ຜັກກ້ານທູນ / Giant Elephant Ear

Use
Food
Income
Medicine
Scientific Name / Family
Colocasia gigantea (Blume) Hook.f. / Araceae
Synonyms
Arisaema fouyou H.Lév.
Caladium giganteum Blume
Colocasia prunipes K.Koch & C.D.Bouché
Leucocasia gigantea (Blume) Schott
Other Names
Eng: Indian taro
Vietnamese: dọc mùng
Botanical Description

ເປັນພືດລົ້ມລຸກຫລາຍປີ, ມີຂະໜາດໃຫຍ່ ທັງຕົ້ນ ແລະ ໃບ ສູງປະມານ 3 ມ, ລຳຕົ້ນເທິງໜ້າດິນອວບ. ໃບດ່ຽວຂະໜາດໃຫຍ່, ກ້ານໃບສີຂຽວຈາງ, ມີຝຸ່ນອອກສີຟ້າແກມຂຽວຢ່າງໂດດເດັ່ນ, ກ້ານຍາວເຖິງ 2.5 ມ, ແຜ່ນໃບຮູບຫົວໃຈ, ກ້ວາງ 17-150 ຊມ, ຍາວ 25-250 ຊມ, ເປັນແຜ່ນບາງຄືເຈ້ຍ, ຖານໃບຮູບຫົວໃຈ, ກ້ານໃບຈັບຢູ່ກາງໃບ, ຂອບໃບເປັນຄື້ນ, ປາຍຮຽວແຫຼມ; ດອກ ອອກເປັນຊໍ່ຕາມແນວແກນກາງຂອງໃບ, ກ້ານຊໍ່ດອກເປັນທໍ່ກົມ, ຍາວ 30-80 ຊມ, ໃບຊ້ອນຊໍ່ດອກສີຂາວແກມສີຂຽວຂະໜາດ 12-24 ຊມ, ດອກແຍກເພດຢູ່ໃນຊໍ່ດຽວກັນ, ເຂດດອກເພດແມ່ສີຂາວ ຫຼື ສີຄີມຢູ່ທາງດ້ານລຸ່ມ, ມີເຂດທີ່ເປັນໝັນ 3-4 ຊມ, ເຂດດອກເພດຜູ້ ຍາວ 5-14 ຊມ. ໝາກແບບມີເນື້ອ, ຮູບເກືອບກົມ ເມື່ອໝາກແກ່ຈະເປັນສີແດງ ມີແກ່ນຈຳນວນຫຼາຍ.

Description of Use

ກ້ານທູນແມ່ນສ່ວນກ້ານຂອງໃບທູນທີ່ເຫັນວ່າຂາຍຕາມທ້ອງຕະຫຼາດ ເພີ່ນຈະຕັດເອົາແຕ່ກ້ານ ສ່ວນໃບແມ່ນເອົາເປັນເຮັດຫໍ່ມົກ ແລະ ອື່ນໆ, ເພີ່ນຈະລອກເອົາເປືອກສີຂຽວອອກເອົາແຕ່ອັນສີຂາວມາກີນເປັນຜັກກັບແຈ່ວເຊັ່ນ ແຈ່ວປາ, ແຈ່ວໜໍ່ໄມ້ສົ້ມ ແລະ ກັບໝ່ຽງຕ່າງໆ ສ່ວນຫຼາຍມັກຈະເຫັນຫຼາຍໃນລະດູຝົນເພື່ອວ່າລະດູຝົນມັນຈະເລີນເຕີບໂຕໄດ້ດີເພາະວ່າມັນມັກນ້ຳ.

ປິ່ນປົວພະຍາດ: ຊ່ວຍດູດນ້ຳໜອງຢູ່ໃນຝີ ສ່ວນທີ່ໃຊ້: ກ້ານໃບ ວິທີການນຳໃຊ້: ນຳເອົາກ້ານອ່ອນມາຕຳໃຫ້ມຸ່ນແລ້ວເອົານ້ຳມັນພືດໃສ່ໃຫ້ພໍມື່ນໆ ຫຼັງຈາກນັ້ນເອົາມາຫໍ່ໃສ່ຕອງແລ້ວນຳໄປໝົກໄຟໃຫ້ຮ້ອນ ແລ້ວນຳມາໂພະໃສ່ບໍລິເວນທີ່ເປັນຝີ ເພາະຈະຊ່ວຍດູດນ້ຳໜອງອອກໄດ້.

ການປູກຂະຫຍາຍພັນ: ທູນເປັນພືດທີ່ປູກງ່າຍເປັນພືດທີ່ມັກດິນຜຸ່ຍມີເສດຊາກພືດທັບຖົມ ແລະ ມັກຢູ່ບ່ອນຊຸ່ມ, ຂະຫຍາຍພັນໄດ້ສອງວິທີຄື: ກ້າແກ່ນ ແລະ ແຍກເຫງົ້າ.

Contribute