ກັນຊົງ / Hemp

Use
Fibre
Income
Ornamental
Scientific Name / Family
Cannabis sativa L. / Cannabaceae
Synonyms
Cannabis americana Pharm. ex Wehmer
Cannabis chinensis Delile
Cannabis erratica Siev.
Cannabis foetens Gilib.
Cannabis generalis E.H.L.Krause
Cannabis gigantea Crevost
Cannabis indica Lam.
Cannabis indica f. afghanica (Vavilov) Vavilov
Cannabis indica var. kafiristanica Vavilov
Cannabis intersita Soják
Cannabis kafiristanica (Vavilov) Chrtek
Cannabis lupulus Scop.
Cannabis macrosperma Stokes
Cannabis ruderalis Janisch.
Cannabis sativa f. afghanica Vavilov
Cannabis sativa f. chinensis (Delile) A.DC.
Cannabis sativa var. gigantea (Delile ex Vilm.) Alef.
Cannabis sativa var. indica (Lam.) Wehmer
Cannabis sativa subsp. indica (Lam.) E.Small & Cronquist
Cannabis sativa var. indica (Lam.) E. Small & Cronquist
Cannabis sativa subsp. intersita (Soják) Soják
Cannabis sativa var. kafiristanica (Vavilov) E.Small & Cronquist
Cannabis sativa var. kif A.DC.
Cannabis sativa var. macrosperma (Stokes) Asch. & Graebn.
Cannabis sativa var. monoica Hol.
Cannabis sativa f. pedemontana A.DC.
Cannabis sativa var. praecox Serebr.
Cannabis sativa var. ruderalis Janisch.
Cannabis sativa var. ruderalis (Janisch.) S.Z.Liou
Cannabis sativa var. sativa
Cannabis sativa var. spontanea Vavilov
Cannabis sativa var. vulgaris Alef.
Other Names
Botanical Description

ເປັນພືດລົ້ມລຸກທີ່ມີອາຍຸພຽງປີດຽວ, ລຳຕົ້ນເປັນສີຂຽວຕັ້ງຊື່ມີຄວາມສູງປະມານ 1-4 ແມັດ, ມີລັກສະນະອວບນ້ຳເມື່ອເປັນຕົ້ນກ້າ ແລະ ຈະເລີ່ມມີການສ້າງເນື້ອໄມ້. ໃບກັນຊົງເປັນໃບດ່ຽວ, ລັກສະນະຂອງໃບເປັນຮູບຝ່າມື, ແຜ່ນໃບແກ່ແຍກເປັນແສກປະມານ 7-9 ແສກດ ການລຽງຕົວຂອງໃບຄ່ອນຂ້າງຫ່າງ ຂອບໃບຈັກເປັນຟັນແຂ້ວເລື້ອຍ ແລະ ວຳ້ເລີກຈົນເຖີງຖານໃບ, ປາຍໃບຮຽວແຫຼມ, ກ້ານໃບຍາວປະມານ 2-7 ຊມ, ເມື່ອມີການດອກຈຳນວນແສກຂອງໃບຈະລົດລົງຕາມລຳຕົ້ນ. ດອກກັນຊົງ ອອກດອກເປັນຊໍ່ຕາມຊອກໃບ ແລະ ປາຍຍອດ ດອກມີຂະໜາດນ້ອຍສີຂາວ, ມີຂະໜາດເສັ້ນຜ່ານສູນກາງປະມານ 2-4 ມມ, ດອກເປັນແບບກແຍກເພດ ແລະ ຢູ່ຕ່າງຕົ້ນກັນ (ບາງເທື່ອຢູ່ຕົ້ນດຽວກັນ ແຕ່ທີ່ພົບປູກໃນບ້ານເຮົາຄືຊະນິດທີ່ຢູ່ຕ່າງຕົ້ນກັນ) ໂດຍຊໍ່ດອກເພດຜູ້ຈະເປັນແບບແຕກຂະແໜງ ປະກອບໄປດ້ວຍກາບດອກ 5 ອັນ ແຍກຈາກກັນເປັນອິດສະຫຼະ ມີສີຂຽວອົມເຫຼືອງ ມີເກສອນເພດຜູ້ 5 ອັນ ມີໄລຍະເວລາການບານປະມານ 2 ເດືອນ, ສ່ວນດອກເພດແມ່ຈະເກີດຕາມຊອກໃບ ແລະ ປາຍຍອດ ໃບບໍລີເວນຊໍ່ດອກຈະອັດກັນແໜ່ນ, ຊໍ່ດອກເປັນແບບຊໍ່ກະຈະ ປະກອບໄປດ້ວຍກາບດອກທີ່ມີສີຂຽວເຂັ້ມຫຸ້ມ, ເຕົ່າໄຂ່ໄວ້ພາຍໃນ, ຮວງຮອງຮັບເກສອນມີ 2 ອັນ ສີນ້ຳຕານແດງ ອາຍຸຂອງດອກຄ່ອນຂ້າງສັ້ນ 3-5 ອາທິດ ກໍ່ຈະເລີ່ມເປັນໝາກ.  ໝາກກົມ ສີດຳເມື່ອແກ່ແລ້ວ, ເປັນເມັດແຫ້ງສີເທົາ ລັກສະນະເປັນຮູບໄຂ່ ຜີວລຽບ ເປັນມັນ ແລະ ມີລາຍປະສີນ້ຳຕານ ເມື່ອແຫ້ງຈະເປັນສີເທົາ ມີຂະໜາດກວ້າງສະເລ່ຍປະມານ 4.5 ມມ ຍາວປະມານ 5.5 ມມ ແລະ ມີຄວາມໜາສະເລີ່ຍປະມານ 3,7 ມມ ພາຍເມັດມີອາຫານສະສົມຈຳພວກແປ້ງ ແລະ ໄຂມັນອັດກັນແໜ້ນ ໂດຍມີນ້ຳມັນເຖີງ 29-34%, ມີ ໄຂມັນຊະນິດບໍ່ອີ່ມຕົວສູງ ປະກອບໄດ້ວຍ ລີນໂນເລອິກ ອາຊິດ 54-60%, ລີນໂນເລນິກ ອາຊິດ 15-20%, ໂອເລອິກ ອາຊິດ 11-13%. 

Description of Use

ເສັ້ນໃຍກັນຊົງເປັນເສັ້ນໃຍທີ່ມີຄູນນະພາບສູງ ມີຄວາມຍືດຍູ່ນ ແຂງແຮງ ແລະ ທົນທານສູງ ສາມາດໃຊ້ເປັນວັດຖູດິບໃນການທຳຜະລິດທະພັນຈາກເສັ້ນໃບໄດ້ ຕັ້ງແຕ່ເຊືອກຈົນເຖີງເສັ້ນໃຍທີ່ລະອຽດ ສ່ວນເສັ້ນໄຍຄູນນະພາບຕໍ່າ ຫຼື ກາກເສັ້ນໃຍນັ້ນ ສາມາດໃຊ້ໃນການເຮັດຜະລິດຕະພັນອື່ນໆໄດ້ ຕາມຄວາມຕ້ອງການຂອງຕະຫຼາດທີ່ມີຢູ່ 2 ປະການຄື ໃຊ້ເປັນວັດຖຸດິບໃນການຜະລິດຜ້າ ແລະ ເຈ້ຍວິເຄາະແນວໂນ້ມທີ່ຈະເປັນປະໂຫຍດດ້ານອື່ນແກ່ໝູ່ບ້ານມົ້ງ ແລະ ໃນອານາຄົດ. ພືດເສັ້ນໃຍ ແລະ ເຍື່ອເຈ້ຍຈະເປັນອີກວັດຖຸດິບໜື່ງທີ່ມີການໃຊ້ເພີ່ມຂື້ນຢ່າງຫຼວງຫຼາຍ ແລະ ຈະເປັນພືດອີກຊະນິດໜຶ່ງທີ່ຈະຂາດແຄນ ແລະ ສາມາດທຳລາຍໄດ້ງ່າຍ ເພາະເປັນເສັ້ນໃຍພືດອາຍຸສັ້ນປູກໄດ້ຫຼາຍຄັ້ງຕໍ່ປີໃຊ້ທຶນນ້ອຍ ແລະ ສາມາດດູແລຮັກສາໄດ້. ບໍ່ມີຄວາມເປັນພືດຕໍ່ສີ່ງແວດລ້ອມ. ການເກັບກູ້ເສັ້ນໃຍຈະເກັບກ່ຽວເມື່ອອາຍຸປະມານ 2.5 ເດືອນ ຫຼື ປະມານ 75 ວັນ ຄວາມສູງຂອງລຳຕົ້ນປະມານ 2 ມ, ໃນຊ່ວງນີ້ເສັ້ນໃຍຈະມີຄວາມໜຽວ, ເບົາ. ຖ້າເກັບກ່ຽວຫຼັງຈາກນັ້ນຈະເລີ່ມອອກດອກ ຖ້າອອກດອກແລ້ວຈະໄດ້ເສັ້ນໃຍຄູນນພາບບໍ່ດີເທົ່າກ່ອນອອກດອກ. ການເກັບກູ້ໂດຍຕັດເອົາລຳຕົ້ນຈາກພື້ນທີ່ປູກສູງຈາກດິນປະມານ 5-6 ຊມ, ຮິດເອົາໃບອອກໃຫ້ໝົດ ແລະ ຕັດຍອດຖີ້ມ, ໃຫ້ເຫຼືອພຽງລຳຕົ້ນ ຈາກນັ້ນນຳມາຄັດຂະໜາດ ແລະ ຈັດເປັນກອງໆ ແລ້ວຈື່ງນຳມາຕາກແດດປະມານ 1 ອາທີດ ເພື່ອໃຫ້ຕົ້ນແຫ້ງ ຫຼັງຈາກນັ້ນນຳມາພັກໄວ້ໃນທີ່ຮົ່ມອີກປະມານ 3-4 ວັນ ຈື່ງຈະສາມາດນຳມາລອກໄດ້ ແຕ່ຫາກຍັງບໍ່ໄດ້ລອກກໍ່ຄວນເກັບໄວໃນທີ່ຮົ່ມ ແລະ ມີອາກາດຖ່າຍເທ ຫາກໃນກໍລະນີໄວ້ດົນ ແລະ ມີຮາຂື້ນພຽງແຕ່ນຳໄປລ້າງນຳ້ໃຫ້ສະອາດກໍ່ສາມາດລອກໄດ້ຕາມປົກກະຕິ.

ກວ່າຈະນຳເສັ້ນໃຍມາເປັນເສັ້ນໃຍໄດ້ນັ້ນຕ້ອງຜ່ານຂະບວນການຫຼາຍຂັ້ນຕອນ ຕັ້ງແຕ່ຕັດຕົ້ນມາຕາກໃຫ້ແຫ້ງ ແລ້ວນຳເອົາລຳຕົ້ນມາລອກເອົາເປືອກຈາກຕົ້ນຊ່ວງທີ່ມີອາກາດຊື່ນ ເຊັ່ນໜ້າຝົນຈະເຮັດໃຫ້ການລອກເປືອກມີຄູນນະພາບດີບໍ່ຂາດ ຈາກນັ້ນນຳມາຕໍ່ໃຫ້ຍາວແລ້ວປັ່ນ ແລະ ມ້ວນໃຫ້ເປັນເສັ້ນກ່ອນນຳໄປຕົ້ມໃນນ້ຳຮ້ອນທີ່ປະສົມກັບຂີ້ເຖົ່າ ເພື່ອໃຫ້ເກີດການນຸ່ມ ແລະ ໜຽວ ແລ້ວນຳໄປຊັກໃນນ້ຳສະອາດ ຈະໄດ້ເສັ້ນດ້າຍຈາກໃຍກັນຊົງທີ່ມີຄວາມໜຽວທົນທານ ນຳໄປທໍເປັນຜ້າຜືນຍາວ ຕໍ່າແລ້ວກໍ່ເອົາໄປຍ້ອມສີຈາກວັດຖຸດິບທຳມະຊາດ ເຊັ່ນ ຕົ້ນໄມ້ ເປືອກໄມ້ ແລ້ວນຳຜ້າທີ່ໄດ້ໄປຕັດຫຍິບເປັນຊຸດຂອງເຜົ່າມົ້ງ, ຕາມທີ່ຕ້ອງການຖ້າຢາກໄດ້ລວດລາຍກໍ່ເອົາມາປັກໃຫ້ເປັນລວດລາຍຕາມຄວາມມັກ ຈະເຫັນວ່າກວ່າຈະໄດ້ຜືນໜື່ງຕ້ອງໃຊ້ເວລານາມ ແລະ ຄວາມພິຖີພີຖັນ ຜ້າຈາກໃຍກັນຊົງມີລາຄາຄ່ອນຂ້າງແພງ ໂດຍຊາວກະສິກອນໃນທ້ອງຖິ່ນຈະຂາຍກັນທີ່ແມັດລະ 1000000-1500000 ກິບ. ເສັ້ນໃຍນັ້ນມີຄູນນະພາບສູງ ມີຄຸນສົມບັດທີ່ແຂງແຮງກວ່າຝ້າຍ ດູດຊັບຄວາມຊຸ່ມໄດ້ດີກວ່າ ໄນລອນ ແລະ ອົບອຸ່ນຍີ່ງກວ່າລີນີນ ຈື່ງມີຄວາມເໜາະສົມທີ່ຈະນຳມາໃຊ້ເປັນເຄື່ອງນຸ່ງຫົ່ມໄດ້ເປັນຢ່າງດີ ເມື່ອສວມໃສ່ໃນອາກາດຮ້ອນ ຈະໃຫ້ຄວາມເຢັນສະບາຍ ແລະ ໃຫ້ຄວາມອົບອຸ່ນໃນອາກາດໜາວ ສາມາດດູດຄວາມຮ້ອນ ດູດກີ່ນ ແລະ ສານພິດຈາກຮ່າງກາຍທີ່ຂັບຖ່າຍອອກມາໃນຮູບຂອງເຫື່ອໄດ້ ໃຊ້ໄດ້ທົນທານຍີ່ງຊັກຍິ່ງນຸ່ມ ເບົາບາງ ສວມໃສ່ສະບາຍ ບໍ່ລະຄາຍຜິວໜັງ ບໍ່ມີກີ່ນອັບຊື້ນ ແລະ ບໍ່ມີເຊື້ອລາແມ້ຢູ່ໃນທີ່ອັນຊື້ນຢ່າງທີ່ລາບສູງ ປະຈຸບັນຜ້າຈາກໃຍກັນຊົງເລີ່ມເປັນທີ່ຕ້ອງການຂອງຕະຫຼາດ ມີຄົນຖາມຊື້ຫຼາຍຂື້ນເລື້ອຍໆ ເຮັດໃຫ້ຊາວມົ້ງ ມີການປູກ ແລະ ຜະລິດຜ້າຈາກໄຍກັນຊົງຫຼາຍຂື້ນ ເພື່ອນຳມາໃຊ້ເອງ ແລະ ຈຳໜ່າຍເປັນລາຍໄດ້ເສີມ. 
 

Contribute