ໝາກສີດາ / Tropical Guava

Use
Food
Income
Medicine
Ornamental
Scientific Name / Family
Psidium guajava L. / Myrtaceae
Synonyms
Guajava pumila (Vahl) Kuntze
Guajava pyrifera (L.) Kuntze
Myrtus guajava (L.) Kuntze
Myrtus guajava var. pyrifera (L.) Kuntze
Psidium angustifolium Lam.
Psidium aromaticum Blanco
Psidium cujavillus Burm.f.
Psidium cujavus L.
Psidium fragrans Macfad.
Psidium guajava var. cujavillum (Burm.f.) Krug & Urb.
Psidium guajava var. guajava
Psidium guajava var. minor
Psidium guava Griseb.
Psidium igatemyense Barb.Rodr.
Psidium igatemyensis Barb. Rodr.
Psidium intermedium Zipp. ex Blume
Psidium pomiferum L.
Psidium pomiferum var. sapidissimum (Jacq.) DC.
Psidium prostratum O.Berg
Psidium pumilum Vahl
Psidium pumilum var. guadalupense DC.
Psidium pyriferum L.
Psidium pyriferum var. glabrum Benth.
Psidium sapidissimum Jacq.
Psidium vulgare Rich.
Syzygium ellipticum K.Schum. & Lauterb.
Other Names
Eng: Yellow guava, lemon guava
Botanical Description

ເປັນໄມ້ພຸ່ມ ຫຼື ໄມ້ຕົ້ນຂະໜາດນ້ອຍ, ສູງ 5-8 ມ. ເປືອກຕົ້ນລຽບສີນ້ຳຕານອ່ອນ, ກິ່ງອ່ອນເປັນສີຫຼ່ຽມ. ໃບດ່ຽວ, ຈັບກົງກັນຂ້າມ ຫຼື ສະຫຼັບກົງກັນຂ້າມ, ຮູບຮີ ຫຼື ຂອບຂະ ໜານ, ກ້ວາງ 4-6 ຊມ, ຍາວ 7-12 ຊມ, ແຜ່ນໃບດ້ານລຸ່ມມີຂົນສັ້ນອ່ອນໆ, ດ້ານເທີງສາກມື; ດອກ ດ່ຽວ ຫຼື ອອກເປັນຊໍ່ກະຈຸກຈຳນວນ 2-3 ດອກ, ຖານດອກຮູບຖ້ວຍ ຫຼື ຮູບລະຄັງ, ມີຂົນສັ້ນອ່ອນໆ, ວົງກາບດອກ ຄ້າຍຄືໝວກເກືອບກົມ, ຂະໜາດ 7-8 ມມ, ກີບດອກສີຂາວ, ຂະໜາດ 1-1.4 ຊມ. ເກສອນຜູ້ຈຳນວນຫຼາຍ, ຍາວ 6-9 ມມ. ໝາກ ແບບໝາກມີເນື້ອ, ຮູບກົມ ຫຼື ຮູບໄຂ່, ຂະໜາດ 3-8 ຊມ, ກາບດອກທົນທານຕິດເປັນແສກຢູ່ປາຍໝາກ. ແກ່ນມີຈຳນວນຫຼາຍ.

Description of Use

ປິ່ນປົວພະຍາດ: ແກ້ເຈັບທ້ອງ, ຖອກທ້ອງ ແລະ ຍ່ຽວຝືດ. ສ່ວນທີ່ໃຊ້: ຮາກ ແລະ ໃບ. ວິທີການນຳໃຊ້: ໃຊ້ໃບປະມານ 1 ກຳມື ລ້າງນ້ຳໃຫ້ສະອາດຕົ້ມກັບນ້ຳ 1 ລິດ ແລ້ວດື່ມແກ້ເຈັບທ້ອງ ແລະ ຖອກທ້ອງ. ສ່ວນຮາກແມ່ນນຳມາລ້າງນ້ຳໃຫ້ສະອາດແລ້ວຕົ້ມນ້ຳດື່ມເຮັດບໍ່ໃຫ້ຍ່ຽວຝືດ.
ການປູກຂະຫຍາຍພັນ: ໝາກສີດາເປັນພືດປູກ ຂະຫຍາຍພັນດ້ວຍແກ່ນ ແລະ ໂທມຫງ່າ.

ຄຸນຄ່າດ້ານໂພຊະນາການຂອງໝາກສີດາຕໍ່ 100 ກຼາມ:

 

  • kcal 55
  • Water 83.8 (g)
  • Protein 0.9 (g)
  • Fat 0.2 (g)
  • Carb 10.1 (g)
  • Fiber 4.4 (g)
  • ASH 0.6 (mg)
  • Ca 21 (mg)
  • P 19 (mg)
  • Na 19 (mg)
  • K 97 (mg)
  • Fe 0.9 (mg)
  • Cu 0.04 (mg)
  • Zn 0.5 (mg)
  • Retinol 0 (mcg)
  • Carotene 50 (mcg) 
  • Vitamin A 2 (RAE mcg)
  • Vitamin B1 0.06 (mg)
  • Vitamin B2 0.06 (mg)
  • Vitamin B3 1.20 (mg)
  • Vitamin C 141 (mg)
  • MicronutSc 2.00
Contribute