ໄມ້ສັກ / Teak Tree

Use
Income
Medicine
Ornamental
Shelter
Scientific Name / Family
Tectona grandis L.f. / Lamiaceae
Synonyms
Jatus grandis (L.f.) Kuntze
Tectona grandis f. abludens Koord. & Valeton
Tectona grandis f. canescens Moldenke
Tectona grandis f. pilosula Moldenke
Tectona grandis f. punctata Moldenke
Tectona grandis f. tomentella Moldenke
Tectona theca Lour.
Theka grandis (L.f.) Lam.
Other Names
Vietnamese: c[aa]y t[ees]ch; gi[as]t[ij]
Thai: Mai Sak
Indian: sagwan; thekku
Botanical Description

ເປັນໄມ້ຢືນຕົ້ນສູງ 40 ມ. ກີ່ງງ່າສີເທົາ ຫຼື ສີນ້ຳຕານ, ມີ 4 ຫຼ່ຽມ, ສີເຫຼືອງອ່ອນ ຫຼື ສີເທົາປົນສີນ້ຳຕານ, ມີຂົນອ່ອນນຸ້ມ. ກ້ານໃບໜາ, 2-4 ຊມ; ແຜ່ນໃບຮູບໄຂ່-ຮູບຮີ, ຂະໜາດ 15-45(-70) x 8-23(-37) ຊມ, ເນື້ອໃບບາງ, ດ້ານເທີງມີຝຸ່ນສີເທົາປົນສີນ້ຳຕານ ຫຼື ສີເຫຼືອງປົນສີນ້ຳຕານ, ຂົນໜາແໜ້ນ, ດ້ານລຸ່ມມີເຍື້ອຝຸ່ນ ແລະ ຂົນສັ້ນໆຕາມເສັ້ນໃບ, ໂຄນໃບຮູບຫຼີ້ມ, ຂອບໃບລຽບ, ປາຍໃບແຫຼມ ຫຼື ຮູບຕັດ, ເສັ້ນໃບ 7-12 ຄູ່. ຊໍ່ດອກແຕກແໜງ, ຍາວ 40 ຊມ. ດອກມີກີ່ນຫອມ, ກາບດອກເປັນຫຼອດ ຍາວ 3 ມມ, ມີຂົນສີຂາວ. ກີບດອກສີຂາວ, ເປັນຫຼອດຍາວ 3 ມມ, ດ້ານນອກມີຂົນຕ່ອມ, ແສກ 2 ມມ, ປາຍຮູບຕັດ. ເຕົ້າໄຂ່ຕ່ອມ. ກ້ານຊູ້ 3-4 ມມ. ໝາກ ກົມ, ເສັ້ນຜ່າສູນກາງ 1.9 ຊມ. ມີຂົນສັ້ນໆ.

Description of Use

ອາຫານ: ໃບນຳມາໃຊ້ຕົ້ມກັບໝາກມີ້ເພື່ອໃຫ້ໄດ້ສີສົດໃສ, ເມື່ອແກ້ງໝາກມີ້ຈະເປັນສີແດງ. ນອກຍັງສາມາດຕົ້ມກັບໄຂ່ໃຫ້ເປັນສີແດງອິກດ້ວຍ.
ຢາ: ຝຸ່ນຜົງໄດ້ຈາກເນື້ອໄມ້ສາມາດຊົງກັບນ້ຳຮ້ອນຄາຍຊາເພື່ອບຳລຸງລະບົບຍ່ອຍອາຫານ, ບັນເທົາອາການປວດເມື່ອຍ, ປວດແຂ້ວ, ຫຼຸດການອັບເສບ ຫຼື ຜືນຄັນຕາມຜິວໜັງ. ຖ່ານຈາກໄມ້ສັກເອົາມາແຊ່ນ້ຳເພື່ອລ້າງອາການຕາບວມ. ໄມ້ໃຊ້ເປັນຢາບຳລຸງກຳລັງ, ນ້ຳສະກັດຈາກຮາກໃຊ້ເປັນຢາຮັກສາຂີ້ກາກ, ຂີ້ກ່ຽນ. ດອກເປັນຢາຂັບປັດສະວະ. ນ້ຳມັນສະກັດຈາກມັດຊ່ວຍການຈະເລີນເຕີບໂຕຂອງເສັ້ນຜົມ. ໃບໃຊ້ໃນການຮັກສາໄຂ້ມາເລເຣຍ, ພະຍາດເລືອດຈາງ, ເຈັບຄໍ. ນ້ຳມັນສະກັດຈາກຍອດອ່ອນນຳມາໃຊ້ເປັນຢາຮັກສາພະຍາດຫອບຫືດຂອງເດັກນ້ອຍ.

ໃຊ້ປະໂຫຍດອື່ນໆ: ໄມ້ສັກມີເນື້ອໄມ້ສວຍງາມສາມາດເຮັດເປັນເຄື່ອງໃຊ້ຕາມຕ່າງທີ່ມີຄວາມນິຍົມສູງ, ໂດຍສະເພາະແມ່ນເຄື່ອງເຟີນິເຈີ, ເສົາເຮືອນ, ເຄື່ອງດົນຕິຕ່າງໆ. ປະຈຸບັນໃນລາວເຮົາກໍ່ມີການປູກເປັນຈຳນວນຫຼວງຫາຍໂດຍສະເພາະແຂວງຫຼວງພະບາງ.

Contribute