ຕົ້ນໝາກມື / Nepali hog plum

Use
Food
Medicine
Shelter
Scientific Name / Family
Choerospondias axillaris (Roxb.) B.L.Burtt & A.W.Hill / Anacardiaceae
Synonyms
Choerospondias axillaris var. axillaris
Poupartia axillaris (Roxb.) King & Prain
Poupartia fordii Hemsl.
Rhus bodinieri H. Lév.
Spondias axillaris Roxb.
Spondias axillaris var. pubinervis Rehder & E.H.Wilson
Other Names
Botanical Description

ເປັນໄມ້ຢືນຕົ້ນຜັດປ່ຽນໃບ, ສູງເຖິງ 30 ແມດ. ລຳຕົ້ນຊື່, ເປືອກມີສີ ຂີ່ເຖົ່າແກ່ ຫຼື ສີນ້ຳຕານແກມສີແດງ, ມີຣອຍແຕກ. ກິ່ງງ່າກົມມົນ, ກ້ຽງບໍ່ມີຂົນ.ທາດແຫຼວລະບາຍອອກ ມີສີດຳ. ໃບປະກອບ, ຈັບສະລັບ ແລະ ຈັບກ້ຽວວຽນ, ໃບກ້ຽງບໍ່ມີຂົນ, ແມ່ນໃບປະສົມ ແບບຂົນນົກ ປາຍຄີກ, ບິ້ງໃບຈັບພາບ, ເປັນຮູບໄຂ່ແຄບ ຫຼື ຮູບຫອກ, ແຄມໃບ ເປັນແຂ້ວເລ່ືອຍ ຫຼື ບໍ່, ຂຸມແມງມີຂົນ. ກ່າງກາງຮາບພຽງ ຢູ່ດ້ານເທິງ ຂອງໃບ, ກ່າງຂັ້ນສອງສະຫຼຽງໃຫ້ກ່າງກາງ, ຂະໜານກັນຫ່າງໆ, ກ່າງຂັ້ນສາມ ຈັດເປັນຕາໜ່າງ. ບໍ່ມີຫູໃບ. ດອກ ຈຳນວນຫຼາຍ ຈັດລຽງຕາມຊໍ່ດອກ ອອກ ທີ່ປາຍສຸດ ຫຼື ອອກຕາມງ່າມໃບເທິງ, ດອກມີເພດດຽວ (ໃນຕົ້ນດຽວກັນ), ດອກມີສອງເພດ, ກ້ານດອກຍ່ອຍຍາວເຖິງ 3 ມມ. ໝາກມີເສັ້ນຜ່າກາງເຖິງ 3 ຊມ, ຢູ່ປາຍສຸດວ້ຳເຂົ້າ ຢູ່ 5 ບ່ອນ, ພ້ອມມີແກ່ນແຂງ 1 ແກ່ນຊ່ຶງມີຮູ 5 ຮູຢູ່ດ້ານເທິງ. ແກ່ນມີປະມານ 5 ແກ່ນ.

Description of Use

ເປືອກໝາກນຳໃຊ້ເປັນຢາເພື່ອບຳລຸງການໄຫຼວຽນຂອງເລືອດ. ເປືອກລຳຕົ້ນໃຊ້ເປັນຢາເພື່ອຮັກສາໄຟໄໝ້ນ້ຳຮ້ອນລວກ, ເປືອກທີເປັນເສັ້ນໃຍສາມາດນຳໃຊ້ເປັນເຊືອກ, ເນື້ອໄມ້ສີຂາວມັກເຮັດເປັນເຄື່ອງໃຊ້, ເປັນຫິບຊາ, ເຟີນິເຈີທົ່ວໄປ. ໄມ້ຍັງໃຊ້ເປັນໄມ້ຟືນໄດ້ດີ. ເປືອກເມັດຖືກນຳໃຊ້ເປັນເຊື້ອໄຟ ແລະ ເຜົາດິນຈີ່.

Contribute