊ້ກີນ ຫຼື ຝົນກັບນ້ຳປູນໃສ ກີນ. ເປັນຢາຮັກສາຫືດ: ໃຊ້ເຫງົ້າແຫ້ງ 5 ສ່ວນ, ພິກໄທ, ດີປີ ຢ່າງລະ 2 ສ່ວນ, ກ້ານຕົ້ນຊົມພູ, ພີມມະເສນ ຢ່າງລະ ½ ສ່ວນ ບົດປະສົມເຂົ້າກັນ ໃຊ້ຝູ່ນຢາ 1 ບ່ວງ ຊົງນໍ້າຮ້ອນດື່ມ ຫຼື ປັ້ນເປັນລູກກອນດ້ວຍນ້ຳເຜີ້ງ ຂະໜາດເທົ່າແມັດພູດທາ ຮັບປະທານຄັ້ງລະ 2 ລູກ, ຕ້ອງກີນຕິດຕໍ່ກັນເປັນເລວານານຈົນກວ່າອາການດີຂື້ນ. ເປັນຢາແກ້ເລັບຖອດ: ໃຊ້ເຫງົ້າສົດ 1 ແ່ງ ຂະໜາດເທົ່າກັບຫົວແມ່ມື ຕໍາໃຫ້ລະອຽດປະສົມກັບເກືອ ແລະ ກາລະບູນ ຢ່າງລະປະມານເຄີ່ງບ່ວງຊາ ແລ້ວນຳມາພອກບໍລີເວນທີ່ເປັນໜອງ ຄວນປ່ຽນຢາວັນລະຄັ້ງ. ຊ່ວຍເຮັດໃຫ້ຜີວໜັງຊຸ່ມຊື່ນ ແລະ ເປັນຢາຊ່ວຍສະໝານແຜ່ດ້ວຍ: ໃຊ້ເຫງົ້າສົດ 1 ແງ່ຝານເປັນປ່ຽງບາງໆ ໃຊ້ຕົ້ມລວມກັນກັບສະໝູນໄພອື່ໆເນື່ອງຈາກຫວ້ານໄພມີນ້ຳມັນຫອມລະເຫີຍ.