ໄມ້ແດງ / Burma Ironwood

Use
Food
Income
Medicine
Shelter
Scientific Name / Family
Xylia xylocarpa var. kerrii (Craib & Hutch.) I.C.Nielsen / Fabaceae
Synonyms
Xylia kerrii Craib & Hutch.
Other Names
Cambodian: Cam xe, Sokram
Hindi: Jambu
Malayalam: Irul, Irumullu
Sanskrit: Simsapa
Botanical Description

ໄມ້ແດງເປັນໄມ້ຢືນຕົ້ນຂະໜາດໃຫຍ່ ຊື່ງມີຄວາມສູູງປະມານ 40 ມ ແລະ ມີໜ້າຕ້າງເຖີງ 60 ຊມ. ແຕກກີ່ງງ່າ, ຫ້ອຍລົງ, ບໍ່ມີໜາມ. ເປືອກສີຄຣີມ ຫຼື ສີແດງ, ມີຕ່ອມເປັນຮອຍ, ດ້ານໃນສີບົວ. ກີ່ງງ່າມີນວນເປັນຝຸ່ນ ຫຼື ກ້ຽງ. ຫຸໃບເປັນເສັ້ນຍາວ 3-4 ມມ. ກ້ານໃບຍາວ 3-8 ຊມ, ມີຂົນອ່ອນໆ. ໃບປະສົມແບບຂົນນົກຂັ້ນ, ມີໃບຍ່ອຍ 3-7 ຄູ່, ແຜ່ນໃບຮູບໄຊ່ ຫຼື ຮູບຮີ, ຂະໜາດ 3-15 x 2-6 ຊມ, ດ້ານເທີງກ້ຽງ, ດ້ານລຸ່ມມີຂົນ. ດອກເກີດເປັນຊໍ່ແບບກະຈຸມົນກົມ, ກ້ານຊໍ່ຍາວ 2-9 ຊມ, ດອກສີຂາວປົນສີເຫຼືອງອ່ອນ. ໝາກຮູບມິດ, ຂະໜາດ 10-17 x 3-6 ຊມ, ໜາ ແລະ ເນື້ອແຂງ, ສ້ວຍປາຍ ແລະ ໂຄນ. ແກ່ນຮູບຮີ, ສີນ້ຳຕານ.

Description of Use

ໄມ້ແດງມີເນື້ອໄມ້ທີ່ເປັນສີນ້ຳຕານແດງຊໍ້າ, ມີຄວາມໝັ້ນໜຽວ ແລະ ມີຄວາມທົນທານຕໍ່ກັບການທຳລາຍຂອງປວກໄມ້. ເນື້ອໄມ້ໄດ້ຖືກນຳໃຊ້ເຂົ້າໃນວຽກງານການກໍ່ສ້າງ, ໂຄງສ້າງ, ເຮັດເຮືອ, ເຟີນິເຈີ, ໝອນລົດໄຟ, ແກະສະລັກ ແລະ ເຄື່ອງໃຊ້ສອຍໃນເຮືອນ. ແກ່ນ , ຮາກ ແລະ ໃບຂອງມັນມີທາດບຳລຸງ ແລະ ສາມາດໃຊ້ເຮັດເປັນສີຍ້ອມຜ້າໄດ້. ເປືອກ, ເນື້ອໄມ້ ແລະ ໝາກໃຊ້ເປັນຢາພື້ນເມືອງ, ສ່ວນໃບຂອງມັນແມ່ນສາມາດກິນໄດ້.

Contribute