ໃບຫູຊ້າງ / Elephant Ear Leave
APA 6th ed. ໃບຫູຊ້າງ / Elephant Ear Leave. (2020, August 13). Retrieved from https://www.phakhaolao.la/kb/0000275
MLA 8th ed. ໃບຫູຊ້າງ / Elephant Ear Leave. Pha Khao Lao, 13 August 2020, https://www.phakhaolao.la/kb/0000275.
Chicago 17th ed. Pha Khao Lao. 2020. "ໃບຫູຊ້າງ / Elephant Ear Leave." Published August 13, 2020. https://www.phakhaolao.la/kb/0000275.
ເປັນຜັກກູດອີງອາໃສຂະໜາດໃຫຍ່, ລຳຕົ້ນເປັນເຫງົ້າເລືອສັ້ນ, ຂະໜາດ 1 ຊມ, ອວບນ້ຳ. ປົກຄຸມດ້ວຍເກັດ, ເກັດຮູບແຖບກ້ວາງ, ກ້ວາງ 1 ຊມ, ຍາວ 1.5 ຊມ, ປາຍແຫຼມ, ສີນ້ຳຕານ; ໃບບໍ່ສ້າງສະປໍ ເປັນແຜ່ນໃບຂະໜາດໃຫຍ່ຄ້າຍໂລ້ຕັ້ງຂື້ນ, ຍາວ 50-110 ຊມ, ກ້ວາງ 25-55 ຊມ, ປາຍຢັກເລິກປະມານ 20 ຊມ, ຜິວໃບປົກຄຸມດ້ວຍຂົນຮູບດາວ. ໃບສ້າງສະປໍ ຫ້ອຍລົງດ້ານລຸ່ມຍາວໄດ້ເຖີງ 2 ມ, ແຜ່ນໃບແຕກເປັນງ່າມແຄບແບບເພີ່ມທະວີຂື້ນຢ່າງສະໝ່ຳສະເໝີ. ກຸ່ມອັບສະປໍ ເກີດຢູ່ກ້ານໃບທີ່ແຍກເປັນແສກຄ້າຍຄືຮູບບ່ວງຂ້ວມ, ຂະໜາດ 15 ຊມ.
ປິ່ນປົວພະຍາດ: ແກ້ເຈັບຫູ ແລະ ເຈັບປ້າງ, ສ່ວນທີ່ໃຊ້: ໃບ, ວິທີການນຳໃຊ້: ໃຊ້ໃບແຊ່ນ້ຳຮ້ອນແລ້ວເອົານ້ຳມາທາຫູ, ສ່ວນເຈັບປ້າງແມ່ນໃຊ້ໃບຕຳໂພະບໍລິເວນທີ່ເຈັບ.
ການປູກຂະຫຍາຍພັນ: ໃບຫູຊ້າງເປັນຈຳພວກຜັກກູດທີ່ອີງອາໃສຕາມຕົ້ນໄມ້ ຂະຫຍາຍພັນດ້ວຍສະປໍ, ຄົນສ່ວນຫຼາຍນິຍົມເອົາມາປູກເປັນໄມ້ປະດັບ ຈະເອົາມາຕິດໃສ່ຕາມຕົ້ນໄມ້ ຫຼື ຂອນໄມ້.