ຜັກຂະ / Climbing wattle
APA 6th ed. ຜັກຂະ / Climbing wattle. (2022, August 30). Retrieved from https://www.phakhaolao.la/kb/0000258
MLA 8th ed. ຜັກຂະ / Climbing wattle. Pha Khao Lao, 30 August 2022, https://www.phakhaolao.la/kb/0000258.
Chicago 17th ed. Pha Khao Lao. 2022. "ຜັກຂະ / Climbing wattle." Published August 30, 2022. https://www.phakhaolao.la/kb/0000258.
Acacia delavayi auct. non Franch.
Acacia hainanensis Hayata
Acacia pendata (L.) Willd.
Acacia pennata var. canescens Kurz
Acacia pennata var. heyneana Benth.
Acacia pennata subsp. pennata
Albizia tenerrima de Vriese
Mimosa ferruginea Rottler
Mimosa pennata L.
Burmese: Su pout ywet
Khmer: Meiteilon : Khang, Thadou-Kuki, PaiteKhang-khu
Eng: Climbing Acacia, climbing wattle, feather acacia, narrow-leaved
ເມື່ອຍັງນ້ອຍເປັນໄມ້ພຸ່ມ, ຖ້າຫາກບໍ່ມີການຕັດແຕ່ງຈະກາຍເປັນໄມ້ເຄືອເລືອຂື້ນຕາມຕົ້ນໄມ້ອື່ນຍາວເຖີງ 14 ແມັດ, ລຳຕົ້ນ ແລະ ກີ່ງງ່າມີໜາມແຫຼມ, ເປືອກສີເທົາອົມນຳ້ຕານ, ກີ່ງງ່າອ່ອນເປັນສີເທົາອົມສີຂຽວ. ໃບປະສົມແບບຂົນນົກຂັ້ນສອງ, ກ້ານຂັ້ນໜື່ງຍາວປະມານ 20-40 ຊມ, ກ້ານຂັ້ນສອງຍາວ 6-14 ຊມ, ກ້ານໃບສັ້ນ, ແຜ່ນໃບຮູບຂະໜາດ, ຍາວ 7-1,4 ຊມ, ກວ້າງ 2-3 ມມ, ປາຍມົນ, ຂອບໃບລຽບ, ແຜ່ນໃບທັ້ງສອງດ້ານກ້ຽງ. ດອກອອກເປັນຊໍ່ກະຈຸກແໜ້ນມົນກົມ, ກ້ານດອກຍາວປະມານ 2-3 ຊມ, ດອກເປັນສີຂາວ, ເກສອນເພດຜູ້ຈຳນວນຫຼາຍ. ໝາກເປັນຝັກຍາວປະມານ 10 ຊມ.
ຜັກເນົ່າຈະມີກີ່ນແຮງ ແຕ່ກໍ່ມີຫຼາຍຄົນມັກເພາະວ່າເວລາຕົ້ມໃສ່ກັບແກ້ງໜໍ່ໄມ້ແລ້ວເຮັດໃຫ້ມີລົດຊາບ, ຜັກເນົ່າໄດ້ເປັນສ່ວນປະກອບຂອງອາຫານຫຼາຍປະເພດເຊັ່ນ: ຕົ້ມໃສ່ກັບອ່ຽນຈະມີລົດຊາດແຊບຫຼາຍ, ເປັນສ່ວນປະກອບຂອງຊຸບຜັກປົນກັບຜັກຕ່າງໆ. ນອກນັ້ນບາງຄົນຍັງມັກເອົາແຕ່ໃບຂອງມັນລ້ວນໆປະສົມໃສ່ກັບໄຂ້ກໍ່ເປັນອີກເມນູໜື່ງທີ່ເປັນທີ່ນິຍົມຫຼາຍ. ນອກຈາກນີ້ຍັງສາມາດປະກອບອາຫານໄດ້ຫຼາກຫາຍ. ມັນຈະປົ່ງຍອດດີຖ້າມີການລົດນ້ຳຕະຫຼອດ ແຕ່ຖ້າໜ້າຝົນບໍ່ຈຳເປັນຕ້ອງຫົດນ້ຳກະໄດ້.
ຜັກເນົ່ານອກຈາກຈະເປັນອາຫານແລ້ວຍັງເປັນຢາທີ່ມີສັບພະຄູນຫຼາຍຢ່າງເຊັ່ນ: ຊ່ວຍລົດຄວາມຮ້ອນໃນຮ່າງກາຍ, ສາມາດລົດອາການຈຸສຽດທ້ອງແໜ້ນເຟີ, ຊ່ວຍລະບາຍກ໊າສໃນກະເພາະອາຫານ ແຕ່ສຳລັບແມ່ຍີງທີ່ໃຫ້ນົມລູກບໍ່ຄວນກີນຫລາຍເພາະມັນເຮັດໃຫ້ນ້ຳນົມແຫ້ງ.
ການປູກຂະຫຍາຍພັນ: ຜັກເນົ່າສາມາດ ຕັດລຳຕົ້ນມາຕັດຊໍ້າໄດ້, ຕັດເປັນທ້ອນຍາວປະມານ 30 ຊມ, ຖົມດີນປະມານ 20 ຊມ, ໃຫ້ເຫຼືອໄວ້ປະມານ 10 ຊມ, ຫົດນ້ຳເປັນປະຈຳແລ້ວຍອດອ່ອນຈະເລີ້ມແຕກອອກມາ. ຖ້າເປັນລະດູຝົນອາດຈະປູກງ່າຍເພາະບໍ່ໄດ້ຫົດນ້ຳຫຼາຍປານໃດ.